ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການພົບເຫັນ ສົບຄົນຕາຍ ຈຳນວນນຶ່ງ ຢູ່ນະຄອນຫຼວງ ບູຣຸນດີ


ພວກຊາວບ້ານ ກຳລັງເບິ່ງຊາກສົບຄົນທີ່ຖືກສັງຫານ ຢູ່ເຂດ ເມືອງ Cibitoke ໃນນະຄອນຫລວງ Burundi ທີ 9 ທັນວາ.
ພວກຊາວບ້ານ ກຳລັງເບິ່ງຊາກສົບຄົນທີ່ຖືກສັງຫານ ຢູ່ເຂດ ເມືອງ Cibitoke ໃນນະຄອນຫລວງ Burundi ທີ 9 ທັນວາ.

​ການ​ພົບ​ເຫັນ​ຢ່າງ​ໜ້ອຍ​ 20 ສົບ​ຢູ່​ຕາມ​ຖະໜົນ​ຫົນທາງ ​ໃນ​
ນະຄອນຫລວງ ບູຣຸນດີ​ໃນວັນເສົາ​ມື້​ນີ້ ນຶ່ງ​ມື້ຫລັງ​ຈາກ​ພວກ​ມື
​ປືນ​ໄດ້​ທຳ​ການ​ໂຈມ​ຕີ​ແບບ​ມີ​ການ ປະສານ​ງານ​ກັນ ຕໍ່​ຄ້າຍ​
ທະຫານ 3 ​ແຫ່ງ​ໃນ​ນະຄອນຫຼວງ.

​ສົບ​ເຫລົ່ານີ້​ໄດ້​ພົບ​ເຫັນ​ຢູ່​ຄຸ້ມ Nyakabiga ​ໃນ​ນະຄອນຫລວງ
​ບູຈຸມບູຣາ.​ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ໃຜ​ເປັນ​ຜູຸ້ສັງ
ຫານ​ຜູ້​ຄົນ​ຈຸນີ້.​ ຜູ້​ທີ່​ເຫັນ​ເຫດການ ຄົນ​ນຶ່ງ ກ່າວ​ຕຍໍ່​ອົງການ​
ຂ່າວ​ເອພີ​ວ່າ ພວກ​ເຄາະ​ຮ້າຍບາງ​ຄົນ​ຖືກ​ມັດ​ມືໄວ້​ຂ້າງ ຫລັງ.

​ໃນ​ວັນ​ສຸກ​ວານ​ນີ້ ການ​ໂຈມ​ຕີ​ຄ້າຍ​ທະຫານ ​ເຮັດໃຫ້​ພວກ​ໂຈມ​
ຕີ 12 ຄົນ​ຖືກ​ຂ້າ ຕາຍ.​ໂຄສົກ​ກອງທັບບູຣຸນດີ ພັນ​ເອກ Gaspard Baratuza ກ່າວ​ຢູ່​
ໃນ​ຖະ​ແຫລ​ງການວ່າ ພວກ​ໂຈມຕີ 21 ຄົນຖືກ​ຈັບ​ໄດ້ ພ້ອມ​ດ້ວຍ​ອາວຸດແລະ​ລະ​ເບີດ.

ທ່ານ​ກ່າວ​ວ່າ ທະຫານ​ຫ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ເຖິງ​ຢ່າງ​ໃດ​ກໍ​ດີ ພວກທະຫານທີ່​ຂໍ​ສະ
ຫງວນຊື່ ກ່າວວ່າ ຢ່າງ​ໜ້ອຍທະຫານ​ສາມ​ຄົນ​ໄດ້​ເສຍ​ຊີວິດ.

ແຜນທີ່ ປະເທດ ບູຣຸນດີ
ແຜນທີ່ ປະເທດ ບູຣຸນດີ

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ກ່າວ​ວ່າ ຄວາມ​ຮຸນ​ແຮງແມ່ນມີ​ຄວາມ​ສ່ຽງ​ ທີ່​ຈະ​ເຮັດ​ໃຫ້ “ສະ
ຖານະ​ການ​ຢູ່​ໃນບູຣຸນດີ ບໍ່​ມີ​ສະ ຖຽນລະ​ພາບ​ຕື່ມ​ຂຶ້ນ.” ທ່ານ
Ban ​ໄດ້​ຮຽກຮ້ອງ​ໃຫ້ “ຄະນະ​ນຳພາ” ຂອງກຸ່ມເຫລົ່ານີ້ ​ແລະ
​ບັນດາ​ເຈົ້າ​ໜ້າທີ່​ແຫ່ງ​ຊາດລະ​ເວັ້ນ​ຈາກ​ການ​ເພີ້​ມທະວີ​ຄວາມ
​ຮຸນ​ແຮງໃດໆ” ​ອີງ​ຕາມ​ໂຄສົກ​ຂອງທ່ານແລະ​ໄດ້​ເຕືອນ​ວ່າ “ຜູ້
​ໃດກໍ​ຕາມ​ທີ່​ຮັບຜິດ ຊອບ​ຕໍ່ການ​ສັ່ງ ຫລື ກໍ່ຄວາ​ມຮຸນ​ແຮງດ້ານ​
ສິດທິ​ມະ​ນຸດ ຈະຕ້ອງ​ເປັນ​ຜູ້​ຄວາມ​ຮັບຜິດຊອບ​.”

​ເອກ​ອັກຄະ​ລັດຖະທູດສະຫະລັດປະຈຳສະຫະ​ປະຊາ​ຊາດ ທ່າ​ນນາງ Samantha
Power ກ່າວ​ວ່າ “ການ​ສົນທະນາຫາລື​ທາງ​ດ້ານ​ການ​ເມຶ​ອງລະດັບ​ສູງ” ຈຳ​ເປັນ​ຕ້ອງໄດ້​
ເລີ້ມໃນ​ທັນ​ທີ ລະຫວ່າງລັດຖະບານແລະ​ຝ່າຍ​ຄ້ານ “​ເພື່ອຜ່ອນ ຄາຍ​ສະຖານະ​ການ”
ຫລື​ບໍ່​ດັ່ງ​ນັ້ນ ກໍ​ສ່ຽງ​ຕໍ່ການ​ເຮັດ​ໃຫ້​ສະຖານະ​ການ “ກາຍ ​ເປັນຄວາມ​ຮຸນ​ແຮງ​ຂະໜາດໃຫຍ່​.”

Burundi Violence
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG