ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຫວຽດນາມ ຮຽກຮ້ອງ ໃຫ້ ສຫລ ສືບສວນ ກ່ຽວກັບ ການຕາຍຂອງປາ


ພວກປະທ້ວງຊາວຫວຽດນາມ​ ຖືປ້າຍຄຳຂວັນ ທີ່ຂຽນວ່າ ບໍລິສັດ Formosa ທຳລາຍສິ່ງແວດລ້ອມ ຊຶ່ງເປັນອາຊະຍາກຳ.
ພວກປະທ້ວງຊາວຫວຽດນາມ​ ຖືປ້າຍຄຳຂວັນ ທີ່ຂຽນວ່າ ບໍລິສັດ Formosa ທຳລາຍສິ່ງແວດລ້ອມ ຊຶ່ງເປັນອາຊະຍາກຳ.

ຊາວ​ຫວຽດນາມ ​ເກືອບ 140,000 ຄົນ​ ໄດ້​ພາກັນ​ລົງ​ນາມ ​ໃນ​ໜັງສື​ຮ້ອງ​ຮຽນ​ໃຫ້​ລັດຖະ ບານທ່ານ​ໂອ​ບາ​ມາ​ ທຳ​ການ​ສືບສວນ​ຢ່າງ​ເປັນ​ອິດສະຫຼະ ​ເບິ່ງ​ໄພພິບັດຕໍ່ສິ່ງແວດ​ລ້ອມ ທີ່ເຮັດ​ໃຫ້​ປາ​ເປັນ​ຈຳນວນ​ຫຼວງຫຼາຍຕາຍ ຢູ່​ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ ​ທາງ​ພາກ​ກາງຂອງ ຫວຽດນາມ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ແຫ່ງນີ້ ພວມ​ດີ້ນຮົນ​ຢາກ​ຮູ້ຈັກ​ວ່າ ​ແມ່ນ​ຜູ້​ໃດ​ ຫລື​ແມ່ນ​ຫຍັງ​ແທ້ ທີ່​ເຮັດ​ໃຫ້​ປາ​ ຈຳນວນ​ຫລາຍໆ​ລ້ານ​ໂຕ​ຕາຍແລະເປັນ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ໃນ​ເຂດ​ດັ່ງ ກ່າວ.

​ໃນ​ເວັບ​ໄຊ ພວກ​ເຮົາ​ປະຊາຊົນ ຫຼື We the People ທີ່​ບໍລິຫານ​ງານ​ໂດຍ​ທຳນຽບຂາວ ນັ້ນ ພວກ​ຮ້ອງ​ຮຽນ​ກຸ່ມ​ນຶ່ງ​ທີ່ອ້າງ​ຕົນ​ເອງ​ວ່ າມາ​ຈາກ​ແຂວງ​ຮາ​ຕິນ ຊຶ່ງ​ເປັນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງສຸດ ​ເຂດ​ນຶ່ງ​ນັ້ນ ​ຮຽກຮ້ອງ​ໃຫ້​ສະຫະລັດ ​ສະໜອງ​ການ​ຊັ່ງຊາ​ ຢ່າງ​ ເປັນ​ອິດສະຫຼະກ່ຽວ​ກັບ​ໂຮງງານເຫລັກຊຶ່ງ​ຕັ້ງຢູ່​ໃນ​ໃຈກາງຂອງ​ເ​ຂດທີ່​ເກີດ​ບັນຫານັ້ນ.

ມີ​ການ​ອ້າງ​ຊື່​ບໍລິສັດ Formosa Plastics ໃນ​ໜັງສື​ຮ້ອງ​ຮຽນ​ດັ່ງກ່າວ ​ເຖິງ​ແມ່ນ​ວ່າການ​ສືບສວນ ​ທີ່​ຮຽກຮ້ອງ​ໃຫ້​ມີ​ຂຶ້ນ​ໂດຍ​ທາງ​ການ​ຮາ​ໂນ່ຍ ຍັງ​ບໍ່​ທັນ​ພົບ​ເຫັນວ່າ ມີ​ການ​ເຊື່ອມ​ໂຍງ​ກັນ​ເທື່ອ ກ່ຽວ​ກັບ​ການ​ຕາຍ​ເປັນ​ຈຳນວນ​ຫລວງຫລາຍຂອງ​ປາ​ແລະ​ໂຮງງານ​ເຫລັກ​ມູນ​ຄ່າ 10 ພັນ 600 ລ້ານ​ໂດ​ລາ ທີ່​ບໍລິຫານ​ງານໂດຍ​ກຸ່ມບໍລິສັດຈາກ​ແຂວງ​ຮາ​ຕິນ.

ຜູ້ຕາງໜ້າ​ຂອງ​ບໍລິສັດ Formosa ບໍ່​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ເຫັນຂອງ​ວີ​ໂອ ​ເອກ່ຽວ​ກັບ​ການ​ວິພາກ​ວິຈານ ​ທີ່​ແນ​ໃສ່​ບໍລິສັດ​ຂອງ​ເຂົາ​ເຈົ້າກ່ອນ​ທີ່​ຈະ​ອອກ​ຂ່າວ​ນັ້ນ.

ການ​ສືບສວນ​ໃນ​ຂັ້ນຕົ້ນກ່ຽວ​ກັບ​ການ​ຕາຍ​ຢ່າງ​ລຶກລັບ​ເປັນ​ຈຳນວນ​ຫຼວງຫຼາຍຊຶ່ງ​ໄດ້​ປະ ກາດ​ໂດຍ​ອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ຫວຽດນາມ ​ໄດ້ຖິ້ມ​ໂທດ​ໃສ່ ຟອງ​ແດງ ຊຶ່ງ​ເປັນ​ປາກົດການ​ທຳ​ມະ​ຊາດ​ທີ່​ຮູ້​ກັນ​ໃນ​ນາມ ການລະບາດ​ ຂອງໄຄທະ​ເລ ​ແລະ​ສານພິດ​ເຄມີ​ຢູ່​ໃນ​ນ້ຳ​ເສຍ​ແມ່ນ​ສອງ​ສາ​ເຫດທີ່​ສຳຄັນ.

ທ່ານ Le An Hung ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຈີນທີ່​ມີ​ຊື່​ສຽງຢູ່​ທີ່​ຮາ​ໂນ່ຍ ກ່າວ​ວ່າ ທ່ານ​ໄດ້ ​ລົງນາມ​ໃນ​ໜັງສື​ຮ້ອງ​ຮຽນ​ດັ່ງກ່າວ ​ຫຼັງ​ຈາກ​ໄດ້​ສູນ​ເສຍ​ຄວາມ​ເຊື່ອໝັ້ນ ​ໃນ​ດ້ານ​ສິນ​ທຳ​ແລະຄວາມ​ເປັນກາງ ຂອງ​ພະ​ແນ​ກການ​ຕ່າງ​ໆ​ຂອງ​ຫວຽດນາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG