ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການໂຈມຕີ ທີມສັກຢາວັກຊີນ ກັນໂປລີໂອ ຢູ່ ປາກິສຖານ


ຮູບຄະນະສັກຢາວັກຊີນກັນໂປລີໂອ ຢູ່ປາກິສຖານ
ຮູບຄະນະສັກຢາວັກຊີນກັນໂປລີໂອ ຢູ່ປາກິສຖານ

ເຈົ້າໜ້າທີ່ ໃນພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ ພວມ
ຊອກຫາຄະນະສັກຢາວັກຊີນກັນໂອລີໂອຈຸນຶ່ງທີ່ຫາຍສາບສູນ ໄປໃນຕອນແລງວັນສຸກວານນີ້.

ຄະນະດັ່ງກ່າວແມ່ນຮວມທັງຜູ້ສັກຢາວັກຊີນ 2 ຄົນ ເຈົ້າໜ້າທີ່
ຄຸ້ມກັນ 2 ຄົນແລະຄົນຂັບລົດຜູ້ນຶ່ງ.

ເຈົ້າໜ້າທີ່ສາທາລະນະສຸກໃນເຂດທ້ອງຖິ່ນ ແລະພວກຍາດພີ່
ນ້ອງຢ້ານວ່າ ເຂົາເຈົ້າຖືກລັກພາໂຕໄປໂດຍພວກຫົວຮຸນແຮງ.

ຂະນະດຽວກັນ ຢູ່ໃນເຂດພາກຕາເວັນຕົກສຽງເໜືອ ຂອງປາ
ກິສຖານ ເຈົ້າໜ້າທີ່ກ່າວວ່າ ພວກມືປືນໄດ້ດັກສະກັດໂຈມຕີຄະນະສັກຢາວັກຊີນ ກັນໂປ ລີໂອຈຸນຶ່ງໃນວັນເສົາມື້ນີ້ເຮັດໃຫ້ຄົນຂັບລົດເສຍຊີວິດ.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີດັ່ງກ່າວມີຂຶ້ນໃນເຂດຊົນເຜົ່າ ທີ່ວຸ້ນວາຍໃກ້ໆກັບຊາຍແດນ ອັຟການິສຖານ. ສ່ວນສະມາຊິກຂອງຄະນະສັກຢາວັກຊີນຈຸທີ 2 ແມ່ນມີຄວາມປອດໄພບໍ່ ໄດ້ຮັບອັນຕະລາຍໃດໆ ເວລາພວກໂຈມຕີ ຍິງປືນເຂົ້າໃສ່ລົດຕູ້ຂອງເຂົາເຈົ້າ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ໃນການໂຈມຕີເຫຼົ່ານີ້.

ເຫດຮ້າຍດັ່ງກ່າວ ເກີດຂຶ້ນກ່ອນໜ້າລະດູການສັກຢາວັກຊີນ ເປັນເວລາ 3 ມື້ ຊຶ່ງຈະເລີ້ມ ຂຶ້ນໃນມື້ວັນຈັນນີ້.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີຄະນະສັກຢາວັກຊີນກັນໂປລີໂອໃນປາກິສຖານ ໃນໄລຍະ
4 ປີຜ່ານມານີ້ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ເກືອບ 70 ຄົນ ຮວມທັງພວກເຈົ້າໜ້າທີ່ຮັກ ສາຄວາມສະຫງົບທີ່ໃຫ້ການຄຸ້ມກັນຄະນະສັກຢາ ໃນລະຫວ່າງລະດູການສັກຢາປ້ອງກັນ ໂປລິໂອແຫ່ງຊາດ.

ຄວາມຮຸນແຮງ ໄດ້ບ່ອນທຳລາຍໃນການດຳເນີນຄວາມພະຍາຍາມຕໍ່ຕ້ານໂປລີໂອ ຢູ່ໃນ ປາກິສຖານ ບ່ອນທີ່ຫຼາຍກວ່າ 85 ເປີເຊັນຂອງກໍລະນີເປັນພະຍາດໂປລີໂອໄດ້ເກີດຂຶ້ນ ໃນປີກາຍນີ້ ອີງຕາມອົງການອະນາໄມໂລກ.

ພວກຫົວຮຸນແຮງກ່າວອ້າງວ່າ ການສັກຢາກັນໂປລີໂອ ແມ່ນຖືກໃຊ້ເປັນສາກບັງໜ້າເພື່ອ ການສອດແນມ ຫລືສົມຮູ້ຮ່ວມຄິດໃນການເຮັດໝັນໃຫ້ແກ່ຊາວມຸສລິມ.

XS
SM
MD
LG