ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຫວຽດນາມ ຕັດສິນໂທດ ຈຳຄຸກ ຄຸນພໍ່ໂປຣແຕັສຕັງ 11 ປີ


ຄຸນພໍ່ໂປຣແຕັສຕັງ Nguyen Cong Chinh ທີ່ສານຫວຽດນາມ ຕັດສິນຈຳຄຸກ 11 ປີ
ຄຸນພໍ່ໂປຣແຕັສຕັງ Nguyen Cong Chinh ທີ່ສານຫວຽດນາມ ຕັດສິນຈຳຄຸກ 11 ປີ

ສານ​ຫວຽດນາມໄດ້ຕັດ​ສິນ​ລົງ​ໂທດຄຸນ​ພໍ່ຂອງ​ສາສະໜາ​ໂປຣ​ແຕັສຕັງ ນິກາຍເມັນໂນ​ໄນ ​
ໃຫ້​ຕິດ​ຄຸກ​ເຖິງ 11 ປີ ຍ້ອນ​ບ່ອນ​ທຳລາຍ​ຄວາມ ສາມັກຄີ​ແຫ່ງຊາດ.

ສື່​ມວນ​ຊົນ​ຂອງ​ທາງການ​ຫວຽດນາມ ​ລາຍ​ງານໃນ​ວັນ​ອັງຄານ​ນີ້ວ່າ ຄຸນ​ພໍ່ Nguyen
Cong Chinh ​ໄດ້​ຖືກ​ພົບ​ເຫັນ​ວ່າມີ​ຄວາມຜິດ​ໃນ​ການ​ຂຽນ ​ແລະນຳ​ເຜີຍ​ແຜ່​ເອກ​ກະສາ​ນ
ທີ່ກ່າວ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່ລັດ ຖະບານ ​ແລະ “ບິດ​ເບືອນກ່ຽວ​ກັບ​ສະຖານະ​ການ​ ພາຍ​ໃນ​
ປະ​ເທດ ຂອງຫວຽດນາມ.” ນອກ​ນັ້ນ​ຄຸນ​ພໍ່ Chinh ​ຍັງ​ຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນພົວພັນ
ກັບ​ກຸ່ມຕໍ່ຕ້ານ​ລັດ​ຖະ​ບານ.

ໂດຍ​ສະ​ເພາະ​ຢ່າ​ງຍິງ​ແລ້ວ ມີ​ລາຍ​ງານ​ວ່າ ຄຸນ​ພໍ່ Chinh ​ໄດ້​ຮ້ອງ ທຸກຊໍ້າ​ແລ້ວ​ຊໍ້າ​ອີກ​ໄປ
ຍັງ​ອົງການ​ຈັດຕັ້ງຢູ່​ນອກ​ປະ​ເທດ ກ່ຽວ​ກັບ​ການກ່າວ​ຫາ​ວ່າ​ຫວຽດນາມ​ໄດ້​ປະພຶດ​ປະຕິ
ບັດ​ແບບ​ບໍ່​ຖືກຕ້ອງ​ຕໍ່​ພວກ ນັບຖືສາສະໜາ​ກຸ່ມ​ນ້ອຍ​ແລະການຂາດ​ເສລີພາບໃນ​ການ​
ນັບຖື​ສາສະໜາ.

ຄຸນພໍ່ Chinh ອາຍຸ 43 ປີ ​ໄດ້​ຖືກ​ຈັບ​ໃນ​ປີ​ກາຍ​ນີ້​ ຢູ່ທີ່ແຂວງ Gia Lai ​ໃນ​ເຂດ​ພາກ​
ກາງຂອງ​ຫວຽດນາມ ​ແລະ​ໄດ້​ມີ​ການ​ພົບ​ເຫັນ​ວ່າ​ຄຸນພໍ່​ Chinh ມີ​ຄວາມ​ຜິດ​ໃນ​ມື້ວັນ​
ຈັນ​ວານ​ນີ້ ລຸນ​ຫຼັງການຄະດີ​ແບບ​ສັ້ນໆ​ນຶ່ງ​ມື້​.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສຳນັກງານໃນ​ສະຫະລັດ​ກ່າວ
ວ່າ ການ​ຕັດສິນ​ໂທດ​ຄຸນ​ພໍ່ Chinh “​ເປັນ​ການສະ​ແດງອອກ​ໃຫ້​ເຫັນ​ອີກ​ຄັ້ງ​ນຶ່ງ” ທີ່​ຫວຽດ
ນາມບໍ່​ໃຫ້ການ​ນັບຖື​ອິດສະຫຼະ ພາບໃນ​ການເຊື່ອຖື​ສາສນາ.

XS
SM
MD
LG