ການຮັບຜຽນເປັນປະທານກຸ່ມປະເທດເອເຊຍຕາເວັນອອກສຽງໃຕ້ຂອງ ຫວຽດນາມໃນປີນີ້ ໄດ້ໃຫ້ໂອກາດຄັ້ງໃໝ່ຕໍ່ເຂົາເຈົ້າເພື່ອຕໍ່ຕ້ານ ຈີນ ໃນຄວາມຂັດແຍ້ງດ້ານອຳນາດອະທິປະໄຕທາງທະເລທີ່ກຳລັງຮຸນແຮງຂຶ້ນ ເຊິ່ງປະກອບມີສະມາຊິກອີກສາມປະເທດເຊັ່ນກັນ.
ລັດຖະບານ ຮ່າໂນຍ ຈະຮັບໜ້າທີ່ເປັນປະທານຂອງສະມາຄົມປະເທດແຫ່ງເອເຊຍຕາເວັນອອກສຽງໃຕ້ໃນວັນທີ 1 ມັງກອນນີ້ ແລະ ຈະຖືຕຳແໜ່ງນັ້ນເປັນເວລານຶ່ງປີ ກ່ອນທີ່ຈະໝູນວຽກຕຳແໜ່ງນັ້ນໃຫ້ອີກປະເທດນຶ່ງຂອງສະມາຊິກກຸ່ມສິບປະເທດດັ່ງກ່າວ. ບັນດາປະທານຂອງກຸ່ມທີ່ຮູ້ຈັກກັນດີດັ່ງກັບ ອາຊຽນ ນັ້ນ ສາມາດຈັດຕັ້ງລະບຽບວາລະຂອງແຕ່ລະປີ ແລະ ເປັນຜູ້ນຳໜ້າໃນໂຄງການລິເລີ່ມຕ່າງໆສຳລັບການທົບທວນຂອງກຸ່ມນັ້ນຢ່າງເຕັມທີ່.
ໃນຖານະເປັນປະທານ, ຫວຽດນາມ ແມ່ນຄາດວ່າຈະກຳນົດຄວາມຂັດແຍ້ງທາງທະເລເປັນບັນຫາສູງສຸດຂອງລະບຽບວາລະ ສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດຂອງ ອາຊຽນໃນກາງປີ, ກອງປະຊຸມສຸດຍອດຜູ້ນຳໃນເດືອນພະຈິກ ແລະ ກອງປະຊຸມຕ່າງຫາຫຼາຍຄັ້ງ, ອີງຕາມການກ່າວຂອງນັກວິຊາການເອເຊຍຕາເວັນອອກສຽງໃຕ້.
ຫວຽດນາມ ແມ່ນໄດ້ເປັນຜູ້ອອກມາເວົ້າຢ່າງເປີດເຜີຍທີ່ສຸດ ໃນບັນດາຜູ້ອ້າງກຳມະສິດຕໍ່ທະເລຈີນໃຕ້ ໃນເອເຊຍຕາເວັນອອກສຽງໃຕ້ນັ້ນ, ບ່ອນທີ່ລັດຖະບານ ປັກກິ່ງ ໄດ້ທຳການນຳໜ້າທາງທະຫານ ແລະ ເທັກໂນໂລຈີນໃນທົດສະວັດທີ່ຜ່ານມາ.
ທ່ານ ຈຸງ ແທັ່ງ ຫງວຽນ, ຜູ້ອຳນວຍການສູນກາງເພື່ອການພົວພັນສາກົນ ທີ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສະທຳ ໃນນະຄອນ ໂຮ ຈິ ມິ່ນ ໄດ້ກ່າວວ່າ “ເຂົາເຈົ້າສາມາດນຳເອົາລະບຽບແຜນການສຳລັບປີຂຶ້ນມາ ຫຼື ເຂົາເຈົ້າສາມາດນຳເອົາບັນຫາຕ່າງໆສຳລັບສະມາຊິກ ອາຊຽນ ອື່ນໆ ເພື່ອລົມກັນ ກ່ຽວກັບມັນ ຫຼື ເຂົາເຈົ້າສາມາດສະເໜີໂຄງການລິເລີ່ມຕ່າງໆສຳລັບອົງການນັ້ນ, ສະນັ້ນຂ້າພະເຈົ້າຄິດວ່າ ຫວຽດນາມ ສາມາດສວຍໃຊ້ຄວາມໄດ້ປຽບຂອງມັນ.”
ທ່ານ ຫງວຽນ ໄດ້ກ່າວວ່າ “ເຂົາເຈົ້າຈະລົມກັນ ກ່ຽວກັບ ທະເລຈີນໃຕ້ຫຼາຍຂຶ້ນ ໃນກອງປະຊຸມຫຼາຍຝ່າຍຂອງ ອາຊຽນ ທຸກຄັ້ງ.”
ຈີນ ອ້າງເອົາພື້ນທີ່ປະມານ 90 ເປີເຊັນຂອງທະເລສາມລ້ານຫ້າແສນຕາລາງກິໂລແມັດນັ້ນ, ເຊິ່ງອຸດົມສົມບູນໄປດ້ວຍປາ, ເສັ້ນທາງຂົນສົ່ງທາງທະເລ ແລະ ບໍ່ນ້ຳມັນຟອສຊິລ.
ຫວຽດນາມ ສາມາດຕັດສິນວ່າແມ່ນຫຍັງທີ່ກຸ່ມປະເທດນັ້ນ ພິຈາລະຈາວ່າເປັນບູລິມະສິດສູງສຸດ, ຈາກບັນຫາຂັດແຍ້ງທາງທະເລ ຫາການຄ້າໃນພາກພື້ນ ແລະ ວຽກງານປາບປາມລັດທິກໍ່ການຮ້າຍ. ປະເທດນຳໜ້າສາມາດອອກຖະແຫຼງການໃນກອງປະຊຸມສຸດຍອດຜູ້ນຳເຊັ່ນກັນ ແລະ ສາມາດສະເໜີຫົວຂໍ້ເຊັ່ນ “ການພັດທະນາຄູ່ຮ່ວມເພື່ອການພັດທະນາທີ່ຍືນຍົງ” ເປັນຄຳຂວັນທີ່ປະເທດ ໄທ ໄດ້ໃຊ້ໃນຖານະເປັນປະທານໃນປີ 2019.
ອາຊຽນ ສະໜັບສະໜູນຢ່າງເປັນທາງການ ກ່ຽວກັບ ສັນຕິພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງ” ໂດຍປາສະຈາກການຮຽກຮ້ອງສຳລັບການແກ້ໄຂບັນຫາໂດຍສະເພາະເຈາະຈົງໃດໆ ຕໍ່ຄວາມຂັດແຍ້ງດ້ານອຳນາດອະທິປະໄຕ.