ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະມາຊິກ ສະພາແຫ່ງຊາດ ຫວຽດນາມ ຖືກຈັບ ໃນຂໍ້ຫາ ສໍ້ໂກງເງິນ


ນາຍົກລັດຖະມົນຕີ Nguyen Tan Dung ໃນພິທີເປີດ ສະໄໝປະຊຸມສະພາ ໃນລະດູໃບໄມ້ຫລົ່ນ (ວັນທີ 21 ຕຸລາ 2013)
ນາຍົກລັດຖະມົນຕີ Nguyen Tan Dung ໃນພິທີເປີດ ສະໄໝປະຊຸມສະພາ ໃນລະດູໃບໄມ້ຫລົ່ນ (ວັນທີ 21 ຕຸລາ 2013)

​ສະມາຊິກຄົນນຶ່ງ ຂອງສະພາແຫ່ງຊາດຫວຽດນາມ ໄດ້ຖືກຈັບ
ໃນຕອນແລງວັນພຸດ ອາທິດແລ້ວນີ້ ກ່ຽວກັບແຜນການສໍ້ໂກງ
ດ້ານອະສັງຫາລິມມະຊັບ ຕາມທີ່ໄດ້ມີການກ່າວຫາ. Marian
Brown ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບເລື່ອງນີ້ ຈາກຮາ
ໂນ່ຍ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ຕຳຫຼວດໄດ້ຄົ້ນເຮືອນທ່ານນາງ Chau Thi Thu Nga ອາຍຸ 49 ປີເປັນເວລາຫຼາຍໆຊົ່ວ ໂມງ ໃນວັນພຸດອາທິດແລ້ວນີ້ ໂດຍໄດ້ຍຶດເອົາເອກກະສານທີ່ບໍ່ເປີດເຜີຍໄປຈຳນວນນຶ່ງ.

ທ່ານນາງໄດ້ຖືກຈັບ ໃນການກ່າວຫາກ່ຽວກັບກັບການສໍ້ໂກງ ທີ່ພົວພັນກັບໂຄງການປຸກ ເຮືອນ ໂດຍບໍລິສັດເອກກະຊົນ ຂອງທ່ານນາງ. ລາຍງານຂອງໜັງສືພິມ Thanh Nien ແຈ້ງວ່າ ບໍລິສັດດັ່ງກ່າວໄດ້ເກັບເງິນມັດຈຳຈາກພວກທີ່ຈະຊື້ເຮືອນ 80 ຄົນໃນລະຫວ່າງ ປີ 2009 ຫາປີ 2010 ຕົກເປັນເງິນທັງໝົດ 14 ລ້ານໂດລາແຕ່ບໍ່ໄດ້ຈ່າຍໃຫ້ເຂົາເຈົ້າຄືນ ເວລາໂຄງການປຸກເຮືອນ ບໍ່ໄດ້ເກີດເປັນຄວາມຈິງຂຶ້ນມາ. ໂຄງການດັ່ງກ່າວນີ້ ຄາດວ່າ ຈະແລ້ວສຳເລັດພາຍໃນທ້າຍ ປີ 2015.

ທ່ານ Nguyen Minh Tuyet ອະດີດຮອງປະທານຄະນະກຳມະການວັດທະນະທຳ ການ ສຶກສາແລະຊາວໜຸ່ມຂອງສະພາແຫ່ງຊາດຫວຽດນາມ ກ່າວວ່າ ຂໍ້ມູນໃນທາງລົບຈຳນວນ ນຶ່ງກ່ຽວກັບທ່ານນາງ Nga ເລີ້ມມີການແຜ່ກະຈາຍໃນຕອນເລີ້ມຕົ້ນຂັ້ນຕອນການເລືອກ ຕັ້ງສະພາ ໃນປີ 2011.

ແຕ່ແນວໃດກໍຕາມທ່ານກ່າວວ່າ ບາງທີພະແນກການກ່ຽວຂ້ອງບໍ່ໄດ້ທຳການສືບສວນຢ່າງ ລະອຽດແລະຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາທ່ານນາງເຂົ້າມານັ່ງຢູ່ໃນສະພາ.

ທ່ານນາງໄດ້ຖືກສັ່ງໃນມື້ວັນພຸດອາທິດແລ້ວ ໃຫ້ພັກການຊົ່ວຄາວ ໃນຖານະສະມາຊິກກຳ ມະ ການດ້ານການເງິນແລະງົບປະມານຂອງສະພາແຫ່ງຊາດ.

ບັນດາສະມາຊິກສະພາຫວຽດນາມ ແມ່ນໄດ້ຮັບອະນຸຍາດໃຫ້ມີສິດພິເສດ ໃນລະດັບນຶ່ງ ຈາກການຖືກລົງໂທດດັ່ງທີີ່ທ່ານ Dinh Xuan Thao ປະທານສະຖາບັນຄົ້ນຄວ້ານິຕິບັນ ຍັດຂອງສະພາແຫ່ງຊາດ ໃຫ້ການອະທິບາຍຕໍ່ການໃຫ້ສຳພາດ ແກ່ໂທລະພາບຂອງລັດ VTV ໃນມື້ວັນພະຫັດແລ້ວນີ້ວ່າ:

ທ່ານເວົ້າວ່າ ອີງຕາມລັດຖະທຳມະນູນແລ້ວ ບໍ່ມີຜູ້ໃດໄດ້ຮັບອະນຸຍາດໃຫ້ຖືກຈັບ ຖືກຄຸມ ຂັງຫຼືຖືກຟ້ອງຮ້ອງດຳເນີນຄະດີສະມາຊິກສະພາໂດຍບໍ່ໄດ້ຮັບອະນຸຍາດຈາກສະພາແຫ່ງ ຊາດເສຍກ່ອນ.

ໃນກໍລະນີຂອງທ່ານນາງ Nga ນັ້ນ ປະທານສະພາແຫ່ງຊາດ ທ່ານ Nguyen Shinh Hung ໄດ້ອະນຸຍາດໃຫ້ພະແນກການສືບສວນຕ່າງໆ ດຳເນີນການໄດ້.

ໃນໄລຍະສອງສາມປີຜ່ານມານີ້ ລັດຖະບານໄດ້ທຳການປາບປາມ ການສໍ້ລາດບັງຫລວງ ທ່າມກາງທີ່ໄດ້ເກີດບັນຫາດ້ານເສດຖະກິດດ້ວຍການດຳເນີນຄະດີເຈົ້າໜ້າທີ່ຂັ້ນສູງຫຼາຍໆ ທ່ານ ຊຶ່ງຈຳນວນນຶ່ງແມ່ນໄດ້ຮັບໂທດປະຫານຊີວິດ.

ພວກນັກສັງເກດການມັກຈະນຳເອົາເລື້ອງການຈັບກຸມພວກນັກທຸລະກິດທີ່ສຳຄັນ ໄປພົວ ພັນໃສ່ການຕໍ່ສູ້ທາງການເມືອງຢູ່ໃນພັກຄອມມູນິດ.

ທ່ານ Nguyen Minh Tuyet ກ່າວວ່າ ທ່ານເຊື່ອວ່າ ກໍລະນີຂອງທ່ານນາງ Nga ນີ້ ແມ່ນ ບໍ່ ເປັນແນວນັ້ນ ແລະວ່າ ຕຳຫຼວດໄດ້ຮວບຮວມຫລັກຖານຢ່າງ ພຽງພໍກ່ຽວກັບທ່ານນາງ ແລະກໍໄດ້ຈັບຮຸ້ນສ່ວນຂອງທ່ານນາງແລ້ວ.

ຫວຽດນາມແມ່ນຕິດອັນດັບທີ 119 ຂອງຈຳນວນທັງໝົດ 175 ປະເທດ ໃນດັດຊະນີກ່ຽວ ກັບການສໍ້ລາດບັງຫຼວງ ປີ 2014 ( Corruption Perception Index 2014 ) ຂອງອົງ ການຄວາມໂປ່ງໃສນາໆຊາດ ກ່ອນໜ້າກຳປູເຈຍແລະມຽນມາ ແຕ່ຫລັງຈາກໄທ ອິນໂດ ເນເຊຍ ແລະຈີນ.

XS
SM
MD
LG