ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ວິນຍາ ສີສະໝຸດ ຜູ້ອຳນວຍການ ອົງການສູນກາງລາວສຶກສາ ທີ່ນະຄອນແຊນແຟຣນສິສໂກ ລັດຄາລີຟໍເນຍ


ທ່ານວິນຍາ ສີສະໝຸດ ຜູ້ອຳນວຍການ ແລະຜູ້ກໍ່ຕັ້ງອົງການສູນກາງລາວສຶກສາ ທີ່ນະຄອນແຊນແຟຣນສິສໂກ ລັດຄາລິຟໍເນຍ.
ທ່ານວິນຍາ ສີສະໝຸດ ຜູ້ອຳນວຍການ ແລະຜູ້ກໍ່ຕັ້ງອົງການສູນກາງລາວສຶກສາ ທີ່ນະຄອນແຊນແຟຣນສິສໂກ ລັດຄາລິຟໍເນຍ.

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາສຳລັບແລງວັນອາທິດມື້ນີ້ ພວກເຮົາຈະນຳທ່ານ ໄປພົບກັບ ທ່ານວິນຍາ ສີສະໝຸດ ຜູ້ທີ່ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດຕັ້ງແຕ່ຕອນທ່ານຍັງນ້ອຍແລະໄດ້ຮ່ຳຮຽນຊັ້ນປະຖົມຈົນຮອດມະຫາວິທະຍາໄລ ແລະໄດ້ຮັບປະລິນຍາໃນຫຼາຍຂະແໜງຈາກມະຫາວິທະຍາໄລວິສຄອນຊິນ ຊຶ່ງໃນປັດຈຸບັນນີ້ ທ່ານມີທຸລະກິດສ່ວນຕົວ ທີ່ທ່ານເປັນເຈົ້າຂອງສະຖານຄລີນິກ ມີໝໍຂັ້ນປະຖົມປະຈຳການ ພ້ອມທັງເປັນຜູ້ອຳນວຍການອົງການສູນກາງລາວສຶກສາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານວິນຍາ ສີສະໝຸດ ເກີດໃນປີ 1973 ຢູ່ທີ່ບ້ານແຮ່ ເມືອງປາກເຊ ແຂວງຈຳປາສັກ ເມື່ອມີອາຍຸໄດ້ປະມານ 8 ປີ ທ່ານແລະພໍ່ແມ່ໄດ້ເດີນທາງອອກຈາກບ້ານເກີດເມືອງນອນ ຂ້າມໄປຝັ່ງໄທເຂົ້າສູນອົບພະຍົບ ຕໍ່ມາໃນປີ 1983 ໂດຍການອຸປະຖຳຈາກໂບດລູເຕີເຣນ ຄອບຄົວຂອງທ່ານ ຈຶ່ງໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ໃນລັດວິສຄັນຊິນຂອງສະຫະລັດ ຊຶ່ງໃນຕອນນັ້ນ ທ່ານມີອາຍຸຄົບ 10 ປີ ແລະໄດ້ເລີ້ມຕົ້ນເຂົ້າຮ່ຳຮຽນໃນໂຮງຮຽນປະຖົມສຶກສາ ມາຕະຫຼອດຈົນຮອດຂັ້ນມະຫາວິທະຍາໄລ ດັ່ງທີ່ທ່ານກ່າວສູ່ວີໂອເອລາວ ຟັງດັ່ງຕໍ່ໄປນີ້:

ທ່ານວິນຢາ ໄດ້ຮຽນຈົບຈາກມະຫາວິທະຍາໄລວິສຄັນຊິນ ລະດັບປະລິນຍາຕີໃນຂະແໜງຄວາມສຳພັນລະຫວ່າງຊາດ ຕິດຕາມມາດ້ວຍ ປະລິນຍາໂທໃນຂະແໜງເອເຊຍຄະນະສຶກສາ ແລະປະລິນຍາເອກ ໃນຂະແໜງການພັດທະນາຊົນນະບົດ ໃນຂະນະທີ່ທ່ານຂຽນບົດວິທະຍານິພົນຢູ່ນັ້ນ ທ່ານໄດ້ເດີນທາງໄປນະຄອນແຊນແຟຣນສິສໂກ ລັດຄາລິຟໍເນຍ ຊຶ່ງທ່ານມີຄວາມປະທັບໃຈກັບສະພາບແວດລ້ອມແລະສະພາບອາກາດຂອງເຂດອ່າວແຊນແຟຣນສິສໂກ ຫຼືທີ່ເອີ້ນກັນວ່າ Bay Area ນັ້ນ ທ່ານຈຶ່ງໄດ້ຕັດສິນໃຈຍົກຍ້າຍໄປຕັ້ງຖິ່ນຖານຢູ່ໃນເຂດດັ່ງກ່າວຈົນເຖິງປັດຈຸບັນນີ້ ຊຶ່ງທ່ານກ່າວວ່າ:

ອິງຕາມການສຳຫຼວດປະຊາກອນຂອງອົງການສຳຫຼວດສະຫະລັດ ປີ 2020 ແລ້ວລັດຄາລີຟໍເນຍ ມີປະຊາກອນທັງໝົດ ເກືອບ 40 ລ້ານຄົນ ຫຼາຍທີ່ສຸດໃນສະຫະລັດ ຊຶ່ງໃນຈຳນວນດັ່ງກ່າວມີຊາວເອເຊຍ 4 ລ້ານ 8 ແສນກວ່າຄົນ ແລະສຳລັບຄົນເຊື້ອຊາຍລາວ ມີທັງໝົດ 58,400 ກວ່າຄົນ ສ່ວນຢູ່ພາຍໃນເຂດອ່າວແຊນແຟຣນສິສໂກ ແລະບໍລິເວນໃກ້ຄຽງ ມີຄົນລາວອາໄສຢູ່ປະມານ 11,500 ກ່ວາຄົນໂດຍມີຫຼາກຫຼາຍຊົນເຜົ່າ ຊຶ່ງທ່ານວິນຍາ ກ່າວວ່າ:

ລັດຄາລີຟໍເນຍເປັນລັດທີ່ໃຫຍ່ທີ່ສຸດອັນດັບສາມຂອງປະເທດ ຕັ້ງຢູ່ກ້ຳຕາເວັນຕົກສຸດຕິດກັບມະຫາສະໝຸດປາຊີຟິກ ມີເນື້ອທີ່ກວ້າງຂວາງເປັນພື້ນທີ່ຮາບພຽງປະສົມປະສານໄປດ້ວຍພູຜາ ແລະມີສະພາບອາກາດທີ່ເມາະສົມກັບການປູກຝັງນຳດ້ວຍ ນອກຈາກນັ້ນແລ້ວຍັງເປັນລັດທີ່ມີຫຼາກຫຼາຍອຸດສາຫະກຳໃນເກືອບທຸກພາກສ່ວນ ຈາກການກະສິກຳ ການຜະລິດ ໂຮງຈັກໂຮງງານ ການບໍລິການ ຕະຫຼອດເຖິງດ້ານບັນເທີງ ແລະບໍລິສັດເທັກໂນໂລຈີຍັກໃຫຍ່ ເປັນຕົ້ນ ຈຶ່ງເຮັດໃຫ້ຊາວເອເຊຍເຂົ້າມາອາໄສຢູ່ຢ່າງໜາແໜ້ນໂດຍສະເພາະຊາວລາວ ດັ່ງທີ່ທ່ານວິນຍາ ອະທິບາຍວ່າ:

ນອກຈາກຈະມີບໍລິສັດເທັກໂນໂລຈີໃຫຍ່ໆຕັ້ງຢູ່ໃນລັດຄາລິຟໍເນຍແລ້ວ ທ່ານວິນຍາ ກ່າວອີກວ່າ ກໍຍັງມີບໍລິສັດຜະລິດຢາປິ່ນປົ່ວຢ່າງຫຼວງຫຼາຍນຳດ້ວຍ ແລະເມື່ອລັດນີ້ມີເນື້ອທີ່ກວ້າງໃຫຍ່ໄພສານພ້ອມທັງມີສະພາບອາກາດທີ່ດີບໍ່ໜາວຫຼາຍແລ້ວ ຈຶ່ງເປັນລັດທີ່ມີການປູກຝັງຜັກແລະໝາກໄມ້ຕ່າງໆ ພ້ອມທັງການລ້ຽງສັດຢ່າງແຜ່ຫຼາຍ ດັ່ງທີ່ທ່ານກ່າວສູ່ຟັງວ່າ:

ເມື່ອຊາວລາວອົບພະຍົບໄປຕັ້ງຖິ່ນຖານຢູ່ປະເທດໃດຫຼືຢູ່ແຫ່ງໃດກໍຕາມ ພາຍໃນຊຸມຊົນລາວຢູ່ທີ່ແຫ່ງນັ້ນ ກໍຕ້ອງມີວັດວາອາຮາມພ້ອມດ້ວຍພະສົງອົງພະເຈົ້າຊຶ່ງເປັນສູນກາງທາງສາສະໜາສຳລັບຊາວລາວ ຜູ້ທີ່ນັບຖືສາສະໜາພຸດທັງຫຼາຍ ພາກັນມາເຕົ້າໂຮມກັນ ເພື່ອທຳບຸນຮັບສິນກິນທານຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາຕັ້ງແຕ່ດຶກດຳບັນ ແລະໂດຍສະເພາະຢູ່ໃນແຊນແຟຣນສິສໂກເຂດພື້ນທີ່ບໍລິເວນອ່າວນັ້ນ ທ່ານວິນຍາ ໄດ້ກ່າວກ່ຽວກັບວັດລາວສູ່ຟັງດັ່ງນີ້:

ນອກຈາກວັດວາອາຮາມແລ້ວ ອີກຢ່າງນຶ່ງທີ່ຂາດໄປຈາກຊຸມຊົນລາວ ບໍ່ໄດ້ ກໍແມ່ນການຈັດຕັ້ງສະມາຄົມຕ່າງໆຂຶ້ນ ເພື່ອເຕົ້າໂຮມຊາວລາວຢູ່ໃນຂົງເຂດໃຫ້ເຂົ້າມາຮ່ວມກັນເປັນກຸ່ມເປັນກ້ອນ ຮ່ວມໄມ້ຮ່ວມມືກັນ ຊ່ອຍເຫຼືອຫຼືໃຫ້ຄຳແນນນຳຊຶ່ງກັນແລະກັນ ຕາມເປົ້າໝາຍຕ່າງໆຂອງແຕ່ລະສະມາຄົມ ຊຶ່ງທ່ານວິນຍາ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:

ດັ່ງທີ່ທ່ານວິຍາ ໄດ້ກ່າວໄປວ່າ ທ່ານເປັນຜູ້ອຳນວຍການສູນກາງລາວສຶກສາ ຊຶ່ງທ່ານໄດ້ກໍ່ຕັ້ງຂຶ້ນດ້ວຍຕົນເອງ ໂດຍມີຈຸດປະສົງເພື່ອສົ່ງເສີມການຮຽນຮູ້ ແລະສຶກສາຄົ້ນຄວ້າ ໃນຫົວຂໍ້ຕ່າງໆກ່ຽວກັບລາວ ສຳລັບຄົນທົ່ວໄປ ຫຼືບັນດານັກວິຊາການທີ່ສຶກສາຄົ້ນຄວ້າກ່ຽວກັບລາວສຶກສາ ນອກຈາກນັ້ນຍັງມີໂຄງການແລະກິດຈະກຳຕ່າງໆ ທີ່ທ່ານໄດ້ອະທິບາຍກ່ຽວກັບອົງການສູນກາງລາວສຶກສາ ຫຼື Center for Lao Studies (CLS) www.laostudies.org ຂອງທ່ານ ສູ່ຟັງດັ່ງນີ້:

ທ່ານວິນຍາ ຍັງມີທຸລະກິດສ່ວນຕົວ ຊຶ່ງທ່ານເປັນເຈົ້າຂອງຄລີນິກແຫ່ງນຶ່ງໃນເຂດອ່າວແຊນແຟຣນສິສໂກນຳດ້ວຍ ໂດຍຄລີນິກຂອງທ່ານນັ້ນ ຈະມີທ່ານໝໍຂັ້ນປະຖົມ ປະຈຳຢູ່ຕາມປົກກະຕິ ຊຶ່ງທຸລະກິດຂອງທ່ານນີ້ເປັນຫຼັກແຫຼງສ້າງລາຍຮັບໃຫ້ແກ່ທ່ານ ຈຶ່ງເຮັດໃຫ້ທ່ານມີເວລາກຳກັບເບິ່ງນຳອົງການສູນກາງສຶກສາຂອງທ່ານໄດ້ຢ່າງເຕັມສ່ວນ.

XS
SM
MD
LG