ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ໃນປະເທດ ມາລີ ຖືກຂັດຂວາງໂດຍຄວາມຮຸນແຮງ, ຈະຫຼວດ, ການໂຈມຕີ ແລະ ການຂົ່ມຂູ່


ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ເຝົ້າຍາມທາງເຂົ້າ
ຂອງສະຖານທີ່ເລື່ອກຕັ້ງ ໃນລະຫວ່າງການປ່ອນບັດເລືອກ
ເອົາປະທານາທິບໍດີ. ນະຄອນຫຼວງ ບາມາໂກ, ປະເທດ ມາລີ. 29 ກໍລະກົດ, 2018.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ເຝົ້າຍາມທາງເຂົ້າ ຂອງສະຖານທີ່ເລື່ອກຕັ້ງ ໃນລະຫວ່າງການປ່ອນບັດເລືອກ ເອົາປະທານາທິບໍດີ. ນະຄອນຫຼວງ ບາມາໂກ, ປະເທດ ມາລີ. 29 ກໍລະກົດ, 2018.

ບັນດາເຈົ້າໜ້າທີ່ໃນປະເທດ ມາລີ ກຳລັງນັບບັດຄະແນນສຽງ ຂອງການເລືອກຕັ້ງປະທາ
ນາທິບໍດີໃນວັນອາທິດວານນີ້, ເຊິ່ງຖືກລົບກວນໂດຍຄວາມຮຸນແຮງ, ການໂຈມຕີດ້ວຍ
ຈະຫຼວດ, ການຂົ່ມຂູ່ຕ່າງໆ ແລະ ສະຖານທີ່ປ່ອນບັດເລືອກຕັ້ງທີ່ມີການສົງໄສວ່າປອມ
ຫຼາຍແຫ່ງ.

ປະທານາທິບໍດີ ອີບຣາຮິມ ບູບາຄາ ເຄຕ້າ ໄດ້ລົງແຂ່ງຂັນເພື່ອການດຳລົງຕຳແໜ່ງ
ເປັນສະໄໝທີສອງ. ມີຜູ້ລົງແຂ່ງຂັນ 24 ຄົນໄດ້ທ້າຊິງເອົາຕຳແໜ່ງຂອງທ່ານ.

ມີລາຍງານວ່າ ຜູ້ທີ່ໄດ້ອອກໄປປ່ອນບັດ ມີຈຳນວນຕໍ່າ ໃນຫຼາຍ ພາກສ່ວນຂອງປະ
ເທດ ມາລີ, ລວມທັງນະຄອນຫຼວງ ບາມາໂກ. ຜູ້ໄປລົງຄະແນນສຽງ ມີພຽງປະມານເຄິ່ງ
ນຶ່ງເທົ່ານັ້ນ ທີ່ໄດ້ຮັບບັດຜູ້ລົງຄະແນນສຽງ, ໝາຍຄວາມວ່າ ປະຊາຊົນຫຼາຍກວ່າ
800,000 ຄົນອາດບໍ່ ສາມາດທີ່ຈະປ່ອນບັດຂອງເຂົາເຈົ້າໄດ້.

ການລົງຄະແນນສຽງໄດ້ຖືກຢຸດໄວ້ ໃນເວລາບໍ່ດົນ ໃນບ້ານທີ່ຕັ້ງຢູ່ພາກເໜືອຂອງ
ປະເທດ ຫຼັງຈາກພວກຫົວຮຸນແຮງ ໄດ້ຍິງຈະຫຼວດເຂົ້າໃສ່ສູນປະຕິບັດການຂອງອົງ
ການສະຫະປະຊາຊາດ ທີ່ຕັ້ງຢູ່ໃກ້ຄຽງ. ແຕ່ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ.

ໃນຫຼາຍໆໝູ່ບ້ານ, ບັນດາເຈົ້າໜ້າທີ່ເລືອກຕັ້ງ ໄດ້ຖືກທຳຮ້າຍຮ່າງ ກາຍ, ກ່ອງຄະ
ແນນສຽງຖືກໄຟຈູດ ແລະ ກຸ່ມຕິດອາວຸດ ໄດ້ຢຸດບັນ ດາຜູ້ຊີ້ນຳການເລືອກຕັ້ງ ຈາກ
ການເຂົ້າໄປໃນໜ່ວຍເລືອກຕັ້ງ.

ຜູ້ລົງແຂ່ງຂັນບາງຄົນ ແລະ ຜູ້ຕິດຕາມການເລືອກຕັ້ງຈາກ ຢູໂຣບ ກໍໄດ້ລາຍງານວ່າ
ມີໜ່ວຍປ່ອນບັດປອມ ໄດ້ຖືກຕັ້ງຂຶ້ນມາຢູ່ໃນຫຼາຍໆຈຸດ ແລະ ໄດ້ເຂົາເຈົ້າ ໄດ້ທຳ
ການເຕືອນຜູ້ລົງຄະແນນສຽງ ກ່ຽວກັບ ເລື້ອງດັ່ງກ່າວ.

ປະຊາຄົມນານາຊາດ ໄດ້ມີຄວາມຫວັງ ສຳລັບການເລືອກຕັ້ງປະທານາທິບໍດີ ທີ່ປະ
ສົບຜົນສຳເລັດໂດຍລວມ ໃນປະເທດມາລີ. ຜົນອອກມາໃນ ແງ່ບວກ ຈະຊ່ວຍເຮັດ
ໃຫ້ຂໍ້ຕົກລົງສັນຕິພາບ ລະຫວ່າງ ລັດຖະບານ, ກອງກຳລັງສະໜັບສະໜູນລັດຖະບານ
ກັບພວກອະດີດກະບົດ ຕູເຣັກ (Toureg) ທີ່ກຳລັງຕໍ່ສູ້ກັບພວກຫົວຮຸນແຮງ ອິສລາມ
ໃນພາກເໜືອ ທີ່ບໍ່ມີການເຄົາລົບກົດໝາຍ ເປັນສ່ວນໃຫຍ່ນັ້ນ ງ່າຍຂຶ້ນກວ່າເກົ່າ.

ຜົນຄະແນນເບື້ອງຕົ້ນ ຂອງການລົງຄະແນນສຽງ ໃນວັນອາທິດວານນີ້ ແມ່ນຄາດວ່າ
ຈະຖືກປະກາດອອກມາໃນທ້າຍສັບປະດານີ້ ພ້ອມໆກັບຜົນ ຄະແນນສຸດທ້າຍຈະຖືກ
ປະກາດໃນວັນສຸກ.

ຖ້າບໍ່ມີໃຜໄດ້ຮັບຄະແນນສຽງຫຼາຍກວ່າ 50 ເປີເຊັນ, ການແຂ່ງຂັນຂັ້ນ ຊີ້ຂາດແມ່ນມີ
ກຳນົດຈະຈັດຂຶ້ນໃນວັນທີ 12 ສິງຫາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG