ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນບັນທຸກນຳ້ມັນ ຫວຽດນາມ ຫາຍສາບສູນ ຢ້ານວ່າ ຖືກໂຈນທະເລ ຈີ້ເອົາໄປ


ແຜນທີ ຫວຽດນາມ
ແຜນທີ ຫວຽດນາມ

ກຳ​ປັ່ນ​ບັນທຸກນ້ຳມັນ​ຂອງ​ຫວຽດນາມ​ ພ້ອມ​ດ້ວຍ​ລູກ​ເຮືອ 18
ຄົນ ​ໄດ້​ຫາຍ ສາບສູນ ນັບ​ຕັ້ງ​ແຕ່​ໄດ້​ອອກ​ຈາກສິງກະ​ໂປ ​ໄປ
​ຍັງຫວຽດນາມ ​ໃນ​ວັນ​ພະຫັດ​ ​ແລ້ວ​ນີ້ ​ຊຶ່ງ​ພາ​ໃຫ້​ມີຄວາມຢ້ານ​
ກົວ​ກັນວ່າ ອາດ​ໄດ້​ຕົກ​ໄປ​ຢູ່​ໃນກຳມື​ຂອງ​ພວກໂຈນທະ​ເລ​ແລ້ວ.

ກຳ​ປັ່ນ​ລຳດັ່ງກ່າວ ​ບັນທຸກ​ຜະລິດ​ຕະພັນ​ນ້ຳ​ມັນ​ ຫລາຍ​ກວ່າ
5,200 ​ໂຕນ ​ແລະໄດ້ມີ​ກຳນົດໄປ​ເຖິງ​ຈຸດໝາຍ ​ເມືອງທ່າ Cua
Viet ​ໃນທາງ​ພາກ​ກາງຂອງ​ແຂວງ Quang Tri ​ໃນ​ວັນ​ອາທິດ
​ທີ່​ຜ່ານມານີ້.

ບັນດາ​ເຈົ້າ​ໜ້າ​ທີ່ກູ້​ໄພ​ແລະ​ຊອກ​ຫາ ຂອງຫວຽດນາມ ກ່າວ​ຕໍ່
ວີ​ໂອ​ເອພະ​ແນ​ກ ພາສາຫວຽດນາມ ວ່າ ​ເຂົາ​ເຈົ້າ​ໄດ້​ຂາດ​ການຕິດ​ຕໍ່​ທາງ​ວິທະຍຸ ກັບເຮືອ
Sunrise 689 ບໍ່​ຮອດ​ຊົ່ວໂມງ ​ຫລັງ​ຈາກ​ເຮືອ​ໄດ້​ອອກ​ເດີນທາງ.

ທ່ານ Nguyen Vu Diep ​ເຈົ້າ​ໜ້າ​ທີ່​ຈາກ ບໍລິສັດ Hai Phong Fisheries Ship-
building ທີ່ເປັນ​ເຈົ້າ​ຂອງ ​ກຳ​ປັ່ນບັນ​ທຸກ​ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ ກ່າວ​ວ່າ ມີ​ທ່າ​ທາງ​ວ່າ
​ເຮືອ​ໄດ້​ຖືກ​ພວກ​ໂຈນ​ທະ​ເລ ຈີ້​ເອົາ​ໄປ. ທ່ານ​ກ່າວ​ວ່າ :

“ມັນ​ມີ​ຢູ່ 90 ​ເປີ​ເຊັນ​ທີ່​ເປັນ​ໄປ​ໄດ້​ວ່າ ກຳ​ປັ່ນ​ດັ່ງກ່າວ​ໄດ້​ຖືກ​ຈີ້. ຖ້າ​ຫາກ​ວ່າ ​ພວກ​ໂຈນ​ທະ
​ເລຮ້ອງຄ່າ​ໄຖ່ ມັນ​ຈະ​ຍາກ​ທີ່​ສຸດ ສຳ​ຫລັບ​ພວກ​ເຮົາ ເພາະວ່າ ເສດຖກະ​ກິດ​ຂອງພວກ​ເຮົາ​
ບໍ່​ແຂງ​ແຮງ​ຢູ່​ໃນ​ຂະນະ​ນີ້. ຫວັງ​ວ່າ ​ເຂົາ​ເຈົ້າ​ຈະ​ເອົາ​ແຕ່​ສີນ​ຄ້າ​ທັງ​ໝົດ ​ແລະ​ປ່ອຍ​ເຮືອກັບ
​ລູກ​ເຮືອ​ໄປ.”

ຫວຽດນາມ ບໍ່​ໄດ້ແຈ້ງ​ໃຫ້​ສື່​ມວນ​ຊົນຊາບ ກ່ຽວ​ກັບ​ການ​ຫາ​ຍສາບ​ສູນ​ຂອງ​ກຳ​ປັ່ນ​ບັນທຸກ
​ຈົນ​ຮອດ​ວັນ​ຈັນ​ທີ່​ຜ່ານ​ມາ ​ແລະ​ໄດ້​ຮ້ອງຂໍ ສິງກະ​ໂປ ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ​ແລະ
​ຟິລິບປິນ ໃຫ້​ຊ່ວຍ​ຊອກ​ຫາຮ່ອງ​ຮອຍຂອງ​ກຳ​ປັ່ນລຳ​ນັ້ນ.

ບັນດາ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ລູກ​ເຮືອ ພາກັນ​ໄປ​ເຕົ້າ​ໂຮມ​ກັນ ​ຢູ່ ທ່າ​ເຮືອ Hai Phong
​ທາງພາກ​ເໜືອຂອງ​ປະ​ເທດ ເພື່ອ​ລໍຖ້າຟັງ​ຂ່າວ​ຂອງຜູ້​ທີ່​ເຂົາ​ເຈົ້າຮັກ.

ນາງ Nguyen Thi Thu ​ເມຍ​ຂອງ​ສະ​ມາ​ຊິກລູກ​ເຮືອ​ຄົນ​ນຶ່ງ ກ່າວ​ວ່າ ທຸກໆ​ຄົນ​ພະຍາຍາມ​
ຄິດ​ໄປ​ໃນ​ທາງ​ບວກ ​ແລະໃນ​ແງ່​ດີ.

XS
SM
MD
LG