ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ມີບົດບາດສຳຄັນ ໃນທຸລະກິດ ແຕ່ງເລັບ (ວີດິໂອລາວ)


ຊາວອາເມຣິກັນເຊື້ອສາຍຫວຽດນາມ ຄົນນຶ່ງໃນຫຼາຍໆຄົນ ທີ່ເປັນ ເຈົ້າ ຂອງຮ້ານເສີມສວຍ ຕົກແຕ່ງເລັບ ໃນທົ່ວສະຫະລັດ
ຊາວອາເມຣິກັນເຊື້ອສາຍຫວຽດນາມ ຄົນນຶ່ງໃນຫຼາຍໆຄົນ ທີ່ເປັນ ເຈົ້າ ຂອງຮ້ານເສີມສວຍ ຕົກແຕ່ງເລັບ ໃນທົ່ວສະຫະລັດ
ຮ້ານເສີມສວຍຕົກແຕ່ງເລັບຈຳນວນຫຼວງຫຼາຍໃນສະຫະລັດ
ແມ່ນບໍລິຫານ ງານໂດຍພວກຄົນເຂົ້າເມືອງຈາກຫວຽດນາມ.
ຊາວອາເມຣິກັນ ເຊື້ອສາຍ ຫວຽດນາມແມ່ນປະກອບເປັນ 80 ເປີເຊັນຂອງທຸລະກິດແຕ່ງເລັບທັງໝົດ ຢູ່ໃນລັດຄາລິຟໍເນຍ
ແລະອີກຫຼາຍກວ່າ 40 ເປີເຊັນ ຢູ່ທົ່ວສະຫະລັດ. Mike O’
Sullivan ຜູ້ສື່ຂ່າວວີໂອເອ ລາຍງານເຖິງທ່າອຽງ ທີ່ເລີ່ມຂຶ້ນ
ໃນ ລັດຄາລິຟໍເນຍ ຈາກການຊ່ວຍເຫຼືອຂອງດາຣາສາວທີ່ມີ
ຊື່ສຽງຄົນນຶ່ງ.

ເກືອບວ່າທັງໝົດຂອງພວກນັກສຶກສາທີ່ກໍາລັງຮຽນຢູ່ວິທະຍາໄລເສີມສວຍແຫ່ງນີ້ເປັນ ຊາວອາເມຣິກັນເຊື້ອສາຍຫວຽດນາມ. ພວກເຂົາເຈົ້າຮຽນຮູ້ວິທີ ຮັກສາ ຕົກແຕ່ງ ແລະ ທາເລັບ ພ້ອມທັງວິທີຍ້ອມຜົມແລະຂາຍເຄຶ່ອງສໍາອາງ ເປັນຕົ້ນ.

ວິທະຍາໄລແຫ່ງດັ່ງກ່າວນີ້ ຕັ້ງຢູ່ຄຸ້ມທຸລະກິດ Little Saigon ທາງທິດໃຕ້ ຂອງນະຄອນ Los Angeles. ມັນເປັນຄຸ້ມ ທີ່ມີຊາວຫວຽດນາມອາໄສຢູ່ ເປັນຈໍານວນຫຼາຍທີ່ສຸດ ນອກ ປະເທດຫວຽດນາມ.

ເບິ່ງວີດິໂອລາຍງານເລື້ອງນີ້ເປັນພາສາລາວ


Tippi Hedren ດາຣາຮອລລີວູດ ທີ່ສວຍງາມມີສະເນ່ຜູ້ນີ້ ໄດ້ຊ່ວຍເຫຼືອ ຊາວອົບພະຍົບ ຫວຽດນາມ ເຂົ້າສູ່ທຸລະກິດນີ້ ໃນຂະນະທີ່ຊາວຫວຽດນາມຫຼາຍສິບພັນຄົນໄດ້ພາກັນຫຼົບ ໜີ ອອກຈາກປະເທດ ຫຼັງຈາກປີ 1975 ຊຶ່ງ ເປັນຊ່ວງສຸດທ້າຍຂອງສົງຄາມຫວຽດນາມ. ນັກສະແດງ Hedren ມີຊື່ສຽງ ໃນຮູບເງົາເລຶ່ອງ The Birds ຂອງບໍລິສັດຮູບເງົາ Alfred Hitchcock ຊຶ່ງນາງໄດ້ຊ່ວຍເຫຼືອອົບພະຍົບບາງຄົນໃຫ້ໄດ້ຮັບຝຶກອົບລົມອາຊີບນີ້.

ຄອບຄົວ Tam Nguyen ເປັນຜູ້ບໍລິຫານວິທະຍາໄລແຫ່ງນີ້ ຊຶ່ງລາວກ່າວວ່າການຊ່ວຍ ເຫຼືອຈາກນັກສະແດງຄົນນີ້ ແມ່ນສໍາຄັນຫຼາຍທີ່ສຸດ.

ທ່ານຫງວຽນ ເວົ້າວາ: “ເພີ່ນເປັນຄົນທີ່ຂ້າພະເຈົ້າເອີ້ນວ່າ ແມ່ພະ ຂອງວົງການທຸ ລະກິດຕົກແຕ່ງເລັບຊາວຫວຽດນາມ ຍ້ອນວ່າ ເພິ່ນໄດ້ຮັບເປັນ ຜູ້ອຸບປະຖໍາຍິງ ຫວຽດນາມ 20 ຄົນຈຸທໍາອິດທີ່ວິທະຍາໄລເສີມສວຍແຫ່ງນີ້ ໃນລັດຄາລິຟໍເນຍ ເພື່ອຮຽນຮູ້ການຄ້າຂາຍແລະອາຊີບ ຊຶ່ງບັດນີ້ກາຍເປັນວິທະຍາໄລທີ່ໃຫຍ່ທີ່ສຸດ ແຫ່ງນຶ່ງ ບ່ອນທີ່ມີຊາວຫວຽດນາມຫຼາຍຮ້ອຍຫຼາຍ ພັນຄົນຍຶດອາຊີບ ຢູ່ໃນວົງ ການທຸລະກິດດັ່ງກ່າວນີ້.”

ພວກຄົນເຂົ້າເມືອງຈຸໃໝ່ກຸ່ມນີ້ ແມ່ນຮຽນຮູ້ວິທີການແລະຂັ້ນຕອນທັງໝົດ ຂອງທຸລະກິດ ການຕົກແຕ່ງເລັບ ແລະຮ້ານເສີມສວຍ.

ພວກເຂົາເຈົ້າຈະພາກັນຮຽນວິຊາການຮັກສາແລະຕົບແຕ່ງຜົມ ແລະການ ຮັກສາຜິວ. ມີ ນັກຮຽນຫຼາຍກວ່າ 20,000 ຄົນແລ້ວທີ່ຮຽນຈົບຈາກໂຮງ ຮຽນແຫ່ງນີ້. ທ່ານ Tam Nguyen ຜູ້ເປັນເຈົ້າຂອງຮ່ວມໂຮງຮຽນແຫ່ງນີ້ ຊຶ່ງເປັນທຸລະກິດແບບຄອບຄົວນັ້ນກ່າວ ວ່າຮ້ານເສີມ ສວຍຊາວຫວຽດນາມແມ່ນໄດ້ຂະຫຍາຍຢ່າງກວ້າງຂວາງອອກໄປທົ່ວໂລກ.

ທ່ານຫງວຽນເວົ້າວາ: “ພວກເຮົາຈະເຫັນທຸລະກິດການຕົບແຕ່ງເລັບຂອງ ຊາວ ຫວຽດນາມມີຢູ່ທົ່ວທຸກໆທະວີບ ຫຼືແມ່ນແຕ່ຢູ່ໃນຫວຽດນາມເອງໃນປັດ ຈຸບັນນີ້ ມັນມາພ້ອມທຸກຢ່າງເຕັມອັດຕາ ຊຶ່ງບັດນີ້ຫວຽດນາມກໍເປີດຮ້ານ ເສີມສວຍແລະ ສະປາ ແລະຮ້ານເລັບກັນຢ່າງໃຫຍ່ ຊຶ່ງທັງໝົດລ້ວນແລ້ວ ແມ່ນເລີ່ມຕົ້ນຈາກ ບ່ອນນີ້.”

ແລະປະເພນີດັ່ງກ່າວ ກໍຈະດໍາເນີນສືບຕໍ່ໄປ ຢູ່ໃນຄຸ້ມທຸລະກິດ Little Saigon ນີ້.
XS
SM
MD
LG