ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ໃນມາລີ ຍັງດຳເນີນ ຢູ່ຕໍ່ມາ ທັງໆທີ່ຝຣັ່ງ ໄດ້ຊ່ອຍເຫຼືອ (ວີດີໂອ)


ປະທານາທິບໍດີ Francois Hollande ແຫ່ງຝຣັ່ງ ກຳລັງຂີ່ເຮືອ ຊົມທິວທັດທະເລສາບ Abidjan (17 ກໍລະກົດ 2014)
ປະທານາທິບໍດີ Francois Hollande ແຫ່ງຝຣັ່ງ ກຳລັງຂີ່ເຮືອ ຊົມທິວທັດທະເລສາບ Abidjan (17 ກໍລະກົດ 2014)

ປະທານາທິບໍດີ Francois Holland ​ແຫ່ງ​ຝຣັ່ງເຕືອນ​ວ່າ ຂົງ
​ເຂດ Sahel ​ໃນອາ​ຟຣິກາ ຍັງ​ເປັນ​ໄພ​ຂົ່ມຂູ່ຕໍ່​ຄວາມ​ໝັ້ນຄົງ.

ການໃຫ້ຄວາມເຫັນຂອງ​ທ່ານ ມີ​ຂື້ນ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່
Ivory Coast ​ໃນ​ຂະນະ​ທີ່ ກຸ່ມອິສລາມຫົວຮຸນແຮງ​ອ້າງ​ເອົາ​
ຄວາ​ມຮັບຜິດຊອບ ໃນການ​ໂຈມຕີ ​ສະລະ​ຊີບທີ່​ໄດ້​ສັງຫານ
ທະຫານ​ຝຣັ່ງ ນຶ່ງ​ຄົນ ​ແລະ​ຄົນ​ອຶ່ນໆໄດ້​ຮັບ​ບາດ​ເຈັບ​ອີກຫົກ ​
ໃນ​ຕົ້ນ​ອາທິດ​ນີ້ ​ທີ່​ພາກ​ເໜືອ​ຂອງ ມາລີ.

ທ້າວ Abu Assem Al-Muhajir ​ໂຄສົກຄົນ​ນຶ່ງ​ຂອງ​ກຸ່ມ
Al-Mourabitoun ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ມີຂຶ້ນ ເພື່ອເປັນ​
ການ​ຕອບ​ໂຕ້​ຕໍ່​ການ​ກ່າວອ້າງ​ຂອງ​ຝຣັ່ງ ທີ່​ວ່າຕົນໄດ້ທຳລາຍ​ລ້າງພວກ​ນັກ​ລົບ​ອິສລາມນັ້ນ.

ກຸ່ມ Al-Mourabitoun ​ໄດ້​ຕັ້ງ​ຂື້ນ​ມາ​ໃນ​ປີ​ກາຍ​ນີ້ ​ຊຶ່ງເປັນການ​ຮ່ວມ​ເຂົ້າ​ກັນລະຫວ່າງກອງ
ພັນ Mulathameen ​ແລະຂະບວນການ​ເຄຶ່ອນ​ໄຫວ​ເພື່ອ​ເອກ ກະພາບ​ແລະສົງຄາມສັກສິດ ໃນເຂດ​ອາຟຣິກາຕາ​ເວັນ​ຕົກ. ທັງ​ສອງ​ກຸ່ມ​ນີ້ໄດ້​ມີ​ບົດບາດ​ຢູ່​ພາກ​ເໜືອ​ຂອງມາລີ.

ທະຫານ​ຝຣັ່ງ ກຳລັງ​ຈັດ​ຕັ້ງ​ໜ່ວຍ​ສູ້​ລົບໃໝ່ ເພື່ອປາບປາມ​ພວກ​ກໍ່​ການ​ຮ້າຍ​ໃນ ຂົງ​ເຂດ Sahara ​ແລະ Sahel ທາງ​ພາກ​ໃຕ້​ຂອງມາລີ.

​ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປໃນມາລີ ​ໃນ​ເດືອນ​ມັງ​ກອນຜ່ານມາ ​ເພື່ອ​ຢຶດເອົາ​ຂົງ​ເຂດ​ທະ​ເລ
​ຊາຍຂອງມາ​ຄືນມາ ທີ່ມາລີໄດ້​ສູນເສຍ​ການ​ຄວບ​ຄຸມ​ໃຫ້​ແກ່ພວກ​ຫົວ​ຮຸນ​ແຮງ​ອິສລາມ.

ຝຣັ່ງມີ​ຄວາມ​ເປັນ​ຫ່ວງ​ວ່າ ບັນດາ​ກຸ່ມ​ຕ່າງໆ​ເຫຼົ່ານີ້ອາດ​ຈະ​ໃຊ້ ຂົງ​ເຂດ​ສອກຫລີກໃນຊົນ
ນະບັດ ​ເປັນ​ບ່ອນ​ເຮັດສົງຄາມ​ໂຈມ​ຕີ​ບັນດາ​ປະ​ເທດ​ເພື່ອນ​ບ້ານ.

ປະທານາທິບໍດີຝຣັ່ງ ກຳລັງ​ຢ້ຽມຢາມ​ສາມ​ປະ​ເທດ ໃນອາ​ຟຣິກາ ທີ່​ຮວມ​ທັງ Ivory Coast
Niger ​ແລະ Chad.

FRENCH PRESIDENT MALI SOTVO
please wait

No media source currently available

0:00 0:00:58 0:00

XS
SM
MD
LG