ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້​ນໍາ​ ຂອງ 5 ສາສະໜາ ຮຽກຮ້ອງ ໃຫ້ຫວຽດນາມ ນັບຖື ສິດທິມະນຸດ


ແຜ່ນທີຫວຽດນາມ
ແຜ່ນທີຫວຽດນາມ
ບັນດາ​ຜູ້​ນໍາ​ອາວຸ​ໂສ​ທາງ​ສາສະໜາ​ ຈາກ​ຫ້າ​ສາສະໜາ ທີ່ສໍາຄັນ​
ໃນ​ຫວຽດນາມ ​ໄດ້​ພາກັນ​ອອກຖະແຫຼງການ​ຮ່ວມ​ສະບັບ​ນຶ່ງທີ່ຮຽກ
ຮ້ອງ​ໃຫ້ຮາ​ໂນ່ຍ ຈົ່ງ​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນ​ຍາ​ຂອງ​ປະທາ​ນ
ປະ​ເທດ ​ເຈືອງ ​ເຕິ່ນ ຊັ່ງ ທີ່​ໃຫ້​ໄວ້​ເມື່ອ​ບໍ່​ດົນ​ມາ​ນີ້ທີ່​ວ່າ​ ລັດຖະບາ​ນ
ຂອງ​ທ່ານ​ ​ໃຫ້ການ​ເຄົາລົບ​ນັບ​ຖື​ດ້ານ​ສິດ​ທິມະນຸດ​ຢ່າງ​ເຕັມສ່ວນນັ້ນ.

​ເວລາ​ ທ່ານ ພົບ​ປະ​ກັບ​ປະທານາທິບໍດີ​ ບາຣັກ ໂອ​ບາ​ມາ​ທີ່ນະຄອນ​
ຫຼວງຂອງ​ສະຫະລັດ​ເມື່ອ​ເດືອນ​ແລ້ວ​ນີ້ ປະທານປະ​ເທດ​ ເຈືອງ ​ເຕິ່ນ
ຊັງ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຮາ​ໂນ່ຍ ​ແລະ​ວໍ​ຊິງ​ຕັນ ມີ​ທັດສະນະ​ທີ່​ແຕກ
​ຕ່າງ​ກັນ ​ໃນ​ດ້ານ​ສິດທິ​ມະນຸດ ແຕ່​ທ່ານ​ກໍ​ເວົ້າ​ວ່າສິດທິ​ມະນຸດ ​ແມ່ນ
​ໄດ້​ຮັບ​ການ ​ເຄົາລົບນັບຖືເປັນຢ່າງ​ສູງ​ຕະຫຼອດມາ​ຢູ່​ໃນ​ຫວຽດນາມ.

​ແຕ່​ບັນດາ​ຜູ້​ນໍາ​ສາສະໜາພຸດ ຄາ​ທໍ​ລິກ ​ໂປຣ​ແທັສຕັນ ກາວ​ດາຍ ​ແລະ​ຫົວ ຫ້າວ ​ໃນ​ຫວຽດ
ນາມ ​ແມ່ນ​ພາກັນ​ປະຕິ​ເສດ ບໍ່​ຍອມຮັບ​ເອົາ​ຄໍາ​ບອກກ່າວ​ຂອງ​ທ່ານ ຊັ່ງ ​ແຕ່​ຢ່າງ​ໃດ. ​
ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ອອກ​ເມື່ອ ວັນ​ພຸດ​ວານ​ນີ້ ​ແມ່ນ​ໄດ້​ບັນທຶກ​ຢູ່ໃນ​ບັນຊີ​ເຫດການ
ຂອງ​ການລະ​ເມີດ​ສິດ ທິ​ມະນຸດ​ທີ່​ຍັງດໍາ​ເນີນ​ຢູ່​ຕໍ່​ມາ​ຈໍາ​ນວນຫຼາຍໆ​ເຫດການ ຢູ່​ໃນ​ຫວຽດ
ນາມ​ໃນ ຂະນະ​ນີ້ ທີ່​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່ ຕໍ່​ເສລີພາ​ບທາງ​ສາສະໜາ ແລະ​ການ ສະ​ແດງ
​ຄວາມ​ຄິດ​ເຫັນ ​ແລະ​ສິດທິ​ມະນຸດ​ຂັ້ນ​ພື້ນຖານ​ອື່ນໆ​ນັ້ນນໍາ.

​ພະ Nguyen Manh Hung ປະ​ຈໍາ​ວັດ Binh Tan ຂອງ​ສາ​ສາສະໜາ Mennonite
​ພະ Nguyen Manh Hung ປະ​ຈໍາ​ວັດ Binh Tan ຂອງ​ສາ​ສາສະໜາ Mennonite

ພະ Nguyen Manh Hung ປະ​ຈໍາ​ວັດ Binh Tan ຂອງ​ສາ​
ສະໜາ Mennonite ​ໃນ​ຫວຽດນາມ ບອກ​ວີ​ໂອ​ເອວ່າ ຖະ​ແຫຼງ
ການ​ດັ່ງກ່າວ ​ໄດ້​ເວົ້າ​ເຖິງບັນ​ຫາ​ສິດທິ​ມະນຸດ​ຢ່າງ​ກວ້າງ. ຊຶ່ງພະ
Nguyen Manh Hung ກ່າວ​ໃນຕອນ​ນຶ່ງ​ວ່າ:

“​ຖະ​ແຫຼງການ​ດັ່ງກ່າວ​ນີ້ ​ໄດ້​ຮ້ອງ​ຂໍໃຫ້​ລັດຖະບານ​ຮາ​ໂນ່ຍ
ຈົ່ງ​ລົງມື​ປະຕິ​ບັດ​ຕາມ​ຄໍາ​ໝັ້ນ​ສັນຍາທີ່​ໄດ້​ໃຫ້​ໄວ້ ​ເຊັ່ນ​ການ​
ປ່ອຍ​ຕົວ​ພວກ​ນັກ​ໂທດ​ຈິດ​ສໍານຶກ, ​ໂຈະການ​ນຳ​ໃຊ້ດໍາລັດ​
ເລກທີ 72 ທີ່​ຕັດ​ຮອນ​ສິດເສລີ​ພາບໃນ​ການ​ປາກ​ເວົ້າ ​
ແລະຂໍ້​ຈໍາກັດຮັດ​ແຄ​ບ ​ໃນ​ການ​ແບ່ງປັນ​ຂໍ້​ມູນຂ່າວສານ
ດ້ານ​ສື່​ສັງຄົມ ​ແລະ​ໂດຍການ​ອະນຸຍາດ​ໃຫ້​ບັນດາ​ນັກ​ສັງ​ເກດ​ການ​ນານາ​ຊາດ​ເຂົ້າ​ໄປໃນ ຫວຽດນາມໄດ້.”
XS
SM
MD
LG