ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກນັກເຄື່ອນໄຫວຫວຽດນາມເວົ້າ​ວ່າ ຮາ​ໂນ່ຍ ​ເຮັດ​ຕາມ​ແບບຂອງຈີນ ໃນ​ເລື້ອງ​ນະ​ໂຍ​ບາຍສາ​ສະ​ໜາ

(ພາບ​ໃນ​ແຟມ) ພວກ​ນັບ​ຖື​ສາ​ສະ​ໜາ​ກາ​ໂຕ​ລິກ ພາ​ກັນ​ໄປ​ໂບດ Citeaux Chau Son ໃນ​ແຂວງ​ນິງ​ບິງ​ຂອງ​ຫວຽດ​ນາມ. ຕໍ່​ມາ​ໃນ​ປີ​ກາຍນີ້ ສະ​ຫະ​ລັດ​ໄດ້​ເອົາ​ຫວຽດ​ນາມ ເຂົ້າ​ໃນ​ບັນ​ຊີ ຂອງປະເທດທີ່ຕ້ອງເຝົ້າລະວັງພິເສດ ທີ່​ໄດ້​ທຳ​ການ ຫລື ບໍ່ໄດ້​ເອົາ​ໂທດ​ຕໍ່ພວກລະ​ເມີດ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ."

ພາຍຫຼັງ​ທີ່​ຮາ​ໂນ່ຍ​ໄດ້​ເຜີຍ​ແຜ່​ສະ​ມຸດ​ປົກ​ຂາວ​ກ່ຽວ​ກັບນະ​ໂຍບາຍ​ສາສະໜາ​ຄັ້ງ​ທຳ​ອິດ​ໃນ​ຮອບ 16 ປີ ບັນດາ​ນັກ​ເຄື່ອນ​ໄຫວ​ຫວຽດນາມ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຄ້າຍຄື​ກັນ​ກັບ​ນະ​ໂຍບາຍ​ຂອງ​ຈີນ.

​ສະ​ມຸດ​ປົກ​ຂາວ “ສາສະໜາ​ຫວຽດນາມ” ​ໄດ້​ຈັດ​ລຽງ​ເອົາ​ບັນດາ​ສາສະໜາ​ທີ່​ປະຕິບັດ​ຢູ່​ພາຍ​ໃນ​ປະ​ເທດ ​ແລະຊີ້​ແຈ້ງ​ນະ​ໂຍບາຍ “ຮອບດ້ານ” ຂອງ​ພັກ​ຄອມ​ມີວນິສ​ຫວຽດ- ນາມໃນ​ການຮັບປະກັນ​ເສລີພາບ​ທາງ​ສາສະໜາ. ສະ​ມຸດປົກຂາວ ລວບລວມເອົາ ກົດລະບຽບ ແລະມາດຕະຖານທີ່​ມັກ​ຈະ​ຢູ່ໃນຮູບແບບຂອງບົດລາຍງານຂອງລັດຖະບານ ທີ່ເປັນທາງການທີ່ເອົາຊື່ຂອງມັນມາຈາກສີຂອງ​ປຶ້ມ.

ທ່ານຫງວຽນ ​ທ້ຽນ ​ທ​ຣັອງ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ດ້ານສາ​ສະ​ໜາ​ຂອງ​ລັດ​ຖະ​ບານ​ກ່າວ​ໃນ​ງານ​ເປີດ​ເຜີຍສະ​ມຸດ​ດັ່ງ​ກ່າວ ໃນວັນ​ທີ 10 ມີ​ນາຜ່ານ​ມາ ​ທີ່ລັດ​ຖະ​ບານ ແລະ ພັກ​ຖື​ວ່າ​ສິດ​ເສລີພາບ​ທາງ​ສາ​ສະ​ໜາ​ແມ່ນ​ສິດ​ພື້ນ​ຖານ, ອີງ​ຕາມ​ການ​ລາຍ​ງານຂອງຂ່າວ​ສານ​ທ້ອງ​ຖິ່ນ.

ກຸ່ມສາສະໜາທີ່​ເປັນອິດສະຫລະບອກກັບ ວີໂອເອ​ພະ​ແນກ​ພາ​ສາຫວຽດນາມວ່າ ເອກະສານດັ່ງກ່າວບໍ່ແມ່ນ​ອີ່​ຫຍັງ​ຫລາຍ ​ນອກ​ເໜືອ​ໄປ​ຈາກເປັນ “ຜ້າກັ້ງຕິດ​ຝາ” ທີ່ແຂວນໄວ້ ເພື່ອປົກປິດການລ່ວງລະເມີດເສລີພາບທາງສາສະໜາທີ່​ມີ​ມາຕະ​ຫລອດ ​ຫຼັງຈາກສະຫະລັດໄດ້ຈັດເອົາຫວຽດນາມເຂົ້າໄປຢູ່ໃນບັນຊີຂອງ​ປະ​ເທດ​ທີ່​ຕ້ອງ​ເຝົ້າລະວັງພິເສດ ຫລື SWL ໃນເດືອນທັນວາຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG