ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວບ້ານ ຖ່ວງເວລາ ພວກ​ທະຫານ​ ກ່ອນຖືກ ດັກ​ໂຈມ​ຕີ ຢູ່ໄນເຈີ


ກຳລັງພິເສດ 4 ຄົນ ທີ່ເສຍຊີວິດ ໃນການດັກໂຈມຕີ ໃນວັນທີ 4 ຕຸລາ ທີ່ປະເທດໄນເຈີ ຈາກຊ້າຍຫາຂວາ: from ທ່ານ Jeremiah Johnson, ທ່ານ Bryan Black, ທ່ານ Dustin Wright ແລະທ່ານ La David Johnson. (ພາບຈາກກອງທັບບົກສະຫະລັດ)
ກຳລັງພິເສດ 4 ຄົນ ທີ່ເສຍຊີວິດ ໃນການດັກໂຈມຕີ ໃນວັນທີ 4 ຕຸລາ ທີ່ປະເທດໄນເຈີ ຈາກຊ້າຍຫາຂວາ: from ທ່ານ Jeremiah Johnson, ທ່ານ Bryan Black, ທ່ານ Dustin Wright ແລະທ່ານ La David Johnson. (ພາບຈາກກອງທັບບົກສະຫະລັດ)

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ແລະ​ນັກວິ​ໄຈ ກ່າວ​ວ່າ ພວກ​ຜູ້​ຄົນ​ທີ່ອາ​ໄສຢູ່ໃນ​ບ້ານ​ຂອງໄນ​ເຈີ
ບ່ອນ​ທີ່​ພວກ​ທະຫານ​ຂອງ​ສະຫະລັດ 4 ຄົນ ​ໄດ້​ຖືກ​ສັງຫານ​ໃນ​ເດືອນ​ນີ້ ​ອາດ​ໃຊ້​ແຜນ
​ຖ່ວງເວລາພວກ​ທະຫານ ​ໃນ​ຂະນະ​ທີ່ ​ໄດ້​ມີ​ການ​ວາງ​ແຜນດັກສະກັດ​ໂຈມ​ຕີ ທີ່​ພາ
​ໃຫ້​ພວກ​ເຄາະ​ຮ້າຍ​ເຖິງ​ແກ່​ຄວາມ​ຕາຍ​ນັ້ນ.

“ພວກ​ໂຈມຕີ ພວກ​ໂຈນ ພວກ​ກໍ່​ການ​ຮ້າຍ ບໍ່ເຄີຍ​ລົດລະໃນການຊອກຫາພັກພວກ
ໃນໝູ່ປະຊາ​ຊົນທ້ອງ​ຖິ່ນ,”
​ນັ້ນຄືຄຳເວົ້າ ຂອງທ່ານ Almou Hassane ​ເຈົ້າ​ເມືອງ Tongo-Tongo ໄດ້ກ່າວຍອມຮັບເຖິງບ່ອນທີ່ການໂຈມຕີເກີດຂຶ້ນ ຊຶ່ງເຊື່ອກັນ
ວ່ານັ້ນແມ່ນການໃຫ້ສຳພາດເທື່ອທຳອິດ ຕໍ່ອົງການຂ່າວຂອງຕາເວັນຕົກ.

ຫົວໜ້າບ້ານໃນເມືອງ Tongo-Tongo ທ່ານ Mounkaila Alassane ໄດ້ຖືກຈັບກຸມ
ນັບຕັ້ງແຕ່ໄດ້ເກີດມີການໂຈມຕີ, ທ່ານ Hassane ໄດ້ກ່າວໄວ້, ຊຶ່ງພາໃຫ້ມີການສົງໄສ
ວ່າພົວພັນກັບພວກທ້ອງຖິ່ນ. ທ່ານໄດ້ຢູ່ພາຍໃຕ້ ການຄວບຄຸມຂອງລັດຖະບານແລ້ວ ອີງຕາມເຈົ້າໜ້າທີ່ຫຼາຍໆທ່ານ.

ການຈັບກຸມຂອງທ່ານ ແມ່ນຍັງໄດ້ຮັບການຢືນຢັນໂດຍທ່ານ Karimou Soumana
ສະມາຊິກສະພາຂອງຂົງເຂດ Tillaberi ໃນຂະນະທີ່ກອງປະຊຸມສະພາແຫ່ງຊາດ
ອະພິປາຍກ່ຽວກັບພາວະສຸກເສີນ ໃນບາງເຂດຂອງໄນເຈີ.

ການໂອ້ລົມສົນທະນາທາງໂທລະສັບກັບ VOA ພະແນກຝຣັ່ງໄປຫາອາຟຣິກາ,
ເຈົ້າເມືອງ Hassane ໄດ້ກ່າວວ່າ ທະຫານອາເມຣິກັນທີ່ເສຍຊີວິດ ແມ່ນເປັນສ່ວນນຶ່ງ
ຂອງການລາດຕະເວນ ທີ່ມີຊາວອາເມຣິກັນ 8 ຄົນ ແລະກອງກຳລັງພິເສດໄນເຈີ
ປະມານ 20 ຄົນທີ່ໄດ້ໄປເຖິງໂດຍລົດບັນທຸກ ໃນບ້ານໃກ້ໆກັບຊາຍແດນມາລີ ໃນຄ່ຳຄືນເວລາມີການຖືກດັກສະກັດໂຈມຕີ.

“ພວກເຂົາເຈົ້າຕ້ອງໄດ້ຄ້າງຄືນ ຢູ່ທາງພາກຕາເວັນຕົກສຽງເໜືອຂອງບ້ານ
Tongo-Tongo,”
ນັ້ນຄືຄຳເວົ້າຂອງທ່ານ Hassane.

ທ່ານ Moussa Askar ຜູ້ອຳນວຍການຂອງໜັງສືພິມ Evenement ໃນເມືອງຫຼວງ
Niamey ໄດ້ກ່າວວ່າ ພວກທະຫານ ແມ່ນຢູ່ໃນຂົງເຂດ ເພື່ອຕາມລ່າຫາພວກສົມຮູ້
ຮ່ວມຄິດກັບທ້າວ Abu Adnan al-Sahraoui ອະດີດສະມາຊິກການຂອງຂະບວນ
ການເຄື່ອນໄຫວ ເພື່ອຄວາມເປັນເອກກະພາບແລະພວກ Jihad ໃນພາກອາຟຣິກາ
ຕາເວັນຕົກ ທີ່ໄດ້ເຂົ້າຮ່ວມກັບກຸ່ມລັດອິສລາມໃນເຂດທະເລຊາຍ Sahara ນັ້ນ.

ທ່ານ Aksar ນັກຊ່ຽວຊານດ້ານກໍ່ການຮ້າຍໃນຂົງເຂດ Sahel ຂອງອາຟຣິກາ ໄດ້
ບອກກັບ VOA ວ່າ ພວກສະມາຊິກທີ່ໄປລາດຕະເວນ ໄດ້ສອບຖາມຜູ້ທີ່ຢູ່ອາໄສໃນ
ບ້ານຕ່າງໆ ທີ່ໄດ້ຊັກຖາມກ່ຽວກັບການສົນທະນາ ຊຶ່ງອາດເປັນໄປໄດ້ ທີ່ໄດ້ບອກ
ພວກໂຈມຕີກ່ຽວກັບເວລາ ເພື່ອວາງແຜນດັກສະກັດໂຈມຕີທີ່ວ່ານີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG