ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານຂອງ UN ກ່າວວ່າ ຈຳນວນ ຜູ້ເສຍຊີວິດ ຫຼື ບາດເຈັບ ມີຫຼາຍເປັນປະຫວັດການ ໃນ ອັຟການິສຖານ


ຕຳຫຼວດ ອັຟການິສຖານ ສັງເກດການ ຢູ່ທີ່ດ່ານກວດຄົນ ແຫ່ງນຶ່ງ ໃນລະຫວ່າງ ການເລືອກຕັ້ງ ສະພາແຫ່ງຊາດ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 20 ຕຸລາ 2018.
ຕຳຫຼວດ ອັຟການິສຖານ ສັງເກດການ ຢູ່ທີ່ດ່ານກວດຄົນ ແຫ່ງນຶ່ງ ໃນລະຫວ່າງ ການເລືອກຕັ້ງ ສະພາແຫ່ງຊາດ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 20 ຕຸລາ 2018.

ອົງການສະຫະປະຊາຊາດ ກ່າວວ່າ ຊາວອັຟການິສຖານ ຫຼາຍກວ່າ 400 ຄົນ ໄດ້ຖືກ
ສັງຫານ ຫຼື ໄດ້ຮັບບາດເຈັບ ໃນການໂຈມຕີຫຼາຍຄັ້ງ ໃນລະຫວ່າງ ການເລືອກຕັ້ງ
ສະມາຊິກສະພາ ເມື່ອເດືອນແລ້ວນີ້.

ໃນບົດລາຍງານສະບັບນຶ່ງ ທີ່ໄດ້ຖືກເຜີຍແຜ່ ໂດຍ ຄະນະທູດຊ່ວຍເຫຼືອ ຂອງອົງການ
ສະຫະປະຊາຊາດ ໃນອັຟການິສຖານ ຫຼື UNAMA ນັ້ນ ວ່າ 56 ຄົນ ໄດ້ຖືກສັງຫານ
ແລະ 379 ຄົນ ໄດ້ຮັບບາດເຈັບ ໃນວັນທີ 20 ຕຸລາ ຜ່ານມາ ຊຶ່ງເປັນວັນທຳອິດ ຂອງ
ການປ່ອນບັດອອກສຽງ ແລະ ໃນສອງສາມມື້ຕໍ່ມານັ້ນ ໃນເວລາທີ່ມີການເລື່ອນ ການ
ປ່ອນບັດ ອອກໄປ. ອົງການ UNAMA ກ່າວວ່າ ຈຳນວນຂອງຜູ້ລົ້ມຕາຍຫຼືບາດເຈັບ
ແມ່ນສູງກວ່າ ໃນການເລືອກຕັ້ງນີ້ ເມື່ອປຽບທຽບໃສ່ການເລືອກຕັ້ງ 4 ຄັ້ງກ່ອນໜ້ານີ້.

ພວກຕຳຫຼວດ ອັຟການິສຖານ ກວດກາ ບໍລິເວນ ຫຼັງຈາກມີລະເບີດແຕກຂຶ້ນ ຢູ່ໃກ້ກັບໜ່ວຍເລືອກຕັ້ງ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 20 ຕຸລາ 2018.
ພວກຕຳຫຼວດ ອັຟການິສຖານ ກວດກາ ບໍລິເວນ ຫຼັງຈາກມີລະເບີດແຕກຂຶ້ນ ຢູ່ໃກ້ກັບໜ່ວຍເລືອກຕັ້ງ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 20 ຕຸລາ 2018.

ບົດລາຍງານຂອງອົງການສະຫະປະຊາຊາດນີ້ ຍັງໄດ້ກ່າວອີກວ່າ ກຸ່ມຕາລີບານ ໄດ້
ປະຕິບັດການໂຈມຕີ ດ້ວຍການໃຊ້ພວກ ລູກຈະຫຼວດ ລະເບີດ ປືນຄົກ ແລະອຸປະກອນ
ວັດຖຸລະເບີດຜະລິດຂຶ້ນເອງ. ຄະນະກຳມະການນີ້ ໄດ້ກ່າວວ່າ ກຸ່ມຕາລີບານ ຍັງໄດ້ໃຊ້
ການການຂຸກຄາມ ແລະ ຂົ່ມຂູ່ ພວກມີສິດອອກສຽງທັງຫຼາຍ ກ່ອນໜ້າການເລືອກຕັ້ງ
ລວມທັງການລັກພາໂຕ ພົນລະເຮືອນໄປຫຼາຍຮ້ອຍຄົນນຳ.

​ບັດເລືອກຕັ້ງທັງຫຼາຍ ຈາກການເລືອກຕັ້ງ ເມື່ອວັນທີ 20 ຕຸລາ ຜ່ານມານີ້ ກໍຍັງຖືກ ນັບຢູ່ໃນປັດຈຸບັນນີ້ ແລະ ຜົນຂອງການເລືອກຕັ້ງ ໃນເບື້ອງຕົ້ນ ແມ່ນຄາດກັນວ່າ
ຈະບໍ່ໄດ້ຖືກປະກາດອອກມາ ຈົນກວ່າທ້າຍເດືອນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG