ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມຮຸນແຮງເພີ້ມຂຶ້ນ ລະຫວ່າງອິສຣາແອລ ແລະ ກຸ່ມເຮັສໂບລລາ ຂອງເລບານອນ


ຄວັນສີດຳ ລອຍຂຶ້ນຈາກການໂຈມຕີທາງອາກາດຂອງອິສຣາແອລ ໃສ່ນອກເຂດບ້ານ Yaroun, ໝູ່ບ້ານຊາຍແດນເລບານອນຕິດກັບອິສຣາແອລ ທາງພາກໃຕ້ຂອງເລບານອນ ໃນວັນທີ 10 ທັນວາ 2023.
ຄວັນສີດຳ ລອຍຂຶ້ນຈາກການໂຈມຕີທາງອາກາດຂອງອິສຣາແອລ ໃສ່ນອກເຂດບ້ານ Yaroun, ໝູ່ບ້ານຊາຍແດນເລບານອນຕິດກັບອິສຣາແອລ ທາງພາກໃຕ້ຂອງເລບານອນ ໃນວັນທີ 10 ທັນວາ 2023.

ຄວາມ​ຮຸນ​ແຮງ​ໄດ້​ເພີ່ມ​ຂຶ້ນ​ຢູ່​ຊາຍ​ແດນ​ຂອງ​ເລ​ບາ​ນອນ​ກັບ​ອິ​ສ​ຣາ​ແອລ ໃນ​ວັນ​ອາ​ທິດວານນີ້ໃນ​ຂະ​ນະ​ທີ່​ກຸ່ມເຮັສໂບລລາ (Hezbollah) ໄດ້​ສົ່ງໂດຣນລະເບີດ ແລະ​ຍິງ​ລູກ​ສອນ​ໄຟ​ທີ່​ມີຄວາມແຮງ​ໃສ່​ບັນ​ດາທີ່ໝັ້ນຂອງອິສຣາແອລ ແລະ ການໂຈມຕີທາງອາກາດຂອງອິສຣາແອລ ໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ຫຼາຍໆເມືອງ ແລະ ໝູ່ບ້ານ ທາງພາກໃຕ້ຂອງເລບານອນ, ອີງຕາມອົງການຂ່າວຣອຍເຕີສ໌.

ອິສຣາແອລ ແລະກຸ່ມເຮັສໂບລລາ ທີ່ໜູນຫຼັງໂດຍອີຣ່ານ ໄດ້ຍິງຕໍ່ສູ້ກັນໄປກັນມາ ນັບຕັ້ງແຕ່ສົງຄາມຢູ່ເຂດກາຊາ ໄດ້ລະເບີດຂຶ້ນເມື່ອສອງເດືອນກ່ອນ ເຊິ່ງເປັນການສູ້ລົບກັນທີ່ຮ້າຍແຮງທີ່ສຸດຂອງພວກເຂົາ ນັບຕັ້ງແຕ່ຄວາມຂັດແຍ່ງໃນປີ 2006 ເປັນຕົ້ນມາ. ​ຄວາມ​ຮຸນ​ແຮງ​ສ່ວນ​ໃຫຍ່​ໄດ້​ຖືກ​ຄວບ​ຄຸມໄວ້ໃນ​ເຂດ​ຊາຍ​ແດນ.

​ອາລີ ຮິຈາຊີ ເຊິ່ງເປັນເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອລໃສ່​ເມືອງໄອທາຣູນ (Aitaroun) ​ໄດ້​ທຳລາຍ​ບ້ານ​ເຮືອນ 5 ຫຼັງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້ອີກຈໍານວນຫຼາຍຫຼັງ. "ການແຊກແຊງຂອງພະເຈົ້າ ໄດ້ປ້ອງກັນບໍ່ໃຫ້ມີຜູ້ໃດທໍລະມານ. ແມ່ຍິງສາມຄົນ ແລະຜູ້ຊາຍສອງຄົນ ໄດ້ຮັບບາດເຈັບ," ລາວບອກ ກັບອົງການຂ່າວຣອຍເຕີສ໌.

ກອງທັບ​ອິສຣາ​ແອ​ລ​ບໍ່​ໄດ້​ຕອບ​ ຕໍ່​ການ​ຮ້ອງ​ຂໍ​ຄໍາ​ເຫັນໃນ​ທັນທີ.

ນັກການເມືອງອະວຸໂສຂອງເຮັສໂບລລາ, ອັສຊັນ ຟັດລັລລາ (Hassan Fadlallah), ກ່າວໃນຖະແຫຼງການຕໍ່ອົງການຂ່າວຣອຍເຕີສ໌ ວ່າການໂຈມຕີທາງອາກາດຂອງອິສຣາແອລ ແມ່ນເປັນ "ການຍົກລະດັບຂຶ້ນໃໝ່" ເຊິ່ງກຸ່ມດັ່ງກ່າວໄດ້ຕອບໂຕ້ດ້ວຍການໂຈມຕີຮູບແບບໃຫມ່, ບໍ່ວ່າຈະເປັນ "ໃນລັກສະ ນະຂອງອາວຸດ (ທີ່ໄດ້ຖືກໃຊ້) ຫຼືສະຖານທີ່ເປົ້າຫມາຍ."

ກ່ອນ​ໜ້າ​ນີ້ ກອງທັບ​ອິສ​ຣາ​ແອລ ກ່າວ​ວ່າ “ເປົ້າ​ໝາຍ​ທາງ​ອາກາດ​ທີ່​ໜ້າ​ສົງ​ໄສ” ​ໄດ້​ຂ້າມ​ຈາກ​ເລ​ບາ​ນອນແລ້ວ ​ແລະ ອີກສອງ​ເປົ້າໝາຍ ໄດ້​ຖືກ​ສະກັດ​ກັ້ນ. ທະ ຫານ​ອິສຣາ​ແອ​ລສອງ​ຄົນ​ ໄດ້​ຮັບ​ບາດ​ເຈັບພໍສົມຄວນ, ​ແລະ​ອີກ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ເລັກນ້ອຍ​ຈາກ​ຊິ້ນສ່ວນຂອງລູກປືນ ແລະ ຄວັນໄຟ.

ກອງທັບອິສຣາແອລຍັງກ່າວວ່າ ເຮືອບິນ​ລົບ​ຂອງ​ອິສຣາ​ແອ​ລ​ໄດ້ "​ທໍາ​ການ​ໂຈມ​ຕີ​ຢ່າງ​ກວ້າງ​ຂວາງ​ໃສ່​ເປົ້າ​ໝາຍ​ກໍ່​ການ​ຮ້າຍ ຂອງກຸ່ມເຮັສໂບລລາ ​ໃນ​ດິນ​ແດນ​ເລ​ບາ​ນອນ. ສຽງສັນຍານເຕືອນໄພ ໄດ້​ດັງ​ຂຶ້ນ​ຢູ່​ໃນ​ອິ​ສຣາ​ແອລ ຕາມສະຖານທີ່ຕ່າງໆ ຢູ່ບໍລິເວນ​ຊາຍ​ແດນ.

ທີ່​ນະ​ຄອນເບຣຸດ, ປະຊາຊົນໄດ້ເຫັນສິ່ງທີ່ເບິ່ງຄືວ່າເປັນເຮືອບິນລົບສອງລໍາ ບິນຜ່ານທ້ອງຟ້າສີຟ້າໃສ ໂດຍໄດ້ປະຮ່ອງຮອຍ​ອາຍນໍ້າໄວ້ເບື້ອງຫຼັງ.

ຖະ​ແຫຼງການ​ຂອງ​ກຸ່ມເຮັສໂບລລາ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຕົນ ມີ​ເປົ້າ​ໝາຍ​ເພື່ອ​ສະໜັບສະໜຸນ​ຊາວ​ປາ​ແລ​ສ​ໄຕ​ນ໌ ​ໃນ​ເຂດ ກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG