ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີລະເບີດແຕກ ດ້ວຍການວາງລະເບີດໄວ້ຢູ່ໃນລົດຄັນນຶ່ງ ຢູ່ນະຄອນ ໂມກາດິສຊູ ຂອງໂຊມາເລຍ


ທະຫານຮັກສາຄວາມປອດໄພ ຍ່າງຜ່ານບ່ອນເກີດເຫດລະ
ເບີດ ທີ່ວາງໃສ່ລົດ ຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນຫລວງ ໂມກາດິສຊູຂອງໂຊມາເລຍໃນວັນທີ 8 ພຶດສະພາ 2017
ທະຫານຮັກສາຄວາມປອດໄພ ຍ່າງຜ່ານບ່ອນເກີດເຫດລະ ເບີດ ທີ່ວາງໃສ່ລົດ ຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນຫລວງ ໂມກາດິສຊູຂອງໂຊມາເລຍໃນວັນທີ 8 ພຶດສະພາ 2017

ພວກເຈົ້າໜ້າທີ່ ຢູ່ໃນນະຄອນຫລວງໂມກາດິສຊູຂອງໂຊມາເລຍເວົ້າວ່າ ລະເບີດທີ່
ວາງໃສ່ລົດຄັນນຶ່ງ ໄດ້ແຕກໃສ່ສໍານັກງານໃຫຍ່ແຫ່ງນຶ່ງ ຂອງເມືອງ.

ທ່ານອິມບຣາຫິມ ໂມຮາເມັດ (Ibrahim Mohamed) ເຈົ້າໜ້າທີ່ຕໍາຫລວດ ຄົນນຶ່ງ
ກ່າວຕໍ່ອົງການຂ່າວເອເອັຟພີ (AFP) ຂອງຝຣ່ັງວ່າ "ລະເບີດນີ້ແຕກຂຶ້ນຢ່າງແຮງ.
ຂໍ້ມູນເບື້ອງຕົນ ທີ່ພວກເຮົາເກັບກໍາມາໄດ້ສະແດງໃຫ້ເຫັນວ່າ ມີລົດຄັນນຶ່ງທີ່ບັນຈຸ
ລະເບີດເຕັມ ເປົ້າໝາຍແມ່ນແນໃສ່ສໍານັກງານໃຫຍ່ ໂຮແດນ (Hodan) ຂອງເມືອງ."

ພວກເຈົ້າໜ້າທີ່ຍັງເວົ້າອີກວ່າ ລົດຄັນນຶ່ງ ແລ່ນເຂົ້າໄປຕໍາປ້ອມຍາມ ກ່ອນມັນຈະລະ
ເບີດຂຶ້ນ ໃນວັນຈັນມື້ນີ້.

ຍັງບໍ່ມີລາຍງານກ່ຽວກັບຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດເທື່ອ.

ເຫດລະເບີດແຕກແມ່ນເປັນການໂຈມຕີແບບດຽວກັນນີ້ ເປັນຄັ້ງທີສອງແລ້ວ ໃສ່ສໍາ
ນັກງານໃຫຍ່ແຫ່ງນຶ່ງ ຂອງເມືອງ ຢູ່ໃນນະຄອນຫລວງແຫ່ງນັ້ນ ໃນເດືອນນີ້.

ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບໃນທັນທີ ທັນໃດເທື່ອ ຕໍ່ເຫດລະເບີດແຕກ
ດັ່ງກ່າວນີ້.

Officials in Mogadishu, Somalia's capital, say a car bomb has hit a district headquarters, killing at least six people and injuring 16.

The blast targeted the headquarters of Hodan district in Mogadishu. Witnesses said the explosion Monday caused massive destruction to the building.

"The blast was huge," police officer Ibrahim Mohamed, told the French news agency, AFP.

The al-Shabab militant group claimed responsibility via their affiliate social media accounts.

It is the second time the group has targeted a local district headquarters in Mogadishu this month. On September 2, a suicide car bomb destroyed the headquarters of the neighboring Hawlwadag district, killing three people.

XS
SM
MD
LG