ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ຫວຽດນາມ ລົງທຶນຫຼາຍກວ່າ 2 ຕື້ໂດລາ ໃນ 4 ແຂວງພາກໃຕ້ຂອງ ລາວ


ບັນດາເຈົ້າໜ້າທີ່ ກຳປູເຈຍ, ລາວ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມເຂດສາມຫຼ່ຽມພັດທະນາ.
ບັນດາເຈົ້າໜ້າທີ່ ກຳປູເຈຍ, ລາວ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມເຂດສາມຫຼ່ຽມພັດທະນາ.

ບັນດາບໍລິສັດຈາກ ຫວຽດນາມ ໄດ້ລົງທຶນໃນເຂດ 4 ແຂວງພາກ ໃຕ້ຂອງ ລາວ ຄິດເປັນມູນຄ່າລວມເກີນກວ່າ 2,300 ລ້ານໂດລາ ຊຶ່ງຖືເປັນສ່ວນໜຶ່ງໃນເຂດ ສາມຫຼ່ຽມພັດທະນາ ລາວ, ກຳປູເຈຍ ແລະ ຫວຽດນາມ.

ທ່ານ ບຸນຖອງ ດິວິໄລ ເຈົ້າແຂວງ ແລະ ເລຂາພັກແຂວງ ຈຳປາສັກ ຖະແຫຼງຢືນ ຢັນວ່າອຳ ນາດການປົກຄອງແຂວງຈຳປາສັກ ໃນທຸກລະດັບມີຄວາມພ້ອມໃນ ທຸກໆດ້ານທີ່ຈະອຳນວຍ ຄວາມສະດວກ ແລະ ໃຫ້ການຮ່ວມມືກັບບັນດາແຂວງ ອື່ນໆໃນເຂດສາມຫຼ່ຽມພັດທະນາ ລາວ, ຫວຽດນາມ ແລະ ກຳປູເຈຍ ຊຶ່ງແຂວງ ຈຳປາສັກກໍເປັນ 1 ໃນ 4 ແຂວງພາກໃຕ້ຂອງ ລາວ ທີ່ນອນຢູ່ໃນເຂດສາມຫຼ່ຽມ ພັດທະນາດັ່ງກ່າວນີ້.

ໂດຍໃນປະຈຸບັນ ອຳນາດການປົກຄອງແຂວງ ຈຳປາສັກ ກໍໄດ້ຕຽມພ້ອມທັງໃນ ດ້ານການສະ ໜອງຂໍ້ມູນການປຶກສາຫາລື ແລະ ການຈັດຕັ້ງປະຕິບັດຮ່ວມກັນ ເພື່ອເຮັດໃຫ້ບັນຍາກາດ ທາງດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວໃນ ເຂດສາມຫຼ່ຽມພັດທະນາລະຫວ່າງ 3 ປະເທດໃຫ້ເປັນເຂດທີ່ມີການຂະຫຍາຍ ການເຕີບໂຕຢ່າງຕໍ່ເນື່ອງ.

ການຕົກລົງເສີມຂະຫຍາຍການຮ່ວມມືໃນດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວລະ ຫວ່າງ ລາວ, ກຳປູເຈຍ ແລະ ຫວຽດນາມ ໄດ້ມີຂຶ້ນໃນໂອກາດ ກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 10 ແລະ ກອງປະຊຸມເພື່ອເສີມຂະຫຍາຍ ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຄັ້ງທີ 9 ຢູ່ແຂວງຈຳປາສັກ ເມື່ອທ້າຍປີ 2015 ໂດຍມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະຂອງທາງການ ລາວ​.

ໂດຍເພື່ອເຮັດໃຫ້ການຕົກລົງດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທຳໃນໄລ ຍະຕໍ່ໄປນີ້ ລັດຖະບານຂອງທັງ 3 ປະເທດກໍໄດ້ຕົກລົງໃຫ້ມີການ ອຳນວຍຄວາມສະດວກໃຫ້ ແກ່ການເດີນທາງໄປມາ ລະຫວ່າງປະຊາຊົນຂອງທັງ 3 ປະເທດ ແລະ ນັກທ່ອງທ່ຽວຊາວຕ່າງ ຊາດ ລວມເຖິງການນຳໃຊ້ລະບົບກວດ ກາສິນຄ້າແບບປະຕູດຽວ (One Stop Service) ຊຶ່ງ ປະຈຸບັນນີ້ກໍໄດ້ເລີ່ມດຳ ເນີນການປະຕິບັດແລ້ວຢູ່ທີ່ດ່ານລາວບາວ, ບ້ານແດນສະຫວັນ ລະ ຫວ່າງ ຫວຽດນາມ ກັບ ລາວ.

ສຳລັບເປົ້າໝາຍສຳຄັນໃນດ້ານການຄ້າລະຫວ່າງ ລາວ ກັບ ຫວຽດ ນາມ ນັ້ນ ລັດ ຖະບານທັງ 2 ປະເທດກໍໄດ້ເນັ້ນຢ້ຳວ່າຈະຕ້ອງເພີ່ມ ມູນຄ່າການຄ້າລະຫວ່າງກັນ ໃຫ້ເຖິງ 2,000 ລ້ານໂດ ລາໃນປີ 2015 ຊຶ່ງປະກົດວ່າສາມາດບັນລຸເປົ້າໝາຍທີ່ ວາງໄວ້ດັ່ງກ່າວໄດ້ ຢ່າງເປັນຮູບປະທຳ ສ່ວນໃນດ້ານການລົງທຶນ ນັ້ນທັງ 3 ປະເທດກໍ ໄດ້ປັບປຸງລະບົບ ແລະ ອັດຕາການຈັດເກັບພາ ສີໃຫ້ສອດຄ່ອງກັນ ລວມ ເຖິງການໃຫ້ສິດທິພິເສດຕ່າງໆ ເພື່ອສົ່ງເສີມການລົງທຶນໃຫ້ເຂົ້າມາ ໃນເຂດສາມຫຼ່ຽມພັດທະນາໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງໂດຍ ປະກົດວ່າມີບັນດາບໍລິສັດຈາກ ຫວຽດນາມ ໄດ້ເຂົ້າມາລົງທຶນໃນ ເຂດ 4 ແຂວງຂອງ ລາວ ແລ້ວໃນ 62 ໂຄງການ ຄິດເປັນມູນ ຄ່າລວມເກີນກວ່າ 2,300 ລ້ານ ໂດລາ ຊຶ່ງໃນນີ້ລວມເຖິງໂຄງການລົງ ທຶນກໍ່ສ້າງເຂື່ອນ ແລະ ຂຸດຄົ້ນແຮ່ທາດດ້ວຍດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ.

"ນອກຈາກນີ້ແມ່ນການລົງທຶນເພື່ອສຳຫຼວດຂຸດຄົ້ນແຮ່ທາດຕ່າງໆ ການກໍ່ສ້າງ ເຂື່ອນອັນ ນີ້ເປັນໂຄງການທີ່ລັດຖະບານຕົກລົງພາຍໃຕ້ການຄຸ້ມຄອງ ໂດຍກົງ ຈາກລັດຖະບານມີ ຫຼາຍໆໂຄງການເຊັ່ນວ່າໂຄງການເຂື່ອນໄຟຟ້າກໍລັງມໍ່ໆ ສິ ແລ້ວກໍມີໂຄງການເຊຂະໝານ 1, ໂຄງການນ້ຳກົງ 2 ແລະ ພວກຈັດຕັ້ງຜັນຂະ ຫຍາຍໃນປະຈຸບັນນີ້ແມ່ນໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳ ນ້ອຍ, ສ່ວນດ້ານບໍ່ແຮ່ສ່ວນຫຼາຍແມ່ນການສຳຫຼວດ ຊອກຄົ້ນ ແລ້ວກະພິຈາ ລະນາໂຄງ ການຂອງບໍລິສັດຮ່ວມມື ລາວ ກັບ ຫວຽດນາມ ໃນ ການສຳຫຼວດຄຳ."

ເຂດສາມຫຼ່ຽມພັດທະນາ ລາວ, ກຳປູເຈຍ, ຫວຽດນາມ ມີພື້ນທີ່ກວ້າງກວ່າ 144,600 ກິໂລ ແມັດມົນທົນທີ່ກວມເອົາພື້ນທີ່ໃນເຂດ 13 ແຂວງ ປະກອບດ້ວຍ ແຂວງສາລະວັນ, ເຊກອງ,​ ອັດຕະປື ແລະ ຈຳປາສັກ ຂອງ ລາວ, ແຂວງຊຽງແຕງ ຣັດຕະນະຄີຮີ, ມົນທົນສີຣິ ແລະ ກຣະ ເຈາະໃນ ກຳປູເຈຍ, ແຂວງດັກລັກ ຫຍ່າ ຫຼ່າຍ, ກອນຕຸມ ດັກນົງ ແລະ ບິງເຟືອກໃນ ຫວຽດ ນາມ.

ທັງນີ້ຜູ້ນຳລັດຖະບານທັງ 3 ປະເທດໄດ້ກຳນົດເປົ້າໝາຍຮ່ວມກັນວ່າຈະເຮັດໃຫ້ເສດຖະກິດ ຫຍາຍຕົວບໍ່ຕ່ຳກວ່າ 10 ເປີເຊັນ ເພື່ອເຮັດໃຫ້ປະຊາຊົນໃນເຂດ ສາມ ຫຼ່ຽມພັດທະນາມີລາຍ ໄດ້ສະເລ່ຍລະຫວ່າ 1,800 ຫາ 1,900 ໂດລາຕໍ່ຄົນພາຍໃນທ້າຍປີ 2016 ນີ້ໃຫ້ໄດ້ຢ່າງແທ້ ຈິງ.

XS
SM
MD
LG