ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ຮຸນ​ແຮງ ແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ເຮັດ​ໃຫ້​​​ຊີ​ເຣຍ ມີ​ຄວາມ​ສ່ຽງ ທີ່​ຈະ​ບໍ່​ມີ​ສະ​ຖຽນ​ລະ​ພາບ ໃນ​ອະ​ນາ​ຄົດ


ປະ​ຊາ​ຊົນ​ຕື່ນ​ຕົກ​ໃຈ ຫຼັງ​ຈາກ​ລັດ​ຖະ​ບານ​ຊີ​ເຣຍ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ສູນ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ຈາກ​ບັນ​ຫາ​ຂັດ​ແຍ້ງ ທີ່​ເມືອງ​ຊາ​ມິນ ໃນ​ເຂດ​ຄວບ​ຄຸມ​ຂອງ​ພວກ​ກະ​ບົດ ໃນ​ແຂວງ​ອິດ​ລິບ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 24 ກັນ​ຍາ 2023.
ປະ​ຊາ​ຊົນ​ຕື່ນ​ຕົກ​ໃຈ ຫຼັງ​ຈາກ​ລັດ​ຖະ​ບານ​ຊີ​ເຣຍ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ສູນ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ຈາກ​ບັນ​ຫາ​ຂັດ​ແຍ້ງ ທີ່​ເມືອງ​ຊາ​ມິນ ໃນ​ເຂດ​ຄວບ​ຄຸມ​ຂອງ​ພວກ​ກະ​ບົດ ໃນ​ແຂວງ​ອິດ​ລິບ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 24 ກັນ​ຍາ 2023.

ຄະ​ນະ​ສືບ​ສວນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ ການ​ລ່ວງ​ລະ​ເມີດ ແລະ​ການ​ປະ​ຕິ​ບັດ​ທີ່​ບໍ່​ຖືກ​ຕ້ອງ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍຍັງດຳ​ເນີນ​ຢູ່​ຕໍ່​ມາ ​ດ້ວຍການ​ປູກ​ຝັງ​ແນວ​ຄິດ​ແລະຝຶກ​ແອບໃຫ້ກາຍເປັນ​ຄົນ​ຫົວ​ຮຸນ​ແຮງ ທັງໆທີ່​ໄດ້​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທາງ​ດ້ານ​ການ​ທູດ ​ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ມີ​ສະ​ຖຽນ​ລະ​ພາບ ຮວມ​ທັງ​ການ​ຮັບ​ເອົາ​ຊີ​ເຣຍ ກັບ​ຄືນ​ເຂົ້າ​ຮ່ວມ ​ສັນ​ນິ​ບາດ​ຊາດ ອ​າ​ຣັບ​.

​ສະ​ມາ​ຊິກ 3 ຄົນ​ຂອງຄະ​ນະ​ກຳ​ມາ​ທິ​ການ​ອິດ​ສະ​ຫຼະ​ລະ​ຫວ່າງ​ປະ​ເທດ​ເພື່ອ​ສືບ​ສວນ​ກ່ຽວ​ກັບ​ຊີ​ເຣຍ ໄດ້​ນຳ​ສະ​ເໜີ​ລາຍ​ງານ​ທີ່​ບໍ່​ຄ່ອຍ​ແຈ່ມ​ໃສ​ປານ​ໃດ ໃນ​ມື້​ວັນ​ສຸກ​ອາ​ທິດ​ແລ້ວ ຕໍ່​ສະ​ພາ​ສິດ​ທິ​ມະ​ນຸດ​ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ໃນ​ການ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ການ​ຊັ່ງ​ຊາ​ດັ່ງ​ກ່າວຂອງ​ຄະ​ນະ​ກຳ​ມາ​ທິ​ການ ສຽງ​ສ່ວນ​ຫຼາຍ​ຂອງ 42 ປະ​ເທດ​ໃນ​ກອງ​ປະ​ຊຸມ ໄດ້​ພາ​ກັນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ ໃນ​ການ​ສືບ​ຕໍ່​ມີ​ການ​ກ່າວ​ຫາ ກ່​ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ ຕ້ານ​ມະ​ນຸດ​ຊາດແລະ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ໂດຍ​ອຳ​ນາດ​ການ​ປົກ​ຄອງ​ຊີ​ເຣຍ.

ທ່ານ​ປາວ​ໂລ ປີ​ແຍ​ໂຣ (Paulo Pinheiro) ປະ​ທານ​ກຳ​ມາ​ທິ​ການ ​ກ່າວ​ຕໍ່​ສະ​ພາ​ວ່າ “ເກືອບ 12 ປີ​ແລ້ວ ພັກ​ຝ່າຍ​ຕ່າງໆ​ໃນ​ບັນ​ຫາ​ຂັດ​ແຍ້ງນີ້ ຍັງ​ສືບ​ຕໍ່​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ແລະ​ລະ​ເມີດ​ສິດ​ທິ​ພື້ນ​ຖານ​ຂອງ​ມະ​ນາດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG