ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນັກຂຽນບລັອກຊາວຫວຽດນາມ ໄດ້​ຖື​ກ​ປ່ອຍ​ຕົວ ຫລັງ​ຈາກ​ຖືກ​ກັກ​ຂັງ​ ມາ​ເປັນເວ​ລາ 5 ປີ


ທ່ານ ເລ ແອັງ ຫຸ້ງ, ນັກຂຽນບລັອກຊາວຫວຽດນາມທີ່ປະກອບສ່ວນຂຽນ​ຂ່າວໃຫ້ວີ​ໂອ​ເອ ຖ່າຍ​ຮູບ​ກັບ​ຜູ້​ຍິງ​ຄົນ​ນຶ່ງທີ່ບໍ່​ຮູ້​ວ່າ​ຊື່​ຫຍັງ ໃນ​ວັນ​ທີ 5 ກໍ​ລະ​ກົດ, 2023 (ພາບ​ໄດ້​ມາ​ຈາກ​ເຟັ​ສ​ບຸກ/Le Quoc Quan)
ທ່ານ ເລ ແອັງ ຫຸ້ງ, ນັກຂຽນບລັອກຊາວຫວຽດນາມທີ່ປະກອບສ່ວນຂຽນ​ຂ່າວໃຫ້ວີ​ໂອ​ເອ ຖ່າຍ​ຮູບ​ກັບ​ຜູ້​ຍິງ​ຄົນ​ນຶ່ງທີ່ບໍ່​ຮູ້​ວ່າ​ຊື່​ຫຍັງ ໃນ​ວັນ​ທີ 5 ກໍ​ລະ​ກົດ, 2023 (ພາບ​ໄດ້​ມາ​ຈາກ​ເຟັ​ສ​ບຸກ/Le Quoc Quan)

ນັກຂຽນບລັອກຊາວຫວຽດນາມທີ່ປະກອບສ່ວນຂຽນ​ຂ່າວໃຫ້ວີ​ໂອ​ເອໄດ້ຖືກປ່ອຍ ຕົວ ອອກຈາກຄຸກ ໃນວັນພຸດຜ່ານ​ມານີ້ຫຼັງຈາກຖືກຕັດສິນໂທດຈໍາຄຸກ 5 ປີ.

ທ່ານເລ ແອັງ ຫຸ້ງ (Le Anh Hung) ກ່າວ​ຕໍ່ວີ​ໂອ​ເອວ່າ ​ເຈົ້າໜ້າ​ທີ່​ໄດ້​ບັງຄັບ​ໃຫ້​ລາວ​ຮັບ​ການ​ບຳ​ບັດປິ່ນປົວ​ທາງ​ຈິດ​ໃຈ ​ໃນ​ຂະນະ​ທີ່​ລາວ​ຖືກ​ກັກ​ຂັງຢູ່ນັ້ນ.

ຜູ້​ຂຽນ​ບ​ລັອກ ອາຍຸ 50 ປີຖືກຈັບໃນວັນທີ 5 ກໍລະກົດ 2018, ແລະຖືກຂັງຢູ່ໃນ ຄຸກກ່ອນການໄຕ່​ສວນຄະດີຈົນເຖິງເດືອນສິງຫາ 2022 ເມື່ອສານຕັດສິນລົງໂທດ ລາວໃນຂໍ້ຫາ "ລ່ວງລະເມີດເສລີພາບດ້ານປະຊາທິປະໄຕ."

ທ່ານ​ເລ ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ບໍ່​ດົນ​ຫລັງ​ຈາກ​ທ່ານອອກຈາກ​ຄຸກບາ ຊາວ (Ba Sao) ແລ້ວ​ກັບ​ຄືນ​ບ້ານໃນ​ເມືອງ ຮ່າ ນາມ ໃນ​ວັນ​ພຸດຜ່ານ​ມານີ້​.

ທ່ານ​ເວົ້າ​ວ່າ ຫຼັງ​ຈາກຂ້າ​ພະ​ເຈົ້າ​ໄດ້​ຖືກ​ຈັບ​ກຸມ​, ພວກ​ເຂົາໄດ້​ບັງ​ຄັບ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ການ​ປະ​ເມີນ​ຜົນ​ທາງ​ຈິດ​ໃຈ​ສອງ​ຄັ້ງ​. ເຂົາເຈົ້າໄດ້ສົ່ງຂ້າ​ພະ​ເຈົ້າໄປການປະເມີນຜົນ​ນັ້ນ ໂດຍບໍ່ໄດ້ແຈ້ງໃຫ້ທະນາຍຄວາມ ຫຼືຄອບຄົວຂອງຂ້າ​ພະ​ເຈົ້າຊາບເລີຍ.”

ນັກ​ຂ່າວຄົນນີ້​ກ່າວອີກ​ວ່າ ລາວ​ແລະ​ຄອບຄົວ​ຂອງ​ລາວ​ຄັດຄ້ານ​ການ​ບັງຄັບ​ໃຫ້​ມີ​ການ​ກະທຳ​ທີ່​ລາວ​ເອີ້ນ​ວ່າ​ເປັນ​ການ​ກະທຳ​ທີ່​ເປັນ​ພິດຕໍ່ຄົນ​ທີ່​ຖືກ​ກັກ​ຂັງ​ໄວ້​ກ່ອນ​ການ​ໄຕ່​ສວນ​ຄະ​ດີ​.

ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າໄດ້ສົ່ງຄໍາຮ້ອງຟ້ອງເພື່ອຄັດ​ຄ້ານຕໍ່ການປິ່ນປົວແບບນີ້, ແຕ່ກໍບໍ່ໄດ້ຜົນ." “ຂ້າ​ພະ​ເຈົ້າ​ຕໍ່​ຕ້ານ​ການ​ໃຊ້​ຢາ​ເສບ​ຕິດ, ຫຼື​ການ​ສັກ​ຢາ​ປົວ​ໂຣກຈິດ​ເຂົ້າ​ໄປ​ໃນ​ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ, ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າມັນ​ເປັນ​ພິດ. ເປັນເວລານານ ກວ່າສາມປີທີ່ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດ ຢູ່ໃນສະຖານະການທີ່ຖືກ​ຢາພິດເຊັ່ນ​ນັ້ນ.”

​ທ່ານ​ເລ ແມ່ນ​ເປັນ​ຄົນ​ທີ່​ມີ​ຊື່​ສຽງຢູ່​ພາຍ​ໃນ​ປະ​ເທດ​ໃນ​ການຕຳ​ໜິ​ຕິຕຽນ​ລັດຖະບານ​ຫວຽດນາມ. ນັກ​ຂຽນ​ບ​ລັອກ​ຜູ້ນີ້ ຍັງເຄີຍຂຽນ​ຂ່າວປະກອບສ່ວນໃຫ້ວີໂອເອພະ​ແນກ​ພາ​ສາຫວຽດນາມ.

"ພວກເຮົາດີໃຈທີ່ທ່ານ​ເລ ແອັງ ຫຸ້ງ (Le Anh Hung) ໄດ້ຖືກປ່ອຍຕົວ," ນັ້ນ​ຄື​ຄຳ​ເວົ້າ​ໂຄສົກຂອງວີ​ໂອ​ເອ ກ່າວໃນອາທິດນີ້. "ພວກເຮົາຫວັງວ່າ ຈະໄດ້ຕິດຕໍ່ກັບລາວອີກ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG