ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ຈາກການໂຈມຕີໃໝ່ໆບັ້ນນຶ່ງຢູ່ໃນເຂດແມ່ນໍ້າ Tana ຂອງປະເທດເຄນຢາ ບ່ອນທີ່ໄດ້ເກີດຄວາມວຸ້ນວາຍ ມາໄດ້ຫຼາຍເດືອນແລ້ວລະຫວ່າງບັນ ດາຊົນເຜົ່າ ທີ່ພາໃຫ້ມີການສູ້ລົບກັນເປັນຄັ້ງເປັນຄາວນັ້ນ.
ນອກນັ້ນຍັງມີປະຊາຊົນອີກຫຼາຍຄົນໄດ້ຮັບບາດເຈັບ ແລະຢ່າງໜ້ອຍບ້ານເຮືອນ 15 ຫຼັງຖືກເຜົາໄໝ້ໃນການໂຈມຕີເມື່ອວັນພະຫັດຢູ່ຄຸ້ມຊາວ Pokomo ຢູ່ໃນແຂວງ Kibisu. ຜູ້ສື່ຂ່າວທ້ອງຖິ່ນບອກວີໂອເອວ່າ ພວກໂຈມຕີໄດ້ໃຊ້ອາວຸດປືນ ຫອກ ແລະທະນູ ແລະຜູ້ເຄາະຮ້າຍສອງຄົນເປັນເດັກນ້ອຍທີ່ຖືກຍິງເວລາຍ່າງໄປໂຮງຮຽນ ສ່ວນເດັກນ້ອຍອີກຄົນນຶ່ງຖືກແຂວນຄໍຢູ່ຕົ້ນໄມ້.
ເຫດຮ້າຍດັ່ງກ່າວນີ້ມີຂຶ້ນນຶ່ງມື້ຫຼັງຈາກພວກບຸກລຸກເຂດ Pokomo ໄດ້ໂຈມຕີບ້ານ Orma ດ້ວຍປືນແລະພ້າ ທີ່ເຮັດໃຫ້ມີຜູ້ເສຍຊີວິດເກົ້າຄົນ ໂຮມທັງຊາວບ້ານ Orma ເສຍຊີວິດຢ່າງໜ້ອຍຫົກຄົນ.
ທ່ານ Josep Rotich ກຳມາທິການປົກຄອງເຂດ Tana ບອກວີໂອເອວ່າ ຈຸດປະສົງໃນການໂຈມຕີຄັ້ງນີ້ຍັງບໍ່ຮູ້ແນ່ນອນເທື່ອ.
ເຫດການປະທະກັນລະຫວ່າງກຸ່ມດັ່ງກ່າວໄດ້ເຂັ່ນຂ້າຜູ້ຄົນໄປແລ້ວຫລາຍ ກວ່າ 140 ຄົນ ນັບຕັ້ງແຕ່ເດືອນສິງຫາປີກາຍເປັນຕົ້ນມາ.
ເຫດການກໍ່ຄວາມຮຸນແຮງເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດຄວາມຢ້ານກົວວ່າຕໍາຫຼວດ ທ້ອງຖິ່ນຈະເຮັດໃຫ້ການແຕກແຍກກັນນີ້ຮ້າຍແຮງລົງໄປອີກ ໂດຍຫວັງວ່າຈະໄດ້ຮັບຜົນປະໂຫຍດໃນການເລືອກຕັ້ງຂອງເຄນຢາ ຊຶ່ງຈະມີຂຶ້ນໃນວັນທີ 4 ເດືອນມີນາ ຕໍ່ໜ້ານີ້.