ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງຕໍ່ຄົນ ເອເຊຍ ເຮັດໃຫ້ແມ່ຍິງ ອາເມຣິກັນ ເຊື້ອສາຍ ລາວ ລະມັດລະວັງສິ່ງອ້ອມຂ້າງ


ປະຊາຊົນເຂົ້າຮ່ວມການເດີນຂະບວນເພື່ອສະໜັບສະໜູນແມ່ຍິງ ເອເຊຍ ໃນເຂດ ແມນແຮັດຕັນ, ນະຄອນ ນິວຢອກ.
ປະຊາຊົນເຂົ້າຮ່ວມການເດີນຂະບວນເພື່ອສະໜັບສະໜູນແມ່ຍິງ ເອເຊຍ ໃນເຂດ ແມນແຮັດຕັນ, ນະຄອນ ນິວຢອກ.

ເຫດການຄວາມຮຸນແຮງແມ່ນໄດ້ເກີດຂຶ້ນຢູ່ທົ່ວ ສະຫະລັດ, ແຕ່ສ່ວນຫຼາຍມັກຈະບໍ່ຖືກລາຍງານໃຫ້ປະຊາຊົນຮູ້. ເຫດການຍິງກັນ ແລະ ການທຳຮ້າຍຮ່າງກາຍຄົນ ອາເມຣິກັນ ເຊື້ອເອເຊຍ ແມ່ນເລື່ອງທີ່ກຳລັງເກີດຂຶ້ນຢ່າງຫຼວງຫຼາຍໃນ ສະຫະລັດ ທຸກມື້ນີ້.

ການທຳຮ້າຍຮ່າງກາຍ ແລະ ການຍິງກັນໃນ ສະຫະລັດ ມັກເກີດຂຶ້ນດຸຫຼາຍຈົນມັນໄດ້ກາຍເປັນເລື່ອງປົກກະຕິສຳລັບປະຊາຊົນທີ່ອາໄສໃນປະເທດ. ແຕ່ປັດຈຸບັນນີ້ມັນໄດ້ເກີດຂຶ້ນຫຼາຍໂພດ ແລະ ຮຸນແຮງໂພດ ເຮັດໃຫ້ປະຊາຊົນອອກມາປະທ້ວງ ເພື່ອໃຫ້ມີມາດຕະການຮັກສາຄວາມປອດໄພຫຼາຍຂຶ້ນ.

ປັດຈຸບັນນີ້ປະຊາຊົນແມ່ນມີຄວາມລະແວງກ່ອນທີ່ເຂົາເຈົ້າຈະອອກຈາກບ້ານ. ດັ່ງທີ່ທ່ານນາງ ເມັ້ງ ຄົນລາວທີ່ອາໄສຢູ່ນະຄອນລອສ ແອນເຈີລິສ ໄດ້ກ່າວຕໍ່ພວກເຮົາວ່າ “ສ່ວນຫຼາຍພວກຂ້ອຍໄປຫັ້ນໄປໜີ້ ກະບໍ່ໄດ້ລະວັງໃດ ເພາະວ່າບໍ່ໄດ້ຄຶດແນວນັ້ນ, ແຕ່ກີ້ແມ່ນບໍ່. ດຽວນີ້ ຖ້າຂ້ອຍອອກໄປຫັ້ນອອກໄປໜີ້ ຂ້ອຍກະຕ້ອງເບິ່ງກ່ອນ. ຈ້ອງເບິ່ງກ່ອນ ແລະ ຂ້ອຍກະຖາມຂ້ອຍເອງວ່າ ຖ້າເລື່ອງແນວນີ້ເກີດຂຶ້ນ, ໂຕຂອງຂ້ອຍເອງກະໄດ້ເວົ້ານຳພີ່ເອື້ອຍມື້ເຊົ້ານີ້ວ່າ ຖ້າມີຄົນນຶ່ງເວົ້າໃຫ້ຂ້ອຍວ່າ Love you long time ຫຼືເວົ້າບໍ່ດີນຳຂ້ອຍ ຂ້ອຍຊິຕອບແນວໃດ. ຂ້ອຍຊິເສີຍບໍ່ ຫຼືວ່າຂ້ອຍຊິຕອບຄືນ. ຊຸມຂ້ອຍກະເວົ້ານຳກັນແນວນັ້ນ. ຖ້າມັນລົບກວນຂ້ອຍລົບກວນສິດທິສ່ວນຕົວຂອງຂ້ອຍ, ຂ້ອຍຊິຕອບໂຕ້ຄືນ.”

ພວກຄົນຮ້າຍມັກແນເປົ້າໃສ່ແມ່ຍິງ ແລະ ຄົນອາຍຸສູງ. ດົນໆຈະແນເປົ້າໃສ່ຜູ້ຊາຍໜຸ່ມ. ຄົນຮ້າຍເມື່ອກ່ອນຈະມີແຕ່ຄົນຜິວຂາວ ແຕ່ດຽວນີ້ມີທັງຄົນຜິວດຳ ແລະ ເຊື້ອສາຍອື່ນທີ່ທຳຮ້າຍຄົນເອເຊຍ.

ບັນຫາການແບ່ງແຍກເຊື້ອຊາດຜິວພັນໃນ ສະຫະລັດ ແມ່ນເລື່ອງທີ່ແກ້ໄຂບໍ່ໄດ້ມາດົນຫຼາຍແລ້ວ. ແຕ່ເມື່ອບໍ່ດົນມານີ້ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ນັກການເມືອງ ແລະ ຄົນມີຊື່ສຽງທັງຫຼາຍ ກໍໄດ້ອອກມາກ່າວໃຫ້ການສະໜັບສະໜູນຕໍ່ຄົນອາເມຣິກັນເຊື້ອສາຍເອເຊຍ.

XS
SM
MD
LG