ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍຫວຽດນາມ ຫຼາຍຄົນເສຍຊີວິດ ຍ້ອນ ພະຍາດປາກເປື່ອຍ


ແຜນທີ່ຫວຽດນາມ
ແຜນທີ່ຫວຽດນາມ

ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກຫວຽດນາມ​ ໄດ້​ກ່າວ​ວ່າ ​ເດັກນ້ອຍຈໍານວນ 9 ​ຄົນ ​ໄດ້​ເສຍ​
ຊິວິດຍ້ອນ​ພະຍາດປາກ​ເປື່ອຍ ຕີນ​ເປື່ອຍ​ລົງ​ເລັບທີ່​ຮ້າຍ ​ແຮງ​ຊະນິດນຶ່ງ ​ໃນໄລຍະ 6
ອາທິິດທຳ​ອິດຂອງ​ປີ 2012 ນີ້.

ການເສຍ​ຊີວິດ​ດັ່ງ​ກ່າວ​ແມ່ນ​ຮວມ​ຢູ່​ໃນ​ຈໍາ​ນວນ​ ຫົກ​ພັນ ກວ່າ​ກໍລະນີ​ທີ່​ໄດ້ລາຍ​ງານມ
ໃຫ້​ຊາບກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວຣັສພະຍາດດັ່ງກ່າວ ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນ
ມັງ​ກອ​ນ ​ເປັນຕົ້ນມາ ​7ເທົ້າ​ສູງ​ກວ່າໃນ​ລະຍະ​ດຽວ​ກັນ​ຂອງ​ປີ 2011. ກະ​ຊວງ​ສາທາລະ
ນະ​ສຸກ​ກ່າວ​ວ່າ ຕົວ​ເລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການລະ​ບາດ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້ ​
ແມ່ນຈະຮ້າຍ​ແຮງ​ຫຼາຍ​ໃນ​ປີ​ນີ້.

ປະມານ100,000 ຄົນ​ໄດ້​ຮັບ​ລົ້ມປ່ວຍ​ຈາ​ກພະຍາດປາກ​ເປື່ອຍ​ ​ຕີນ​ເປື່ອຍລົງ​ເລັບ ຢູ່​
ຫວຽດນາມ ​ໃນ​ປີ 2011 ຊຶ່ງ​ 166 ຄົນ​ໄດ້​ເສຍ​ຊີວິດ ສ່ວນ​ຫລາຍ​ແມ່ນ​ເດັກນ້ອຍ
ການແຜ່ລະບາດຂອງ​ພະຍາດແມ່​ນຢູ່​ຂັ້ນຮ້າຍ ​ແຮງ​ສຸດ​ຂີດ ໃນ​ເດືອນ​ກັນຍາ.

XS
SM
MD
LG