ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ຫວຽດນາມ ຕັດສິນໂທດ ປະຫານຊີວິດ ອະດີດປະທານ ບໍລິສັດ Vinalines


ອະດີດປະທານບໍລິສັດລັດວິສາຫະກິດ Vinalines ຂອງຫວຽດນາມ Duong Chi Dung ທີ່ຖືກຕັດສິນປະຫານຊີວິດ ໃນຂໍ້ຫາສໍ້ລາດບັງຫລວງ. (ພາບເມື່ອເດືອນເມສາ 2007 ຕອນທີ່ຍັງມີອໍານາດ) ຜູ້ກ່ຽວຖືກຈັບຢູ່ກໍາປູເຈຍ ດ້ວຍການຊ່ວຍເຫລືອຂອງ ຕໍາຫລວດສາກົນ Interpol.
ທະ​ນາ​ຍຄວາມ​ຂອງ ຜູ້​ບໍລິຫານບໍລິສັດ​ຂົນ​ສົ່ງ​ ຂອງຫວຽດນາມ
ຄົນ​ນຶ່ງ ກ່າວ​ວ່າ ລູກ​ຄວາມຂອງ​ທ່ານ ຈະ​ອຸທອນ​ຄໍາ​ຕັດສິນ​ໂທດ
​ປະຫານ​ຊີວິດ ທ່ານ ​ຈາກການ​ດໍາ​ເນີນຄະດີ​ສໍ້​ລາດ​ລັງ​ຫລວງ ​ທີ່
ເປັນ​ຂ່າວ​ໂດ່​ງດັງ​ນັ້ນ.

ທ່ານ Duong Chi Dung ​ແລະ ນາງ Mai Van Phuc ​ເຈົ້າ​ໜ້າ​
ທີ່​ຂັ້ນ​ສູງ​ຂອງ​ ບໍລິສັດລັດ​ວິ​ສາ​ຫະກິດ Vinalines ທັງ​ສອງ​ໄດ້​ຖືກ​
ຕັດສິນ​ໂທດ​ປະຫານ​ຊີວິດ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຫລັງ​ຈາກຖືກ​
ສານ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາຍັກ​ຍອ​ກ​ເງິນ​ເກືອບ ນຶ່ງ
​ລ້ານ​ໂດ​ລາ ​ແລະ​ບໍລິຫານ​ເງິນ​ຂອງ​ລັດຢ່າງ​ຜິດ​ພາດ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຫລາຍກວ່າ 17 ລ້ານ​ໂດ​ລາ. ​ອີກ​ແປດ​ຄົນໃນ​ຄະດີ ໄດ້​ຖືກ​ຕັດ​ສີນ​ລົງ​ໂທດ​ຕິດ​ຄຸກ ຕັ້ງ​ແຕ່ 4 ຫາ 22 ປີ.

ຫວຽດນາມ ​ໄດ້​ທໍາ​ການ​ປຸກລະດົມ ຕໍ່​ຕ້ານການ​ສໍ້​ລາດ​ບັງ​ຫລວງ​ຂອງ​ຜູ້​ມີ​ຊື່ສຽງ ຢ່າງ​ໂດ່​ງດັງ. ​ໃນ​ເດືອນ​ແລ້ວ​ນີ້ ອະດີດ​ນາຍ​ທະນາຄານ ​ແລະ​ເພື່ອນ​ຮ່ວມທຸລະ​ກິດຄົນ​ນຶ່ງ ກໍ​ໄດ້​ຖືກ​ລົງ​ໂທດ​ປະຫານ​ຊີວິດ ​ໃນ​ຖານ​ຍັກ​ຍອກເງິນ.

ທ່ານ Tran Dinh Trien ທີ່​ວ່າຄວາມໃຫ້ ທ່ານ Dung ກ່າ​ວຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ​ຫວຽດນາມ ​ໃນ​ວັນ​ອັງຄານ​ວານນີ້ວ່າ ການ​ຕັດສິນ​ໂທດ ບໍ່​ມີ​ຄວາມ​ທ່ຽງທໍາ ​ໂດຍ​ກ່າວ​ວ່າ ບໍ່​ມີ​ຫລັກ​ຖານ​ພຽງພໍ ທີ່​ພິສູດ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ຜິດ ​ໃນ​ການຍັກ​ຍອກ​ເງິນ.

ທ່ານ​ກ່າວວ່າ ລູກ​ຄວາມ​ຂອງ​ທ່ານ ຜູ້​ທີ່​ໄດ້​ຖືກ​ຈັບໃນກໍາປູ​ເຈຍ ປີ​ກາຍ​ນີ້ ຫລັງ​ຈາກ​ຫລາຍ​ເດືອນ​ທີ່​ໄດ້​ຫລົບໜີ​ໄປ ຈະ​ອຸທອນ​ຄໍາ​ຕັດສິນ​ພາຍ​ໃນ 15 ມື້. ຍັງ​ບໍ່​ເປັນ​ທີ່​ຊາບ​ເທຶ່ອວ່າ ນາງ Phuc ຈະ​ຍື່ນອຸ​ທອນຄື​ກັນ​ຫລື​ບໍ່ ​ແຕ່​ເປັນໄປ​ໄດ້ ​ໃນເມື່ອ​ເປັນ​ຄໍາຕັດສິນ​ລົງ​ໂທດ​ທີ່​ຮ້າຍ​ແຮງປານ​ນັ້ນ.

ການສໍ້​ລາດ​ບັງ​ຫລວງທີ່​ມີ​ຢ່າງ​ແຜ່​ຫລາຍ​ຢູ່​ໃນ​ວົງ​ການ​ລັດຖະບານ ໄດ້​ສ້າງຄວາມ​ໂກດ​ແຄ້ນ​ແກ່ ສາທາລະນະຊົນ​ໃນ​ຫວຽດນາມ ບ່ອນ​ທີ່ ປະຊາຊົນ​ສ່ວນ​ໃຫຍ່ ພາກັນ​ເບິ່ງ​ເຫັນວ່າ ການກິນ​ສິນ​ບົນ ​ສໍ້​ລາດ​ບັງ​ຫລວງ ​ແລະ​ການ​ບໍລິຫານ​ບໍ່​ດີ ຢູ່ໃນ​ບໍລິສັດ​ໃຫຍ່ໆ​ຂອງ​ລັດ ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້ ​ເສດຖະກິດຝືດເຄືອງ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG