ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ ເວີ​ຈິນ ກາ​ແລັກ​ຕິກ​ ຈະທຳ​ການບິນ​ທົດ​ລອງ ເພື່ອໄປໃຫ້​ໃກ້ ກັບຂອບ​ ອະ​ວະ​ກາດ ຫລາຍ​ກວ່າ​ເກົ່າ


ທ່ານ ຣີ​ຊາດ ແບ​ຣນຊັນ (Richard Branson) ​ກ່າວ​ຄຳ​ປາ​ໄສ ໃນ​ຂະ​ນະ​ທີ່​ທ່ານໄປ​ທີ່​ທາງ​ຍ່າງ​ຂຶ້ນ​ໄປເວ​ທີໃຫ້​ກຽດ​ທາງ​ການ​ບິນ ​ຢູ່​ໃນ​ຫໍ​ພິ​ພິດ​ທະ​ພັນ Airport Flight Path ໃນ​ເມືອງ​ລອດ​ສ໌ ແອນ​ເຈີ​ແລ​ັ​ສ ໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ວັນ​ທີ 28 ມີ​ນາ, 2018
ທ່ານ ຣີ​ຊາດ ແບ​ຣນຊັນ (Richard Branson) ​ກ່າວ​ຄຳ​ປາ​ໄສ ໃນ​ຂະ​ນະ​ທີ່​ທ່ານໄປ​ທີ່​ທາງ​ຍ່າງ​ຂຶ້ນ​ໄປເວ​ທີໃຫ້​ກຽດ​ທາງ​ການ​ບິນ ​ຢູ່​ໃນ​ຫໍ​ພິ​ພິດ​ທະ​ພັນ Airport Flight Path ໃນ​ເມືອງ​ລອດ​ສ໌ ແອນ​ເຈີ​ແລ​ັ​ສ ໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ວັນ​ທີ 28 ມີ​ນາ, 2018

ບໍລິ​ສັດ Virgin Galactic ຂອງ​ທ່ານ ຣີ​ຊາດ ແບ​ຣນ​ຊັນ (Richard Branson) ມີ​
ກຳ​ນົດ​ທີ່​ຈະ​ສົ່ງ​ເຮືອ​ບິນ​ທີ່​ມີ​ຄວາມ​ແຮງ​ເທົ່າ​ກັບຈະ​ຫລວດ​ໄປ​ຍັງ​ຂອບ​ຂອງ​ອະ​ວະ​ກາດ.
ໃນ​ການ​ບິນ​ທົດ​ລອງ​ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ພະ​ຫັດ​ມື້ນີ້, ຍານ​ອະ​ວະ​ກາດ Unity ​ຂອງບໍລິ​ສັດ
Virgin ຈະ​ພະ​ຍາ​ຍາມໄປ​ “ໃຫ້​ເຖິງລະ​ດັບຄວາມ​ສູງ​ຂອງ​ອະ​ວະ​ກາດເປັນ​ຄັ້ງທຳ​ອິດ,
'' ອີງ​ຕາມ​ຄຳ​ເວົ້າ​ຂອງ​ບໍລິ​ສັດຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ
​ພຸດວານນີ້.

ໃນຖະ​ແຫລງ​ການ​ສະ​ບັບນັ້ນ ເວົ້າ​ວ່າ "ເຖິງ​ແມ່ນ​ວ່າ ການ​ເຮັດ​ແນວນີ້ຈະ​ສາ​ມາດ​ມີ​ຂຶ້ນ​
ໄດ້​ໄວ​ຂະ​ໜາດ​ວ່າ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດມື້ນີ້​ກໍ​ຕາມ ລັກ​ສະ​ນະ​ຂອງ​ການທົດ​ລອງ
ການ​ບິນດັ່ງ​ກ່າວ ອາດ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ໃຊ້​ເວ​ລານານຂຶ້ນ​ໜ້ອຍ​ນຶ່ງ ເພື່ອ​ຈະ​ບັນ​ລຸ
​ຂີດ​ໝາຍ​ນັ້ນ​ໄດ້. ເຂດອະ​ວະ​ກາດ​ແມ່ນ​ເລີ້ມ​ມີ​ຂຶ້ນຢູ່​ໃນ​ລະ​ດັບ​ຄວາມ​ສູງ 100 ກິ​ໂລ​ແມັດ
ຈາກ​ໜ້າ​ດິນ; ເຮືອ​ບິນ​ດັ່ງ​ກ່າວ​ໄປ​ເຖິງລະ​ດັບ​ຄວາມ​ສູງ 52 ກິ​ໂລ​ແມັດ ຢູ່​ໃນ​ການ​ບິນ​ທົດ​
ລອງ​ໃນ​ເທື່ອ​ແລ້ວນີ້.

ເຮືອ​ບິນ​ດັ່ງ​ກ່າວ​ຈະ​ບິນ​ຂຶ້ນ​ຈາກ​ທ່າ​ອະ​ວະ​ກາດ​ໃນ​ເມືອງໂມ​ຈາ​ວີ ໃນ​ລັດຄາ​ລິ​ເນຍ.

ການ​ທົດ​ລອງ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ ຈະ​ພາ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ ຫຍັບ​ເຂົ້າ​ໃກ້​ກັບ​ການ​ກາຍ​
ເປັນບໍ​ລິ​ສັດ​ທຸ​ລະ​ກິດດ້ານ​ການ​ທ່ອງ​ທ່ຽວ​ໃນ​ອະ​ວະ​ກາດ​ໄດ້.

ມີ​ຄົນ​ຢູ່​ທົ່ວ​ໂລກ​ຫລາຍກວ່າ 600 ຄົນ​ທີ່ໄດ້​ຈ່າຍ​ເງິນ 250,000 ໂດ​ລາ ເພື່ອ​ໃຫ້​ໄດ້​ຂີ່​ຈະ​
ຫລວດ​ທີ່ບັນ​ຈຸ​ໄດ້ເທື່ອ​ລະ 6 ຄົນດັ່ງ​ກ່າວ.

ທຸ​ລະ​ກິດ​ດ້ານ​ອະ​ວະ​ກາດ​ຂອງ​ທ່ານ Branson ໄດ້​ປະ​ເຊີນ​ກັບ​ສະ​ພາບ​ຖອຍ​ຫລັງ ໃນ​ປີ
2014 ເມື່ອ​ເຮືອ​ບິນ​ອະ​ວະ​ກາດ​ VSS Enterprise ຂອງ​ຕົນ ໄດ້​ພັງ​ລົງ ຢູ່​ໃນ​ການ​ທົດ​
ລອງ​ຄັ້ງ​ນຶ່ງ ທີ່​ໄດ້​ເຮັດ​ໃຫ້​ນັກ​ບິນ​ທີ່ Michael Alsbury ​ທີ່​ເປັນ​ຜູ້ຂັບ​ເຮືອ​ບິນ​ຮ່ວມກັບ
​ທ່ານ Peter Siebold ​ໄດ້​ຮັບ​ບາດ​ເຈັບ​.

​ທ່ານ Branson ທີ່ມີ​ແຜນວ່າ​ຈະ​ເປັນ​ຜູ້​ຂີ່​ຍານ VSS ໄປ​ຍັງ​ອະ​ວະ​ກາດ​ເປັນ​ຄັ້ງ​ທຳ​ອິດ
ພ້ອມ​ກັບ​ລູກ​ຂອງ​ທ່ານ ເວົ້າ​ວ່າ ທ່ານ​ຫວັງ​ວ່າ ນັກ​ບິນ​ຂອງ​ Virgin Galactic ຈະ​ໄປ
​ເຖິງ​ອະ​ວະ​ກາດ ກ່ອນ​ວັນ​ທີ 25 ທັນ​ວານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG