ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄອບຄົວວິໄລລັກ ເປັນແບບຢ່າງຄອບຄົວ ລາວອາເມຣິກັນ ທີ່ປະສົບຜົນສຳເລັດ ຂອງການຕັ້ງຊີວິດໃໝ່


ຍານາງຄຳ ວິໄລລັກ ຢູ່ທີ່ລັດອາແຄັນຊໍ ສະຫະລັດອາເມຣິກາ.
ຍານາງຄຳ ວິໄລລັກ ຢູ່ທີ່ລັດອາແຄັນຊໍ ສະຫະລັດອາເມຣິກາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນ
ພະຫັດມື້ນີ້ ເຮົາຈະເອົາການສຳພາດກັບ ຍານາງຄຳ ວິໄລລັກ ທີ່ມີອາຊີບປາດຊີ້ນໄກ່ ແລະ
ອາໄສຢູ່ໃນລັດອາແຄັນຊໍ. ຄອບຄົວວິໄລລັກ ໄດ້ເຂົ້າ ມາຕັ້ງຖິ່ນຖານຢູ່ເຂດຊົນນະບົດຂອງ
ລັດແຫ່ງນີ້ມາເປັນເວລາ 33 ປີແລ້ວ ຊຶ່ງພວກກ່ຽວຕັ້ງຕົ້ນຊີວິດໃໝ່ຢູ່ທີ່ນັ້ນ ດ້ວຍມືເປົ່າ. ແຕ່
ດ້ວຍຄວາມຂະຫຍັນ ໝັ່ນພຽນ ບັດນີ້ເຂົາເຈົ້າມີທີ່ດິນ, ເຮືອນຊານ, ຟາມໄກ່ໃຫຍ່, ງົວ
ຄວາຍ ເປັນຂອງ ຕົນເອງ ແລະຢູ່ກັບທຳມະຊາດຢ່າງມີຄວາມສຸກ. ເລື້ອງລາວຄວາມເປັນ
ມາຂອງຄອບຄົວວິໄລລັກ ເປັນຢ່າງໃດນັ້ນຂໍເຊີນທ່ານຮັບຟັງຈາກ ກິ່ງສະຫວັນໄດ້ ໃນອັນ
ດັບຕໍ່ໄປ.



ທ່ານຜູ້ຟັງທີ່ເຄົາລົບ ບາງຄົນກໍມັກຢູ່ໃນຊົນນະບົດ ມັກຊີວິດແບບທຳມະຊາດ ແຕ່ບາງຄົນກໍ
ມັກຢູ່ໃນເມືອງໃຫຍ່ທີ່ມີຄົນຢູ່ຢ່າງໜາ ແໜ້ນ, ມີລົດລາ, ໄຟແສງສີ ແລະສຽງນອງນັນ. ໃນມື້ນີ້ ຂ້າພະເຈົ້າຈະນຳ ພາທ່ານໄປຢ້ຽມຢາມຄອບຄົວ ວິໄລລັກ ຢູ່ເມືອງໂວລເດຣິນ ລັດອາແຄັນຊໍຊຶ່ງເປັນເຂດຊົນນະບົດ ທີ່ຢູ່ແບບສະບາຍ, ສະຫງົບງຽບ, ມີການໃຊ້ຈ່າຍໜ້ອຍ, ຜູ້ຄົນໄປມາບໍ່ຮີບບໍ່ຮ້ອນກັນ ແລະບໍ່ຖືກຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19.

ຍານາງຄຳ ແລະທ່ານຄຳຜາຍ ວິໄລລັກ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດອາ ແຄັນຊໍ ຕັ້ງແຕ່ປີ 1987 ແລະໄດ້ເລີ້ມເຮັດວຽກໃຫ້ແກ່ບໍລິສັດໄທສັນ (Tyson) ຊຶ່ງ ເປັນບໍລິສັດປາດຊີ້ນໄກ່ຈົນຕົກມາເຖິງທຸກວັນນີ້ ຊຶ່ງຮວມທັງໝົດແລ້ວເປັນເວລາ 33 ປີ. ຍານາງຄຳ ແລະສາມາມີກໍຄືທ່ານຄຳຜາຍ ບໍ່ແຕກຕ່າງກັບບັນດາ ອົບພະ ຍົບລາວທີ່ໄດ້ເດີນທາງເຂົ້າມາສະຫະລັດ ທີ່ມີແຕ່ຝາມືເປົ່າ ບໍ່ຮູ້ພາສາອັງກິດ, ບໍ່ເຂົ້າໃຈວັດທະນາທຳ ແລະສິ່ງແວດລ້ອມໃໝ່. ຍານາງຄຳ ແລະທ່ານ ຄຳຜາຍ ໄດ້ໃຊ້ເຫື່ອແຮງ ສະຕິປັນຍາສູ້ຊົນທໍາມາຫາກິນ ໂດຍການເຮັດອາຊີບປາດຊີ້ນໄກ່ ຢູ່ໂຮງງານ ແລ້ວກໍທ້ອນຫອມເງິນໄວ້ລົງທຶນຊື້ທີ່ດິນ ແລະລ້ຽງລູກຈົນໃຫຍ່ກ້າ ໜ້າບານ. ໃນໄລຍະການຕັ້ງຊີວິດອັນຍາວນານນີ້ ຄອບຄົວວິໄລລັກ ໄດ້ພິສູດ ໃຫ້ເຫັນເຖິງຜົນຂອງການດຸໝັ່ນຂະຫຍັນພຽນທີ່ນໍາໄປສູ່ຄວາມສຳເລັດ ຊຶ່ງມາ ຮອດດຽວນີ້ພວກເພິ່ນໄດ້ເປັນເຈົ້າຂອງດິນດອນຫຼາຍເຮັກຕາ, ມີບ້ານເຮືອນ ມີຟາມ ຫລື ລົກໄກ່ໃຫຍ່ທີ່ສາມາດລ້ຽງໄກ່ໄດ້ຫຼາຍພັນໂຕ, ມີຝູງງົວເກືອບຮ້ອຍໂຕ ແລະເຄື່ອງອຸບປະກອນປູກຝັງຕ່າງໆຊຶ່ງທັງໝົດມີມູນຄ່າຫຼາຍແສນໂດລາ.

ປັດຈຸບັນນີ້ ທ່ານຄຳຜາຍແມ່ນເບິ່ງແຍງກັບການຕັດຫຍ້າໄວ້ໃຫ້ງົວກິນ ໃນ ຍາມໜາວ ແລະດູແລວຽກບ້ານ ໃນຂະນະດຽວກັນຍານາງຄຳ ກໍເຮັດວຽກ ເປັນພະນັກງານປາດຊີ້ນໄກ່ໃຫ້ແກ່ບໍລິສັດໄທສັນ (Tyson Food)ມາເປັນ ເວລາກວ່າ 30 ປີແລ້ວ ຊຶ່ງຍານາງຄຳໄດ້ກ່າວເຖິງວຽກງານ ແລະຄວາມຮັບຜິດ ຊອບຂອງຕົນສູ່ວີໂອເອ ຟັງດັ່ງນີ້

ທົ່ງຟາມລ້ຽງງົວ
ທົ່ງຟາມລ້ຽງງົວ

ກ່ອນທີ່ຊາວອົບພະຍົບອິນດູຈີນໄດ້ເລີ້ມພາກັນເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ເມື່ອສີ່ສິບປີກ່ອນນັ້ນ ອາຫານການກິນ ແລະຮ້ານຄ້າຂອງຊາວເອເຊຍຢູ່ຕາມ ໂຕເມືອງຕ່າງໆແມ່ນບໍ່ມີຂາຍ. ອາຫານການກິນສ່ວນໃຫຍ່ມີແຕ່ອາກຫານສຳ ລັບຊາວອາເມຣິກັນ. ສ່ວນອາຫານແບບເອເຊຍ ໂດຍສະເພາະແມ່ນເຄື່ອງ ໃນສັດເຊັ່ນວ່າ ເຄື່ອງໃນໄກ່, ງົວ, ຄວາຍເຫລົ່ານີ້ເປັນຕົ້ນທີ່ຊາວເອເຊຍມັກກິນ ນັ້ນ ແມ່ນມີແບບຈຳກັດທີ່ສຸດ. ບັດນີ້ຕະຫຼາດເອເຊຍທີ່ເກີດຂຶ້ນໃນຫລາຍແຫ່ງ ໄດ້ນຳເອົາອາຫານພື້ນເມືອງຂອງຊາວເອເຊຍມາຂາຍ ດັ່ງທີ່ຍານາງຄຳ ໄດ້ກ່າວເຖິງເລື້ອງນີ້ວ່າ”

ອຸບປະກອນເກັບເຟືອງ ແລະຮົ້ວສວນ
ອຸບປະກອນເກັບເຟືອງ ແລະຮົ້ວສວນ

ຍານາງຄຳ ໄດ້ກ່າວເຖິງບັນຍາກາດວຽກງານໃນຄອບຄົວ, ການສ້າງວັດວາ ອາຮາມ ທີ່ດີນ ແລະສັດລ້ຽງທີ່ຄອບຄົວຂອງຕົນໄດ້ສ້າງສາມາສູ່ວີໂອເອ ຟັງວ່າ:

ຄອບຄົວວິໄລລັກ ມີດິນຟາມລ້ຽງງົວທີ່ກວ້າງໃຫຍ່ ຊຶ່ງທ່ານຄຳຜາຍຕ້ອງ ໃຊ້ອຸບ ປະກອນຕ່າງໆ ເພື່ອຕັດຫຍ້າໄວ້ໃຫ້ງົວກິນໃນຍາມໜາວ ແລະເພື່ອໄວ້ ຂາຍ ແລະຍານາງຄຳ ເລົ່າກ່ຽວກັບການເຮັດວຽກງານເຫລົ່ານີ້ສູ່ ວີໂອເອຟັງວ່າ:

ກໍ້ເຟືອງທີ່ຕັດຕາກແດດໄວ້
ກໍ້ເຟືອງທີ່ຕັດຕາກແດດໄວ້

ບ່ອນຢູ່ຂອງຄອບຄົວວິໄລລັກ ອ້ອມຮອບໄປດ້ວຍປ່າໄມ້, ບ້ານເຮືອນຢູ່ຫ່າງກັນ ແລະ ສະຫງົບງຽບ. ຄອບຄົວມີສວນຄົວເພື່ອປູກຜັກເພື່ອເຮັດອາຫານພື້ນເມືອງ ລາວໂດຍບໍ່ຕ້ອງໄດ້ໄປຊື້ກິນ ແລະມີຫ້ວຍນໍ້າຢູ່ໃກ້ບ້ານ ທີ່ສາມາດໄປຕຶກເອົາປາ ໄດ້ທຸກຍາມ ຊຶ່ງຍານາງຄຳໄດ້ເລົ່າມ້ວນທ້າຍສູ່ຟັງດັ່ງນີ້:

ທ່ານຄຳຜາຍ ວິໄລລັກ ກຳລັງຂັບລົດຂົນເຟືອງ
ທ່ານຄຳຜາຍ ວິໄລລັກ ກຳລັງຂັບລົດຂົນເຟືອງ

ຄອບຄົວວິໄລລັກ ແມ່ນເປັນຄອບຄົວລາວອາເມຣິກັນ ທີ່ເປັນຕົວຢ່າງໄດ້ດີ ທີ່ມີ ຄວາມມານະອົດທົນ ແລະປະສົບຜົນສຳເລັດໃນການຕັ້ງຊີວິດໃໝ່ຢ່າງໜ້າສັນ ລະເສີນ.

XS
SM
MD
LG