ລະເບີດຄັ້ງໃຫຍ່ໄດ້ແຕກຂຶ້ນ ສັ່ນສະເທືອນນະຄອນຫຼວງຂອງປະເທດອັຟການິສຖານ.
ຍັງບໍ່ທັນໄດ້ມີຂ່າວໃດໆເພີ້ມຕື່ມ ກ່ຽວກັບວ່າ ແມ່ນຫຍັງ ເປັນສາເຫດຂອງການລະເບີດ
ດັ່ງກ່າວໃນວັນຈັນມື້ນີ້ ໃນນະຄອນຫຼວງກາບູລ ຫຼືວ່າມີຜູ້ຄົນບາດເຈັບລົ້ມຕາຍຫຼືບໍ່.
ອົງການຂ່າວສານຂອງຝຣັ່ງ (AFP) ລາຍງານວ່າ ລະເບີດຄັ້ງນີ້ ໄດ້ແຕກຂຶ້ນ ຢູ່ຕໍ່ໜ້າ
ໂຮງຮຽນມັດທະຍົມປາຍ ໃນກາງເມືອງ ນະຄອນຫຼວງກາບູລ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
A huge explosion has rocked Afghanistan's capital.
There was no immediate word on what caused the blast Monday in Kabul or if there were any casualties.
The French news agency (AFP) reports the explosion happened in front of a high school in downtown Kabul.