ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກທຸລະກິດ ຫວຽດນາມ ຖືກຈັບ ຢູ່ ສິງກະໂປ ໃນຂໍ້ຫາ ເປີດເຜີຍ ຄວາມລັບ ຂອງລັດ


Fishermen are seen near thousands of fish found dead at Lake Maninjau due to lack of oxygen levels at the bottom of the lake and bad weather that hit the area in Agam, West Sumatra Province, Indonesia.
Fishermen are seen near thousands of fish found dead at Lake Maninjau due to lack of oxygen levels at the bottom of the lake and bad weather that hit the area in Agam, West Sumatra Province, Indonesia.

ນັກພັດທະນາອະສັງຫາລິມມະຊັບຂອງຫວຽດນາມຄົນນຶ່ງທີ່ຖືກກ່າວຫາວ່າ ເປີີດເຜີຍ
ຄວາມລັບຂອງລັດ ໄດ້ຖືກຈັບຢູ່ສິງກະໂປ.

ທະນາຍຄວາມຂອງທ່ານ ຟ່ານ ອານ ຫວູ ກ່າວວ່າ ລູກຄວາມຂອງລາວໄດ້ຖືກຈັບ ຢູ່
ສິງກະໂປ ຂະນະທີ່ຜູ້ກ່ຽວພະຍາຍາມຈະຂ້າມຊາຍແດນໄປຍັງມາເລເຊຍ.

ທະນາຍຄວາມທ່ານນີ້ເວົ້າວ່າ ຄອບຄົວຂອງທ່ານຫວູອາຍຸ 42 ປີ ມີຄວາມເປັນຫວ່ງ
ຍ້ອນມີຄວາມສ່ຽງທີ່ທ່ານອາດຈະຖືກສົ່ງໂຕໄປຍັງຫວຽດນາມຊຶ່ງມີຄວາມເປັນໄປໄດ້
ທີ່ທ່ານຈະປະເຊີນກັບໂທດປະຫານ ຖ້າຫາກຖືກພົບເຫັນວ່າມີຄວາມຜິດ. ທະນາຍ
ຄວາມ ຈູ ກ່າວວ່າ ລູກຄວາມຂອງລາວໄດ້ຍື່ນຄຳຮ້ອງຂໍລີ້ໄພກັບປະເທດນຶ່ງ ໃນຢູໂຣບ
ແຕ່ບໍ່ໄດ້ເປີດເຜີຍໃຫ້ຊາບວ່າ ແມ່ນປະເທດໃດແທ້.

ສ່ວນທະນາຍຄວາມຂອງທ່ານຫວູ ອີກຄົນນຶ່ງ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ້ ວ່າ
ທ່ານໄດ້ຍື່ນຄຳຮ້ອງ ເພື່ອເດີນທາງ ໄປເຢຍຣະມັນ.

ທ່ານຫວູອາຍຸ 42 ປີ ແມ່ນນຶ່ງໃນບັນດາເຈົ້າໜ້າທີ່ແລະນັກທຸລະກິດຫວຽດນາມ ທີ່ໄດ້
ຖືກກວດລ້າງ ໃນການປາບປາມ ການສໍ້ລາດບັງຫຼວງຂະໜາດໃຫຍ່ ໂດຍລັດຖະບານ
ຂອງປະເທດດັ່ງກ່າວ.

ຮວມຢູ່ໃນບັນດາພວກທີ່ຖືກຈັບກໍມີທ່ານ ຈິນ ຊວນ ທັນ ຜູ້ບໍລິຫານຂອງບໍລິສັດນ້ຳມັນ
ລັດວິສສາຫະກິດ ເປໂຕຣຫວຽດນາມ ທີ່ໄດ້ຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ ຮັກສາ
ຄວາມສະຫງົບ ທີ່ສວນສາທາລະນະ ເທຍກາເຕັນ ໃນນະຄອນເບີລິນ ນຶ່ງມື້ ກ່ອນທີ່
ທ່ານມີກຳນົດ ຈະໄປປາກົດໂຕ ເພື່ອຮັບຟັງຄຳໃຫ້ການ ກ່ຽວກັບ ການຂໍລີ້ໄພ
ການເມືອງ ຢູ່ເຢຍຣະມັນ.

ເຫດການດັ່ງກ່າວ ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ເບີລິນ ຊຶ່ງເອີ້ນການເຄື່ອນໄຫວນີ້
ວ່າ ເປັນການລ່ວງລະເມີດ ຢ່າງເປີດແປນແບບທີ່ບໍ່ເຄີຍມີມາກ່ອນ ຕໍ່ກົດໝາຍ ຂອງ
ເຢຍຣະມັນ ແລະຂອງນາໆຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG