ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ລະເບີດຂຶ້ນ ຢູ່ ປາຣີ ໃນວັນກຳມະກອນ ຊຶ່ງພວກເດີນຂະບວນ ໄດ້ຕ້ອງຕິ ທ. ມາກຣົງ ທີ່ໄດ້ຖືກເລືອກຄືນອີກ


ພາບຖ່າຍນີ້ ສະແດງໃຫ້ເຫັນແທ່ນໄມ້ສີ່ຫຼ່ຽມຖືກເຜົາໄໝ້ຢູ່ໃນຫົນທາງ ໃນລະຫວ່າງເກີດການປະທະກັນ ລະຫວ່າງພວກປະທ້ວງ ແລະເຈົ້າໜ້າທີ່ຕຳຫຼວດຢູ່ນອກ ການໂຮມຊຸມນຸມ ໃນວັນວັນແຮງງານປະຈຳປີ ຫຼື May Day, ໂດຍເປັນຂີດໝາຍແກ່ວັນແຮງງານສາກົນ ໃນນະຄອນຫຼວງປາຣີ, ເມື່ອວັນທີ 1 ພຶດສະພາ 2022.
ພາບຖ່າຍນີ້ ສະແດງໃຫ້ເຫັນແທ່ນໄມ້ສີ່ຫຼ່ຽມຖືກເຜົາໄໝ້ຢູ່ໃນຫົນທາງ ໃນລະຫວ່າງເກີດການປະທະກັນ ລະຫວ່າງພວກປະທ້ວງ ແລະເຈົ້າໜ້າທີ່ຕຳຫຼວດຢູ່ນອກ ການໂຮມຊຸມນຸມ ໃນວັນວັນແຮງງານປະຈຳປີ ຫຼື May Day, ໂດຍເປັນຂີດໝາຍແກ່ວັນແຮງງານສາກົນ ໃນນະຄອນຫຼວງປາຣີ, ເມື່ອວັນທີ 1 ພຶດສະພາ 2022.

ຕຳຫຼວດໄດ້ຍິງແກັສນ້ຳຕາໃສ່ພວກນິຍົມອະນາທິປະໄຕ ໃນຊຸດສີດຳ ເພື່ອສະກັດກັ້ນພວກເຂົາທີ່ໄດ້ປຸ້ນຮ້ານຄ້າໃນເຂດທຸລະກິດຂອງນະຄອນຫຼວງປາຣີ ເມື່ອວັນອາທິດວານນີ້ ໃນລະຫວ່າງການປະທ້ວງ​ ໃນ​ວັນ​ກຳ​ມະ​ກອນ ຫຼື May Day ເພື່ອຕໍ່ຕ້ານນະໂຍບາຍຂອງປະທານາທິບໍດີ ເອມແມນູແອລ ມາກຣົງ ທີ່ໄດ້ຖືກເລືອກຄືນໃໝ່ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ປະຊາຊົນຫຼາຍພັນຄົນ ໄດ້ເຂົ້າຮ່ວມໃນການເດີນຂະບວນ May Day ຢູ່ທົ່ວປະເທດຝຣັ່ງ ໂດຍຮຽກຮ້ອງໃຫ້ຂຶ້ນເງິນເດືອນ ແລະໃຫ້ທ່ານມາກຣົງຍົກເລີກແຜນ ການຂອງທ່ານ ທີ່ຈະເພີ້ມອາຍຸກະສຽນ ອອກກິນເບຍບຳນານ.

ການປະທ້ວງສ່ວນໃຫຍ່ເປັນໄປຢ່າງສັນຕິ ແຕ່ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ໃນນະຄອນຫຼວງ ບ່ອນທີ່ຕຳຫຼວດໄດ້ຈັບກຸມ 54 ຄົນ ທີ່ລວມທັງແມ່ຍິງຄົນນຶ່ງ ທີ່ໄດ້ໂຈມຕີນັກດັບໄຟ ທີ່ກຳລັງພະຍາຍາມຈະດັບໄຟ ອີງຕາມການກ່າວຂອງລັດຖະມົນຕີກະຊວງພາຍໃນຂອງຝຣັ່ງ ທ່ານເຈີຣອລດ໌ ດາຣມາແນັງ (Gerald Darmanin) ໃນຂໍ້ຄວາມທີ່ຂຽນລົງໃນທວີດເຕີ. ທ່ານໄດ້ກ່າວຕື່ມວ່າ ຕຳຫຼວດແປດຄົນ ໄດ້ຮັບບາດເຈັບ.

ການປະທະກັນກັບຕຳຫຼວດ ໄດ້ເກີດຂຶ້ນໃນຊ່ວງການເລີ້ມເດີນຂະບວນຢູ່ໃກ້ກັບຈະຕຸລັດ ລາ ເຣພູບລິກ (La Republique) ທາງກໍ້າຕາເວັນອອກຂອງນະຄອນປາຣີ.

ພວກນິຍົມອະທິປະໄຕ ທີ່ເອີ້ນວ່າ “Black Bloc” ໄດ້ປຸ້ນແລະທຳລາຍຮ້ານອາຫານ ແມັກດໍໂນລ ຢູ່ທີ່ ປລາສ໌ ເລອອງ ບລູມ (Place Leon Blum) ແລະໄດ້ທຳລາຍຕຶກຂອງອົງການຕ່າງໆ ດ້ວຍການທັບແກ້ວປ່ອງຢ້ຽມທັງຫຼາຍຂອງຕຶກ ແລະໄດ້ເຜົາຖັງຂີ້ເຫຍື້ອ.

ຕຳຫຼວດ ກໍໄດ້ຕອບໂຕ້ດ້ວຍການຍິງແກັສນ້ຳຕາໃສ່.

ການໂຮມຊຸມນຸມປະມານ 250 ແຫ່ງໄດ້ຖືກຈັດຂຶ້ນໃນນະຄອນປາຣີ ແລະຢູ່ໃນຫົວເມືອງອື່ນໆ ລວມທັງ ລີລ (Lille) ນັງ (Nantes) ຕູລູສ (Toulouse) ແລະມາກ​ໄຊ (Marseille). ລວມທັງໝົດແລ້ວ ມີ 116,500 ຄົນອອກມາເດີນຂະບວນປະທ້ວງໃນທົ່ວປະເທດ ລວມທັງ 24,000 ຄົນຢູ່ໃນນະຄອນຫຼວງ ອີງຕາມການກ່າວຂອງກະຊວງພາຍໃນຝຣັ່ງ.

ຢູ່ໃນນະຄອນຫຼວງປາຣີ ມີພວກກຳມະບານແຮງງານ ແລະເຂົ້າຮ່ວມດ້ວຍບັນດານັກການເມືອງຜູ້ມີຊື່ສຽງຫຼາຍຄົນ ສ່ວນໃຫຍ່ແມ່ນມາຈາກພັກຝ່າຍຊ້າຍ ແລະບັນດານັກເຄື່ອນໄຫວເພື່ອສະພາບອາກາດ.

ຄ່າຄອງຊີບເປັນປະເດັນຫຼັກໃນການໂຄສະນາຫາສຽງການເລືອກຕັ້ງປະທານາທິບໍດີ ແລະເບິ່ງຄືວ່າ ຈະເປັນປະເດັນສຳຄັນໃນຕໍ່ໜ້ານຂອງການເລືອກຕັ້ງສະມາ ຊິກສະພາ ໃນເດືອນມິຖຸນານີ້ ທີ່ວ່າ ພັກຂອງທ່ານມາກຣົງ ແລະບັນດາພັນທະມິດຂອງຕົນ ຈະຕ້ອງໄດ້ຊະນະ ຖ້າຈະໃຫ້ທ່ານສາມາດ ຈັດຕັ້ງປະຕິບັດນະໂຍ ບາຍການສະໜັບສະໜຸນທຸລະກິດຂອງທ່ານໄດ້ ທີ່ລວມມີການເພີ້ມອາຍຸກະສຽນອອກກິນເບ້ຍບຳນານ ຂຶ້ນຈາກ 62 ປີ ໃຫ້ເປັນ 65 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG