ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຜະລິດລົດໄຟຟ້າ ຫຼື EV ຂອງຫວຽດນາມ, VinFast, ພິຈາລະນາການຊະລໍແຜນການ ສ້າງໂຮງງານທີ່ມີມູນຄ່າ 4 ຕື້ໂດລາ ໃນສະຫະລັດ ອອກໄປ


ແຟ້ມພາບ - ລົດໄຟຟ້າຂອງ VinFast ຈອດຢູ່ ກ່ອນການສົ່ງມອບໃຫ້ກັບລູກຄ້າລາຍທຳອິດຂອງພວກເຂົາ ຢູ່ຮ້ານໃນ ລອັສ ແອງເຈີລິສ, ລັດຄາລີຟໍເນຍ, ວັນທີ 1 ມີນາ, 2023.
ແຟ້ມພາບ - ລົດໄຟຟ້າຂອງ VinFast ຈອດຢູ່ ກ່ອນການສົ່ງມອບໃຫ້ກັບລູກຄ້າລາຍທຳອິດຂອງພວກເຂົາ ຢູ່ຮ້ານໃນ ລອັສ ແອງເຈີລິສ, ລັດຄາລີຟໍເນຍ, ວັນທີ 1 ມີນາ, 2023.

ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ VinFast ກໍາລັງພະ​ຍາ​ຍາມຊະລໍແຜນການ ສ້າງໂຮງງານທີ່ມີມູນຄ່າ 4 ຕື້ໂດລາໃນລັດ ຄາໂຣໄລນາເໜືອ ອອກໄປ, ເນື່ອງຈາກບໍລິສັດທີ່ຂາດທຶນດັ່ງກ່າວ ພະຍາຍາມດິ້ນຮົນ ເພື່ອໃຫ້ໄດ້ຮັບຄວາມ ນິຍົມຈາກຜູ້ບໍລິໂພກຂອງສະຫະລັດ ອີງຕາມການກ່າວຂອງບຸກຄົນທີ່ໄດ້ຮັບຟັງ ລາຍງານໂດຍຫຍໍ້ກ່ຽວກັບເລື່ອງນີ້, ອີງຕາມອົງການຂ່າວ Reuters.

VinFast ໄດ້ປະກາດໃນປີ 2022 ວ່າຕົນຈະສ້າງໂຮງງານຜະລິດລົດໄຟຟ້າ ຫຼື EV ແລະໝໍ້ໄຟໃນສະຫະລັດ ດ້ວຍກຳລັງການຜະລິດ 150.000 ຄັນຕໍ່ປີ, ໂດຍພະຍາຍາມໃຊ້ປະໂຫຍດຈາກຄວາມພະຍາຍາມຂອງລັດຖະບານທ່ານ ໄບເດັນ ໃນການອະນຸມັດເງິນອຸດຫນູນສຳລັບລົດ EV ທີ່​ຖືກ​ຜະ​ລິດໃນ​ອາ​ເມຣິ​ກາ​.

ໃນເບື້ອງຕົ້ນ, ບໍລິສັດໄດ້ວາງແຜນທີ່ຈະສ້າງໂຮງງານໃຫ້ສຳເລັດ ໃນເດືອນ ກໍລະກົດ ປີ 2024 ແຕ່ຕໍ່ມາໄດ້ເລື່ອນການເລີ່ມດໍາເນີນງານອອກໄປເປັນ ປີ 2025.

ບໍລິສັດດັ່ງ​ກ່າວກໍາລັງພິຈາລະນາການເລື່ອນເວລາອອກໄປອີກຄັ້ງ, ແຫຼ່ງຂ່າວ ກ່າວ ໂດຍຂໍໃຫ້ບໍ່ເປີດເຜີຍຊື່ເນື່ອງຈາກວ່າເລື່ອງດັ່ງກ່າວບໍ່ໄດ້ເປີດເຜີຍຕໍ່ສາທາ ລະນະ.

VinFast, ເຊິ່ງໄດ້ຂາຍລົດຫນ້ອຍກວ່າ 1,000 ຄັນໃນອາເມຣິກາເຫນືອ ໃນປີກາຍນີ້, ກ່າວໃນຖະແຫຼງການຕໍ່ອົງການຂ່າວ Reuters ວ່າ "ຕົນກຳລັງ ດໍາເນີນການທົບທວນຄືນ ແລະປະເມີນທຸກໆດ້ານຂອງຂະບວນການກໍ່ສ້າງ ສໍາລັບໂຮງງານໃນ ລັດຄາໂຣໄລນາເໜືອ ຂອງພວກເຮົາຢ່າງລະອຽດ"

ເຂດ ຊາແທມ (Chatham) ຂອງ ລັດ ຄາໂຣໄລນາເໜືອ (North Carolina), ເຊິ່ງເປັນສະຖານທີ່ຕັ້ງສຳລັບໂຮງງານ ທີ່ໄດ້ຖືກກ່າວເຖິງໃນເດືອ ນກໍລະກົດ, ໄດ້ປະຕິເສດທີ່ຈະໃຫ້ຄໍາເຫັນ ກ່ຽວກັບ ຄວາມຫຼ້າຊ້າທີ່ອາດຈະເກີດ ຂຶ້ນດັ່ງກ່່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG