ສະຫະລັດ ໃນອາທິດນີ້ ໂດຍມີກໍານົດຈະພົບປະກັບປະທານາທິບໍ
ດີໂອບາມາ ທີ່ທໍານຽບຂາວໃນວັນພະຫັດມື້ນີ້. ບັນດານັກວິເຄາະ
ເວົ້າວ່າ ການມາຢ້ຽມຢາມສະຫະລັດຂອງປະທານາທິບໍດີຫວຽດ
ນາມຄັ້ງນີ້ ມີຂຶ້ນໃນຊ່ວງເວລາທີ່ຫວຽດນາມ ຊຶ່ງເປັນປະເທດໃນ
ຂົງເຂດເອເຊຍຕາອອກຕົກສຽງໃຕ້ນັ້ນ ກໍາລັງປະເຊີນກັບຄວາມ
ກົດດັນທີ່ເພີ່ມທະວີຂຶ້ນເລື້ອຍໆ ໃຫ້ຕັດສິນໃຈກ່ຽວກັບອະນາຄົດ
ຂອງຕົນ.
ບັນດາສະມາຊິກສະພາສະຫະລັດ ແລະ ນັກເຄື່ອນໄຫວດ້ານສິດທິ
ມະນຸດ ໄດ້ຮຽກຮ້ອງລັດຖະບານໂອບາມາ ໃຫ້ ສວຍເອົາໂອກາດນີ້
ຜັກດັນຫວຽດນາມໃຫ້ກ້າວໄປສູ່ທິດທາງທີ່ເປັນປະຊາທິປະໄຕຫຼາຍຂຶ້ນ.
ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ເປັນເຈົ້າພາບລ້ຽງອາຫານທ່ຽງ
ເຮັດວຽກໄປພ້ອມ ໃຫ້ແກ່ປະທານາທິບໍດີຫວຽດນາມ ໃນວັນພຸດວານນີ້. ທ່ານແຄຣີ ໄດ້
ສະແດງໃຫ້ເຫັນຄວາມຫວັງໃນຄໍາປາໄສ ຂອງທ່ານ ຊື່ງທ່ານໄດ້ກ່າວໃນຕອນນຶ່ງວ່າ:
“ຊາວຫວຽດນາມໄດ້ຖອດຖອນບົດຮຽນຈາກປະຫວັດສາດຂອງຕົນເອງວ່າ ພວກເຮົາ
ທັງໝົດບໍ່ມີສັດຕູຕະຫຼອດໄປ ມີແຕ່ຈະສ້າງມິດໄປເລື້ອຍໆເທົ່ານັ້ນ.”
ເກືອບສີ່ສິບປີຫຼັງຈາກທີ່ສົງຄາມຫວຽດນາມໄດ້ສິ້ນສຸດລົງ ຫວຽດນາມແມ່ນກໍາລັງຫັນ
ມາຫາສະຫະລັດຫຼາຍຂຶ້ນ ເພື່ອຊອກຫາການຄໍ້າປະກັນທາງຍຸທະສາດ ເພື່ອຕ້ານຢັນ
ອ້າຍໃຫຍ່ຄອມມິວນິສຂອງຕົນ ກໍຄືຈີນ ນັ້ນເອງ.
ທ່ານ Brantly Womack ນັກລັດຖະສາດການເມືອງປະຈໍາມະຫາວິທະຍາໄລລັດເວີຈິເນຍ
ທີ່ໄດ້ຕິດຕາມເບິ່ງຄວາມສໍາພັນລະຫວ່າງສະຫະລັດແລະຫວຽດນາມ ມາເປັນເວລາດົນນານນັ້ນ
ກ່າວຕໍ່ວີໂອເອວ່າ: “ເວລາຫວຽດນາມຮູ້ສຶກວ່າຕົນບໍ່ປອດໄພນັ້ນ ຫວຽດນາມຈະ
ຮູ້ສຶກແບບນັ້ນຍ້ອນ ປະເທດໃດ? ຍ້ອນລາວບໍ່? ຍ້ອນກໍາປູເຈຍບໍ່? ຍ້ອນໄທບໍ່?
ຫຼືວ່າຍ້ອນສະຫະລັດ ທີ່ຢູ່ຫ່າງໄກເກີນໄປ? ສະນັ້ນ ກໍຕ້ອງແມ່ນຍ້ອນຈີນ.”
ສໍາລັບພວກທີ່ປະສົງຈະເຫັນຫວຽດນາມຫັນປ່ຽນໄປສູ່ລະບອບປະຊາທິປະໄຕນັ້ນ ຄວາມ
ເຄັ່ງຕຶງລະຫວ່າງຫວຽດນາມແລະຈີນ ຕະຫຼອດທັງການຫັນໄປເພິ່ງພາສະຫະລັດ ໃນດ້ານ
ການຄ້າແລະການລົງທຶນ ຫຼາຍຂຶ້ນໄປນັບມື້ ຂອງຫວຽດນາມນັ້ນ ແມ່ນເປັນການສະໜອງ
ໂອກາດ ສໍາລັບການຫັນປ່ຽນ ໄປສູ່ປະຊາທິປະໄຕ ຢູ່ໃນຫວຽດນາມ.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ