ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂ່າວ ຫວຽດນາມ ຖືກໄລ່ອອກການ ຍ້ອນຕໍາໜິ ຜູ້ນຳ ປະເທດ


ທ່ານ Nguyen Phu Trong ເລຂາທິການໃຫຍ່ພັກຄອມມີວນິສ ແລະ ປະທານສະພາແຫ່ງຊາດຫວຽດນາມ ທີ່ທ່ານ Nguyen Dac Kien, ນັກຂ່າວຊາວຫວຽດນາມ ຕໍາໜິຢູ່ໃນເວັບໄຊຂອງລາວນັ້ນ.
ທ່ານ Nguyen Phu Trong ເລຂາທິການໃຫຍ່ພັກຄອມມີວນິສ ແລະ ປະທານສະພາແຫ່ງຊາດຫວຽດນາມ ທີ່ທ່ານ Nguyen Dac Kien, ນັກຂ່າວຊາວຫວຽດນາມ ຕໍາໜິຢູ່ໃນເວັບໄຊຂອງລາວນັ້ນ.
ນັກຂ່າວຊາວຫວຽດນາມຜູ້ນຶ່ງ ທີ່ເຮັດວຽກໃຫ້ແກ່ໜັງສືພິມຂອງ
ລັດຖືກໄລ່ອອກການແລະຖືນາບຂູ່ວ່າຈະຖືກຟ້ອງຮ້ອງລຸນຫລັງ ທີ່ໄດ້ຕໍາໜິຜູ້ນໍາພັກຄອມມີວນິສ ຢູ່ໃນເວັບໄຊຂອງລາວນັ້ນ.

ທ່ານ Nguyen Dac Kien ຖືກໄລ່ອອກການໂດຍໜັງສືພິມ
Family and Society ຂອງທາງການຫວຽດນາມ ລຸນຫລັງທີ່
ໄດ້ຂຽນຄໍາເຫັນ ລົງໃນອິນເຕີແນັດ ຫລື ບລັອກ ທີ່ໄດ້ນໍາເອົາ
ບັນຫາ ກ່າວຢູ່ໃນຄໍາປາໄສຂອງເລຂາທິການໃຫຍ່ພັກຄອມ
ມີວນິສທ່ານ Nguyen Phu Trong ມາວິໄຈ.

ຢູ່ໃນຄໍາປາໄສທີ່ຖ່າຍທອດທາງໂທລະພາບທົ່ວປະເທດ ໃນວັນ
ຈັນຜ່ານມານັ້ນ ເລຂາທິການໃຫຍ່ຂອງພັກເວົ້າວ່າ ຜູ້ໃດຮຽກຮ້ອງ
ໃຫ້ມີຄວາມຫລາກຫລາຍ, ມີລະບົບການເມືອງທີ່ມີຫລາຍພັກ ແລະການແຍກອໍານາດນັ້ນ ແມ່ນສະແດງ ໃຫ້ເຫັນເຖິງການ
ເຊື່ອມໂຊມລົງ ຂອງສັງຄົມຫວຽດນາມ.

ບົດຄວາມເຫັນຂອງທ່ານ Kien ທີ່ລົງພິມຢູ່ໃນອິນເຕີແນັດທີ່ຖືກ
ນໍາໄປເຜີຍແຜ່ຢ່າງ ກວ້າງຂວາງ ແລະໄວວານັ້ນ ເວົ້າວ່າ ຜູ້ນໍາ
“ບໍ່ມີສິດ” ທີ່ຈະເວົ້າແບບນັ້ນຕໍ່ປະຊາຊົນຫວຽດນາມ ແລະເວົ້າຕື່ມວ່າ ການສໍ້ລາດບັງ ຫລວງຂອງລັດຖະບານແມ່ນບັນຫາທີ່ແທ້ຈິງໃນຫວຽດນາມ.

ໜັງສືພິມທີ່ທ່ານ Kien ເຮັດວຽກໃຫ້ນັບແຕ່ປີ 2008 ນັ້ນໄດ້ອອກຖະແຫຼງຂ່າວຢ່າງວ່ອງໄວ
ໂດຍເວົ້າວ່ານັກຂ່າວຄົນດັ່ງກ່າວ ໄດ້ “ລະເມີດ ຕໍ່ລະບຽບການທໍາງານ” ດ້ານການຂີດ ຂຽນເພື່ອພິມເຜີຍແຜ່ແລະໄດ້ຖືກໄລ່ອອກການແລ້ວ. ໜັງສື ພິມສະບັບນີ້ຍັງເຕືອນ ທ່ານ Kien ອີກວ່າ ທ່ານຈະຕ້ອງ “ຮັບຜິດຊອບຕໍ່ໜ້າກົດ ໝາຍສໍາລັບຄໍາເວົ້າ ແລະການ
ກະທໍາຂອງຜູ້ກ່ຽວ.”
XS
SM
MD
LG