ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທຳນຽບຫ້າແຈ ຖິ້ມໂທດໃສ່ ກຸ່ມລັດອິສລາມ ໃນການໂຈມຕີ ກຳລັງ ສະຫະລັດ ໃນໄນເຈີ


ພາບຈາກກອງທັບອາກາດສະຫະລັດທີ່ສະແດງໃຫ້ເຫັນເຖິງ
ການນຳສົບຂອງນາຍຈ່າກອງທັບບົກ Dustin Wright ຈາກເມືອງ Lyons, Georgia, 5 ຕຸລາ 2017, ກ່ອນອອກເດີນທາງໄປຍັງຄ້າຍທະຫານອາກາດ Dover, Delware.
ພາບຈາກກອງທັບອາກາດສະຫະລັດທີ່ສະແດງໃຫ້ເຫັນເຖິງ ການນຳສົບຂອງນາຍຈ່າກອງທັບບົກ Dustin Wright ຈາກເມືອງ Lyons, Georgia, 5 ຕຸລາ 2017, ກ່ອນອອກເດີນທາງໄປຍັງຄ້າຍທະຫານອາກາດ Dover, Delware.

ທຳນຽບຫ້າແຈກ່າວ​ວ່າ ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ ​ເປັນຜູ້​ຮັບຜິດຊອບຕໍ່​ການ​
ໂຈມ​ຕີ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໄນ​ເຈີ ທີ່​ໄດ້ສັງ​ຫານ​ທະຫານ​ອາ​ເມຣິກັນ
ຢ່າງ​ນ້ອຍ 4 ຄົນ ​ໃນ​ຂະນະ​ທີ່​ລາຍ​ລະອຽດ​ໃໝ່ທີ່​ແນະ​ໃຫ້​ເຫັນ​ວ່າ ພວກ​ຊາວບ້ານ​
ໃນ​ທ້ອງຖິ່ນອາດ​ຈະມີບົດບາດໃນການດັກສະກັດ​ໂຈມ​ຕີ​ທີ່​ວ່າ​ນີ້.

​ໂຄສົກຂອງທຳນຽບຫ້າແຈ ພັນ​ໂທ Michelle Baldanza ​ໄດ້​ບອກ​ກັບ VOA
ໃນ​ວັນ​ພຸດ​ ວານ​ນີ້​ວ່າ ພວກ​ຫົວ​ຮຸນ​ແຮ​ງຈາກ​ກຸ່ມ​ລັດ​ອິສລາມ ​ໄດ້​ດັກສະກັດໂຈມຕີ
ກຳລັງ​ສະຫະລັດແລະ ​ໄນ​ເຈີ ​ໃນ​ການ​ສູ້​ລົບ​ກັນ​ເມື່ອ​ວັນ​ທີ 4 ຕຸລາ ທີ່​ໄດ້ສັງ​ຫານ ​
ເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ ຂອງໄນເຈີ 4 ຄົນ​ນັ້ນ.

ກຳລັງພິເສດຂອງສະຫະລັດ ຊຶ່ງຮູ້ກັນໃນຊື່ ​Green Berets ແມ່ນ​ຫາ​ກໍ​ປະຊຸມ​ແລ້ວ
ກັບ​ບັນດາ​ຜູ້ນຳ​ທ້ອງ​ຖິ່ນ ​ແລະ​ໄດ້​ພາກັນ​ຍ່າງ​ກັບ​ໄປ​ຫາລົດ​ຂອງ​ພວກ​ເຂົາ​ເຈົ້າ
ເວລາ​ທີ່​ພວກ​ເຂົາ​ເຈົ້າ​ຖືກ​ດັກໂຈມ​ຕີ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສະຫະລັດຜູ້​ທີ່​ໄດ້​ກ່າວຕໍ່ VOA ໂດຍຂໍສະຫງວນຊື່ ໃນເມື່ອວ່າ​ການ​ສືບສວນຍັງ​ດຳ​ເນີນຢູ່ຕໍ່ໄປນັ້ນ.

ພວກ​ທະຫານໄດ້ກ່າວວ່າ ການ​ປະຊຸມ​ນັ້ນ​ແມ່ນ​ມີການຊັກຊ້າ ​ແລະ​ບາງ​ຄົນ​ສົງ​ໄສ​ວ່າ ພວກຊາວບ້ານ​ ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ພວກ​ທະຫານກັບອອກໄປຊ້າ ອີງຕາມ​ຄຳ​ວົ້າຂອງ
​ເຈົ້າ​ໜ້າ​ທີ່.

ກະຊວງ​ປ້ອງ​ກັນ​ປະ​ເທດ​ໄນ​ເຈີ ​ໄດ້​ຢືນຢັນ​ວ່າ ​ການ​ໂຈມ​ຕີນີ້ ​ແມ່ນ​ໄດ້​ເກີດ​ຂຶ້ນໃກ້ໆ
​ກັບບ້ານ Tongo Tongo ​ໃນເຂດ Tillaberi. ທະຫານ​ໄນ​ເຈີ 8 ຄົນ​ໄດ້ຮັບ​ບາດ​ເຈັບ​
ໃນ​ການ​ໂຈມ​ຕີດັ່ງກ່າວ ​ແລະ ທະຫານ​ອາ​ເມຣິກັນ 2 ຄົນ ​ກໍ​ໄດ້​ຮັບ​ບາດ​ເຈັບເຊັ່ນ​ກັນ
ແລະ​ກໍຖືກ​ນຳ​ສົ່ງ​ໂຮງພະຍາບານ​ຂອງ​ເຢຍຣະມັນ ທາງ​ເຮຣີ​ຄອບ​ເຕີ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດ ທ່ານ Jim Mattis ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​
ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ລາດຕະ​ເວນຖືກ​ໂຈມ​ຕີ​ “ຢ່າງ​ໜັກ” ​ໃນ​ຂົງ​ເຂດ​ທີ່ກອງ​
ກຳລັງ​ພວກ​ສັດຕູ ​ບໍ່ໄດ້ມີການ​ປະຕິບັດ​ງານ ​ແລະ​ວ່າ​ເຮືອບິນ​ຂອງ​ຝຣັ່ງທີ່​ຕິດລະ​ເບີດ
ກໍ​ບິນ​ຢູ່ທາງເທິງ ​ປະມານ 30 ນາ​ທີຫ່າງຈາກບ່ອນດັກສະກັດໂຈມຕີ.

​ທ່ານ​ Mattis ກ່າວ​ວ່າ “ຂ້າພະ​ເຈົ້າຂໍປະຕິ​ເສດຢ່າງສິ້ນເຊີງຕໍ່ແນວ​ຄິດ​ທີ່​ວ່າ ການ​ຕອບ
​ຮັບ​ນັ້ນ​ແມ່ນ​ຊ້າໂພດ.”

​ໄນເຈີ ​ແມ່ນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ສະຫະລັດ ​ໃນ​ການ​ຕໍ່ສູ້​ຕ້ານ​ພວກກໍ່ການຮ້າຍ​
ແລະ​ຕັ້ງ​ຢູ່​ໃນເຂດ Sahel ​ທີ່ເປັນ​ອັນຕະລາຍ​ຊຶ່ງ​ມີ​ກຸ່ມ​ຫົວ​ຮຸນ​ແຮງ​ແລະ​ຂະ​ບວນ​ການ​ຄ້າ​ມະນຸດຫຼາຍໆກຸ່ມປະຕິບັດງານຢູ່ນັ້ນ ອີງຕາມ​ຄຳ​ເວົ້າ​ ຂອງ​ທ່າ​ນນາງ Lisa Mueller
ຜູ້​ຊ່ອຍ​ສາສະດາຈານ​ຝ່າຍ​ເສດຖະສາດ​ການ​ເມືອງ ທີ່ມະຫາ​ວິທະຍາ​ໄລ Macalester ​
ແລະ ເປັນ​ນັກ​ຊ່ຽວ ຊານດ້ານການ​ເມືອງ​ໃນ​ຂົງ​ເຂດ.

ພາຍ​ໃຕ້​ລັດຖະບານຂອງອະດີດ​ປະທານາທິບໍດີ ບາຣັກ​ ​ໂອ​ບາ​ມາ ສະຫະລັດ ​ແມ່ນ​ໄດ້​ສ້າງຖານທັບ​ເຮືອບິນ​ທີ່​ບໍ່​ມີ​ຄົນຂັບ ທີ່ນະຄອນຫຼວງ Niamey ຂອງປະເທດ ​ໄນ​ເຈີ ​ແລະ​
ທີ່​ເມືອ​ງ Agadez ໃນພາກເໜືອຂອງປະເທດນ. ສະຫະລັດແມ່ນມີເຈົ້າໜ້າທີ່ທະຫານ
ປະມານ 800 ຄົນປະຈຳການຢູ່ໃນປະເທດໄນເຈີ ເພື່ອໃຫ້ການຊ່ອຍເຫຼືອສະຖານທູດ
ສະຫະ ລັດ ແລະທຳການຝຶກແອບຕໍ່ຕ້ານພວກກໍ່ການຮ້າຍໃຫ້ແກ່ກຳລັງລັດຖະບານ ເພື່ອຕໍ່ສູ້ກັບກຸ່ມຫົວຮຸນແຮງມຸສລິມຕ່າງໆ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG