ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ 7 ຄົນເສຍຊີວິດ ໃນການປະທ້ວງ ກາຍເປັນ ຄວາມຮຸນແຮງ ຢູ່ລັດ ຣາໄຄນ໌ ຂອງມຽນມາ

ເຈົ້າໜ້າທີ່ຕຳຫຼວດ ຢືນຍາມເຂດຊາຍແດນ ໃນບ້ານ ຕອັງ ບາຊາຣ ຂອງເມືອງ ບູຕີດວງ, ຢູ່ທາງພາກເໜືອ ຂອງລັດຣາໄຄນ໌, ປະເທດມຽນມາ, ວັນທີ 13 ກໍລະກົດ 2017.
ເຈົ້າໜ້າທີ່ຕຳຫຼວດ ຢືນຍາມເຂດຊາຍແດນ ໃນບ້ານ ຕອັງ ບາຊາຣ ຂອງເມືອງ ບູຕີດວງ, ຢູ່ທາງພາກເໜືອ ຂອງລັດຣາໄຄນ໌, ປະເທດມຽນມາ, ວັນທີ 13 ກໍລະກົດ 2017.

ມີ 7 ຄົນຖືກຕຳຫຼວດຍິງຕາຍ ຢູ່ທີ່ລັດຣາໄຄນ໌ ທີ່ມີບັນຫາຂອງປະເທດມຽນມາ. ເຈົ້າໜ້າທີ່
ກ່າວວ່າ ມີຢ່າງໜ້ອຍ 4,000 ຄົນ ໄດ້ອ້ອມຕຶກໂຮງການລັດຖະບານ ໃນຕອນແລງວັນ
ອັງຄານວານນີ້ ທີ່ເມືອງ ມຣັອກ ອູ ບໍ່ດົນຫຼັງຈາກ ພິທີສະຫຼອງປະຈຳປີ ໃນການສິ້ນສຸດລົງ
ຂອງອານາຈັກອາຣາຄານເມື່ອສອງສັດຕະວັດກວ່າໆ ຜ່ານມາແລ້ວນັ້ນ.

ທ່ານທິນ ມັອງ ຊເວ ຜູ້ປົກຄອງລັດດັ່ງກ່າວເວົ້າວ່າ ຕຳຫຼວດໄດ້ພະຍາຍາມ ທີ່ຈະຂັບໄລ່
ຝູງຊົນໃຫ້ໜີໄປໂດຍໃຊ້ລູກປືນຢາງ ຍິງເຕືອນ. ເວລາພວກເຂົາເຈົ້າປະຕິເສດ ບໍ່ຍອມ
ປະຕິບັດຕາມ ຝູງຊົນໄດ້ເລີ້ມໂຈມຕີພວກທະຫານ ແລະ ກຳລັງຮັກສາຄວາມສະຫງົບ
ຈຶ່ງໄດ້ໃຊ້ລູກປືນແທ້ ຍິງເຂົ້າໃສ່.

ນອກຈາກມີ 7 ຄົນ ເສຍຊີວິດແລ້ວ ຍັງມີອີກ 13 ຄົນໄດ້ຮັບບາດເຈັບໃນການ
ຍິງກັນດັ່ງກ່າວ.

ຊາວອົບພະຍົບ ມຸສລິມ ໂຣຮິງຢາ ມີປະຕິກິລິຍາ ໃນຂະນະທີ່ ບັນດາຕຳຫຼວດ ແລະ ເຈົ້າໜ້າທີ່ ພະຍາຍາມ ຄວບຄຸມ ຝູງຄົນຄອຍຖ້າ ການຖືກເອື້ນຊື່ ເພື່ອຮັບເອົາການຊ່ອຍເຫຼືອບັນເທົາທຸກ ດ້ານອາຫານທີ່ເປັນເຂົ້າ ນ້ຳ ແລະ ນ້ຳມັນເຮັດກິນ ໃນສູນອົບພະຍົບ ກູຕູປາລອງ ໃນເມືອງ ຄອກສ໌ ບາຊາຣ ເມື່ອວັນທີ 28 ພະຈິກ 2017.

Myanmar Violence
please wait
Embed

No media source currently available

0:00 0:00:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG