ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຫວຽດນາມ ທຸກຊົນຊັ້ນ ພາກັນໄປ ໄວ້ອາໄລ ແກ່ ມື້ລາງ ທ. ແມັກເຄນ ທີ່ ສະຖານທູດ ສຫລ


ຮອງນາຍົກລັດຖະມົນຕີ ຂອງຫວຽດນາມ ທ່ານ ຟາມ ບິນ ມິນ ພວມໄວ້ອາໄລ ແກ່ມື້ລາງ ສະມາຊິກສະພາສູງ ສະຫະລັດ ຈອນ ແມັກເຄນ ໃນລະຫວ່າງ ພິທີໄວ້ອາໄລ ຢູ່ທີ່ສະຖານທູດສະຫະລັດ ປະຈຳ ນະຄອນຫຼວງຮາໂນ່ຍ, ວັນທີ 27 ສິງຫາ 2018.
ຮອງນາຍົກລັດຖະມົນຕີ ຂອງຫວຽດນາມ ທ່ານ ຟາມ ບິນ ມິນ ພວມໄວ້ອາໄລ ແກ່ມື້ລາງ ສະມາຊິກສະພາສູງ ສະຫະລັດ ຈອນ ແມັກເຄນ ໃນລະຫວ່າງ ພິທີໄວ້ອາໄລ ຢູ່ທີ່ສະຖານທູດສະຫະລັດ ປະຈຳ ນະຄອນຫຼວງຮາໂນ່ຍ, ວັນທີ 27 ສິງຫາ 2018.

ບັນດາຜູ້ຕາງໜ້າຂອງອົງການຈັດຕັ້ງຕ່າງໆ ແລະ ສ່ວນບຸກຄົນ ຫຼາຍກວ່າ 200 ຄົນ
ໄດ້ໄປຢ້ຽມຢາມ ສະຖານທູດ ສະຫະລັດ ປະຈຳນະຄອນຫຼວງຮາໂນ່ຍ ໃນສັບປະດານີ້
ເພື່ອໄວ້ອາໄລ ແກ່ ມື້ລາງ ສະມາຊິກສະພາສູງ ສະຫະລັດ ຈອນ ແມັກເຄນ ອີງຕາມ
ລາຍງານ ຈາກອົງການຂ່າວທາງການ ຂອງຫວຽດນາມ ຫຼື VNA ແລະ ອົງການຂ່າວ
ທິນ ຕຸກ.

ລວມຢູ່ໃນກຸ່ມຄົນດັ່ງກ່າວ ແມ່ນປະກອບດ້ວຍ ບັນດາຜູ້ນຳລະດັບສູງ ຂອງຫວຽດນາມ,
ບັນດາຜູ້ຕາງໜ້າຈາກ ຄະນະກຳມະການ ສູນກາງພັກຄອມມິວນິສ ຮັບຜິດຊອບດ້ານ ສາຍສຳພັນກັບພາຍນອກ, ບັນດາລັດຖະມົນຕີຈຳນວນນຶ່ງ, ບັນດາບໍລິສັດ, ອົງການ
ຈັດຕັ້ງ ແລະກຸ່ມສັງຄົມພົນລະເຮືອນ ຫວຽດນາມ-ສະຫະລັດ.

ນອກນັ້ນ ຍັງມີບັນດາຜູ້ຕາງໜ້າຈາກ ສະຖານທູດຕ່າງໆ ແລະ ອົງການຈັດຕັ້ງສາກົນ
ທັງຫຼາຍ ຢູ່ໃນນະຄອນຮາໂນ່ຍ, ກຸ່ມນັກສຶກສາເກົ່າຊາວຫວຽດນາມ ຂອງວິທະຍາໄລ
ແລະມະຫາວິທະຍາໄລ ສະຫະລັດ, ບັນດານັກລົບເກົ່າຂອງຫວຽດນາມ, ນັກຂ່າວ
ອິດສະລະ ແລະ ນັກຂຽນຂ່າວທາງອິນເຕີເນັດ ຫຼື blogger.

ສື່ມວນຊົນ ຂອງທ້ອງຖິ່ນ ໄດ້ລາຍງານວ່າ ບັນດາປັນຍາຊົນຂອງຫວຽດນາມ ອື່ນໆ
ກໍໄດ້ຍົກຍ້ອງທ່ານແມັກເຄນ ວ່າເປັນຜູ້ທີ່ “ຊື່ສັດ ກ້າຫານແລະປະເສີດ” ຢູ່ໃນປຶ້ມ
ສະແດງຄວາມເສຍໃຈ ຂອງສະຖານທູດ ສະຫະລັດ.

ພວກໄວ້ອາໄລທັງຫຼາຍ ໄດ້ຍ້ອງຍໍ ທ່ານແມັກເຄນ ວ່າ ເປັນ “ມິດທີ່ຍິ່ງໃຫຍ່” ຂອງ
ຫວຽດນາມ ເປັນບຸກຄົນທີ່ໄດ້ສົ່ງເສີມໃຫ້ເກີດມິດຕະພາບລະຫວ່າງອະດີດ ຄູ່ປໍລະປັກ
ໃນຂະນະດຽວກັນ ກໍໄດ້ປົກປ້ອງພວກນັກໂທດແຫ່ງຈິດສຳນຶກ ແລະ ບັນດານນັກ
ເຄື່ອນໄຫວ ທີ່ຕໍ່ສູ້ເພື່ອສິດທິມະນຸດ ໃນຫວຽດນາມ.

ປະຊາຊົນຂອງຫວຽດນາມ ຍັງໄດ້ພາກັນໄປໄວ້ອາໄລ ແກ່ ທ່ານແມັກເຄນ ຢູ່ທີ່ ທະເລ
ສາບ ທຣຸກ ບັກ ໃນນະຄອນຮາໂນ່ຍ ບ່ອນທີ່ທ່ານໄດ້ຖືກຈັບ ໃນປີ 1967 ເມື່ອກຳລັງ
ຂອງຫວຽດນາມ ໄດ້ຍິງເຮືອບິນລົບກອງທັບເຮືອ ຂອງທ່ານແມັກເຄນ ຕົກ.

ທ່ານ ແມັກເຄນ ໄດ້ຖືກທໍລະມານ ແລະ ຖືກຄຸມຂັງເປັນເວລາ 5 ປີເຄິ່ງ ໃນຖານະເປັນ
ຊະເລີຍເສິກຢູ່ທີ່ນະຄອນຫຼວງຮາໂນ່ຍ ໃນລະຫວ່າງສົງຄາມຫວຽດ ນາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG