ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເຫດການຄວາມຮຸນແຮງຕໍ່ຄົນ ອາເມຣິກັນ ເຊື້ອສາຍເອເຊຍ ເຮັດໃຫ້ຊຸມຊົນຄົນ ເອເຊຍ ໃນ ສະຫະລັດ ເກີດຄວາມຢ້ານກົວ


ຜູ້ປະທ້ວງໃສ່ໜ້າກາກ ແລະ ຖືປ້າຍ ເຂົ້າຮ່ວມໃນການຊຸມນຸມເພື່ອປູກຈິດສຳນຶກ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ ໃກ້ກັບເມືອງ ຈີນ, ນະຄອນ ລອສ ແອນເຈີລິສ. 20 ກຸມພາ, 2021.
ຜູ້ປະທ້ວງໃສ່ໜ້າກາກ ແລະ ຖືປ້າຍ ເຂົ້າຮ່ວມໃນການຊຸມນຸມເພື່ອປູກຈິດສຳນຶກ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ ໃກ້ກັບເມືອງ ຈີນ, ນະຄອນ ລອສ ແອນເຈີລິສ. 20 ກຸມພາ, 2021.

ການໂຈມຕີຄົນອາເມຣິກັນເຊື້ອສາຍເອເຊຍໃນ ສະຫະລັດ ແມ່ນກຳລັງຮ້າຍແຮງຂຶ້ນທຸກມື້ ແລະ ການສັງຫານໝູ່ຢູ່ຮ້ານນວດຂອງຄົນເອເຊຍ ໃນວັນອັງຄານທີ່ຜ່ານມາກໍໄດ້ເຮັດໃຫ້ທຸກຄົນຕົກໃຈກັນໄປໝົດ.

ເຫດການຍິງກັນຢູ່ຮ້ານນວດດັ່ງກ່າວໄດ້ເຮັດໃຫ້ 8 ຄົນເສຍຊີວິດ ເຊິ່ງລວມມີ 6 ຄົນ ທີ່ເປັນແມ່ຍິງຄົນເອເຊຍ. ຫຼາຍຄົນສັນນິດຖານວ່າເຫດການທີ່ວ່ານັ້ນແມ່ນມີແຮງຈູງໃຈມາຈາກຄວາມຄຽດຊັງຕໍ່ຄົນເອເຊຍ ທີ່ໄດ້ເລີ່ມຂຶ້ນຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະບາດໄວຣັສໂຄໂຣນາເມື່ອປີກາຍນີ້.

ເຫດການໂຈມຕີຄົນເອເຊຍ ແມ່ນໄດ້ແຜ່ລະບາດໄປທົ່ວ ສະຫະລັດ ເຮັດໃຫ້ບ່ອນທີ່ຄິດວ່າປອດໄພ ກໍ່ກາຍເປັນບ່ອນທີ່ມີຄວາມສ່ຽງສຳລັບຄົນເອເຊຍ ໂດຍສະເພາະຜູ້ມີອາຍຸສູງ ແລະ ແມ່ຍິງ.

ທ່ານນາງ ໄຮ່ຄຳ ຄົນລາວທີ່ອາໄສຢູ່ລັດແມຣີແລນ ໄດ້ໃຫ້ຄຳເຫັນຕໍ່ພວກເຮົາ ກ່ຽວກັບ ສະຖານະ ການດັ່ງກ່າວວ່າ “ເອື້ອຍກະຢ້ານໃດ. ສາມີເອື້ອຍກະບອກໃຫ້ລະວັງຫັ້ນນະ. ບໍ່ໄປໃສທີ່ວ່າມັນເປັນ, ແບບວ່າມັນຊິອັນຕະລາຍໃຫ້ເຮົາ. ແຕ່ເຮົາກະບໍ່ຮູ້ເນາະຄັນມັນຊິເປັນມາ. ກະຢ້ານໃດ.”

ສາມີຂອງທ່ານນາງ ໄຮ່ຄຳເປັນຄົນອາເມຣິກັນ, ທ່ານນາງເວົ້າວ່າສາມີເປັນຄົນທີ່ບໍ່ມັກຄວາມຮຸນ ແຮງຢູ່ແລ້ວ ແລະ ລາວກໍໄດ້ຕຳໜິຄົນຜູ້ທີ່ອອກມາກະທຳສິ່ງນີ້.

ພາຍໃນນຶ່ງປີກວ່າທີ່ຜ່ານມາມີເຫດການຕໍ່ຕ້ານຄົນເອເຊຍຫຼາຍກວ່າ 3,800 ຄັ້ງໃນທົ່ວ ສະຫະລັດ, ເຊິ່ງລວມມີການໃຊ້ຄຳເວົ້າ ຮາວີ ແລະ ທຳຮ້າຍຮ່າງກາຍຄົນເອເຊຍ. ກຸ່ມ Stop AAPI Hate ໄດ້ເປີດເຜີຍລາຍງານວັນອັງຄານທີ່ຜ່ານມາວ່າ ຈາກວັນທີ 1 ມັງກອນ ຫາທີ 28 ກຸມພາ ປີນີ້ມີເຫດ ການດັ່ງກ່າວເກີດຂຶ້ນຢ່າງໜ້ອຍ 503 ຄັ້ງ.

ການໂຈມຕີທີ່ວ່ານີ້ແມ່ນໄດ້ສ້າງຄວາມເຈັບປວດໃຫ້ແກ່ຄົນອາເມຣິກັນ ເຊື້ອສາຍເອເຊຍຢ່າງຫຼວງຫຼາຍ.

XS
SM
MD
LG