ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ລະເບີດຂຶ້ນ ໃກ້ບ່ອນທ່ອງທ່ຽວ ນະຄອນ Rio ຂອງ ບຣາຊິນ


ຕຳຫລວດ ຄົນນຶ່ງ
ຕຳຫລວດ ຄົນນຶ່ງ
ພວກຜູ້ຄົນ ຢູ່ທີ່ຄຸ້ມຄົນທຸກ ຂອງນະຄອນ Rio de
Janeiro ໄດ້ກໍ່ການຈະລາຈົນຂຶ້ນ ແລະປະ​ທະ​ກັບ
​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ
ນີ້ ​ເພື່ອເປັນການສະແດງປະຕິກິລິຍາຕໍ່​ການ​ຕາຍ
​ຂອງບຸກຄົນສຳຄັນ​ທີ່​ໄດ້ຮັບຄວາມ ນິຍົມແລະ​ມີ​ຊື່​
ສຽງຄົນນຶ່ງ ໃນເຂດທ້ອງ​ຖິ່ນ.

ຄວາມ​ຮຸນ​ແຮງ​ ໄດ້​ເກີດ​ຂຶ້ນ ​ຢູ່​ທີ່ຄຸ້ມ Pavao-Pa-
vaozinho favela ໃນນະຄອນດັ່ງກ່າວຂອງບຣາ
ຊິລ ທີ່ຕັ້ງ​ຢູ່ຕາມເນີນ​ພູ ​ຫຼຽວ​ເຫັນ​ທິວທັດຂອງ​ເຂດ
ແຄມຝັ່ງທະເລ Copacabana ຊຶ່ງບ່ອນ​ດືງດູດ​ນັກ​
ທ່ອງ​ທ່ຽວທີ່ສຳຄັນ.

ປະຊາຊົນ ​ພາກັນເອົາ​ໄຟ​ຈູດຄຸ້ມດັ່ງກ່າວ ​ແລະ​ແກວ່ງ​ແກ້ວ​ໄປ​ໃສ່ຖະໜົນ​ຕ່າງໆບັງຄັບ​
ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫລວດ​ປິດ​ການ​ສັນຈອນ ​ເຂົ້າ​ໄປ​ສູ່ເຂດ Capacabana. ຄວາມ​ຮຸນ ​
ແຮງ​ຍັງໄດ້ລາມ​ໄປໃສ່ຄຸ້ມ Ipanema ທີ່ຕັ້ງຢູ່ໃກ້ຄຽງ ຊຶ່ງເປັນ​ບ່ອນ​ດືງດູດ​ ນັກ​ທ່ອງທ່ຽວ
ທີ່ສຳຄັນອີກ​ແຫ່ງ​ນຶ່ງ​ ຂອງນະຄອນ Rio.

ບັນດາ​ຂ່າວ​ທ້ອງ​ຖິ່ນ​ກ່າວ​ວ່າ ຢ່າງ​ໜ້ອຍ​ນຶ່ງ​ຄົນ​ໄດ້​ເສຍ​ຊີວິດໃນຄວາມຮຸນ​ແຮງ​ເມື່ອວັນ
​ອັງຄານວານນີ້.

ການ​ກໍ່ຈະລາຈົນ​ໄດ້​ເກີດ​ຂຶ້ນ​ ຫລັງ​ຈາກ​ມີຂ່າວ​ວ່າ ສົບ​ຂອງທ່ານ Douglas Ragfael
da Silva Pereira ນັກ​ເຕັ້ນ​ລຳ​ຄົນ​ນຶ່ງ​ ຂອງສະຖານີ​ໂທລະພາບ Globo ບຣາຊິລ​
ໄດ້​ພົບ​ເຫັນ​ຢູ່ຄຸ້ມ favela. ປະຊາຊົນ ໄດ້ຖິ້ມໂທດໃສ່ຕຳຫຼວດ ກ່ຽວກັບການ​ຕາຍ​
ຂອງນັກເຕັ້ນລຳອາຍຸ 25 ປີ ຜູ້​ທີ່​ໄດ້​ເລີ້ມການດຳເນີນ ຄວາມພະຍາຍາມ “​ເຮັດ​ໃຫ້​ມີ​
ຄວາມ​ສະຫງົບ” ຢູ່ໃນຄຸ້ມຄົນທຸກ ຂອງ​ນະຄອນ Rio ເພື່ອກຳຈັດພວກ​ຄ້າ​ຢາ​ເສບ​ ຕິດໃຫ້ໝົດໄປຈາກຄຸ້ມດັ່ງກ່າວ ​ໃນ​ຂະນະ​ທີ່ ນະຄອນ​ Rio ພວມກຽມ​ການ​ເປັນ​ເຈົ້າ
ພາບ​ ຈັດການແຂ່ງຂັນເຕະບານຊິງຂັນໂລ​ກຫລື World Cup ​ໃນ​ເດືອນ​ມິຖຸນາປີນີ້
​ແລະກິລາ​ໂອ​ລິ​ມປິກລະດູ​ຮ້ອນ​ປີ 2016 ຈະ​ມາ​ເຖິງ​ນີ້.
XS
SM
MD
LG