ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫວຽດນາມຈໍາຄຸກ ຊາວພຸດ 22 ຄົນ ໃນຂໍ້ຫາພະຍາຍາມ ໂຄ່ນລົ້ມລັດຖະບານ


ສານຫວຽດນາມແຫ່ງນຶ່ງ ໄດ້ຕັດສິນໂທດສະມາຊິກ 22 ຄົນ
ຂອງກຸ່ມຊາວພຸດ ທີ່ກົດໝາຍຫ້າມກຸ່ມນຶ່ງ ໃຫ້ຖືກຈໍາຄຸກເປັນ
ເວລາຍາວນານ ຍ້ອນຂໍ້ຫາວ່າ ພະຍາຍາມທີ່ຈະໂຄ່ນລົ້ມ ລັດ ຖະບານຄອມມີວນິສຂອງປະເທດນັ້ນ.

ທະນາຍຄວາມ Nguyen Huong Que ເວົ້າໃນວັນຈັນມື້ນີ້
ວ່າ ຜູ້ນໍາຂອງກຸ່ມ ທ່ານ Phan Van Thu ໄດ້ຖືກຕັດສິນຈໍາ
ຄຸກຕະຫລອດຊີວິດ ໃນຂະນະທີ່ອີກ 21 ຄົນ ລວມທັງລູກຊາຍ
ຂອງທ່ານ Thu ແມ່ນຖືກຈໍາຄຸກ ນັບແຕ່ 10 ປີ ຫາ 17 ປີ.

ທ່ານ Que ເວົ້າວ່າ ກຸ່ມດັ່ງກ່າວໄດ້ດໍາເນີນການໃນນາມຂອງ
ບໍລິສັດທ່ອງທ່ຽວ ແບບອະນຸລັກທໍາມະຊາດ ແລະໄດ້ຂຽນເອກະ
ສານ ວິພາກວິຈານລັດຖະບານຫລາຍສະບັບ.

ໃນເດືອນແລ້ວນີ້ ລັດຖະບານຫວຽດນາມ ກໍໄດ້ຈໍາຄຸກນັກເຄື່ອນໄຫວ 14 ຄົນ ໃນຂໍ້ຫາ ຄ້າຍຄືກັນນີ້.
XS
SM
MD
LG