ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການປະທະກັນ ດ້ວຍອາວຸດ ລະເບີດຂຶ້ນ ຢູ່ຊາຍແດນ ລະຫວ່າງ ອັຟການິສຖານ ແລະ ປາກິສຖານ


ທະຫານພິທັກຊາຍແດນ ຂອງປາກິສຖານ ຢືນຍາມຢູ່ປ້ອມ ຊາຍແດນລະຫວ່າງ ປາກິສຖານ ແລະ ອັຟການິສຖານ, ໃນເຂດ ຈາມານ ໃນປາກິສຖາ, May 5, 2017.
ທະຫານພິທັກຊາຍແດນ ຂອງປາກິສຖານ ຢືນຍາມຢູ່ປ້ອມ ຊາຍແດນລະຫວ່າງ ປາກິສຖານ ແລະ ອັຟການິສຖານ, ໃນເຂດ ຈາມານ ໃນປາກິສຖາ, May 5, 2017.

ອັຟການິສຖານ ໄດ້ລາຍງານວ່າ ເກີດການຕໍ່ສູ້ກັນທີ່ຮ້າຍແຮງ ຢູ່ເຂດຊາຍແດນຕິດກັບ
ປາກິສຖານ ໃນວັນອາທິດມື້ນີ້ ແຕ່ຕົນບໍ່ຮູ້ໃນທັນທີເທື່ອວ່າ ຜູ້ໃດໄດ້ເລີ້ມຕົ້ນຍິງກ່ອນ.

ຜູ້ບັນຊາການຕຳຫຼວດໃນຂົງເຂດຂອງອັຟການິສຖານ ບອກວີໂອເອ ວ່າ ການປະທະກັນ
ໄດ້ເກີດຂຶ້ນ ເມື່ອຕອນເຊົ້າ ຢູ່ຕາມຊາຍແດນຂອງເມືອງ ຊາຊີ ເມດດັນ ໃນແຂວງ ໂຄສຕ໌
ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ແລະ ວ່າ ການຍິງຕອບໂຕ້ກັນ ແມ່ນຍັງມີ
ສືບຕໍ່ມາຢູ່.

ພົນເອກ ອັບດູລ ຮານານ ຊາດຣັນ ໄດ້ອ້າງວ່າ ກຳລັງທະຫານຊາຍແດນປາກິສຖານ
ສອງຄົນ ແລະ ພົນລະເຮືອນອັຟການິສຖານຄົນນຶ່ງ ໄດ້ເສຍຊີວິດ. ພວກຄົນອື່ນໆ
ຈຳນວນນຶ່ງ ກໍໄດ້ຮັບບາດເຈັບ.

ໂຄສົກກອງທັບບົກ ປາກິສຖານ ພົນຕີ ອາຊີຟ ກາຟູຣ (Asif Ghafoor).
ໂຄສົກກອງທັບບົກ ປາກິສຖານ ພົນຕີ ອາຊີຟ ກາຟູຣ (Asif Ghafoor).

ໂຄສົກກອງທັບປາກິສຖານ ພົນຕີ ອາຊີຟ ກາຟູຣ ໄດ້ບອກວີໂອເອ ວ່າ “ໄດ້ມີການຍິງ
ຕອບໂຕ້ກັນ ບາງຄັ້ງບາງຄາວ.”

ທ່ານໄດ້ກ່າວຕື່ມວ່າ ມັນບໍ່ທັນຈະແຈ້ງເທື່ອວ່າ ກອງທັບອັຟການິສຖານ ຫຼື ກຳລັງຕຳຫຼວດ
ຊາຍແດນ ໄດ້ຍິງເຂົ້າໃສ່ທີ່ໝັ້ນຂອງປາກິສຖານ ຫຼືບໍ່ ເພາະວ່າ “ບໍ່ມີປ້ອມຊາຍແດນຂອງ
ອັຟການິຖານ ຢູ່ໃກ້ບໍລິເວນເລີຍ.”

ປາກິສຖານ ແລະ ອັຟການິສຖານ ຮັກສາຮ່ວມກັນ ເນື້ອທີ່ເຂດຊາຍແດນເກືອບ 2,600
ກິໂລແມັດ ທີ່ເປັນຮູຊອດຫາກັນໄດ້. ກອງທັບຂອງປາກິສຖານ ເມື່ອບໍ່ດົນມານີ້ ໄດ້ເລີ້ມ
ຕົ້ນ ກໍ່ສ້າງຮົ້ວກັນຊາຍແດນທີ່ແໜ້ນໜາ ເພື່ອສະກັດກັ້ນ ການຂ້າມຊາຍແດນເຂົ້າມາ
ຢ່າງຜິດກົດໝາຍ ບໍ່ວ່າໃນທິດທາງໃດ.

ບັນດາເຈົ້າໜ້້າທີ່ອັຟການິສຖານ ເມື່ອຕົ້ນເດືອນນີ້ ໄດ້ກ່າວຫາ ປາກິສຖານ ວ່າດຳເນີນ
ການໂຈມຕີທາງອາກາດຫຼາຍຄັ້ງ ແລະ ໄດ້ຍິງປືນໃຫຍ່ເຂົ້າໄປໃນແຂວງ ຄູນາຣ ຢູ່ທາງ
ພາກຕາເວັນອອກຂອງຕົນ ຊຶ່ງເປັນການກ່າວຫາທີ່ທາງ ອິສລາມາບັດ ໄດ້ປະຕິເສດ.

ສ່ວນບັນດາເຈົ້າໜ້າທີ່ຂອງປາກິສຖານ ໄດ້ອ້າງວ່າ ພວກຜູ້ຮ້າຍຫົວຮຸນແຮງ ພາກັນ
ຫລົບລີ້ ຢູ່ໃນພື້ນທີ່ເຂດຊາຍແດນຂອງອັຟການິສຖານ ທີ່ “ຂາດການປົກຄອງ” ບ່ອນທີ່
ພວກເຂົາວາງແຜນການໂຈມຕີກໍ່ການຮ້າຍ ຕໍ່ປະເທດຂອງຕົນ ແລະ ກຳລັງທະຫານ
ແມ່ນ ໄດ້ປະຕິບັດການ ຢູ່ພາຍໃນດິນແດນຂອງຕົນ ເພື່ອຍັບຍັ້ງການໂຈມຕີເຊັ່ນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG