ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັນຍາຊົນ ຫວຽດນາມ ຮຽກຮ້ອງ ໃຫ້ມີ ການປະຕິຮູບ


ຍິງສາວຫວຽດນາມ ສາມຄົນ ພາກັນໃຊ້ laptop ຄອມພິວເຕີ ແລະ iphone ຢູ່ຮ້ານກາເຟແຫ່ງນຶ່ງ ໃນນະຄອນຮາໂນ່ຍ.
ຍິງສາວຫວຽດນາມ ສາມຄົນ ພາກັນໃຊ້ laptop ຄອມພິວເຕີ ແລະ iphone ຢູ່ຮ້ານກາເຟແຫ່ງນຶ່ງ ໃນນະຄອນຮາໂນ່ຍ.
ພວກ​ປັນຍາ​ຊົນຊາວ​ຫວຽດນາມ ຫລາຍກວ່າ 130 ຄົນພາກັນ
ລົງ​ນາມ​ໃນ​ໜັງສື​ຮ້ອງ​ຮຽນ​ສະບັບ​ນຶ່ງ​ຮຽກຮ້ອງ​ໃຫ້ລັດຖະບານ
ຮາ​ໂນ່ຍ ອະນຸຍາດໃຫ້​ມີ​ ການ​ປະຕິ​ຮູບທາງ​ດ້ານ​ການ​ເມືອງທີ່​
ສຳຄັນ.

ຄໍາ​ຮ້ອງຮຽນ ທີ່ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ເອົາ​
ບາດກ້າວ​ທີ​ບໍ່​ຄ່ອຍ​ເຫັນກັນຄື​ແນ​ະນຳຢ່າງ​ເປີດ​ເຜີຍ​ໃຫ້​ມີ​ການ​
ດັດແປງ​ແກ້​ໄຂ​ລັດຖະ ທໍາ​ມະນູນ ຍຸຕິ​ການ​ຜູກຂາດ​ອຳນາດ
​ຂອງ​ພັກ​ຄອມ​ມິ​ວນິສ ອະນຸຍາດ ໃຫ້ສ້າງ​ຕັ້ງກຸ່ມ​ສັງຄົມພົນ​ລະ
ເຮື​ອນແລະໃຫ້​ສິດເສລີພາບ​ໃນ​ການປາກ​ເວົ້າຫລາຍ​ຂຶ້ນ​ແກ່​
ປະຊາຊົນ.

ຄຳ​ຮ້ອງ​ຮຽນ​ກ່ຽວ​ກັບ​ສິດທິ​ທາງ​ດ້ານການ​ເມືອງ ​ແລະ​ສິດ​ທິພົນ
ລ​ະເມືອງ ທີ່ຂຽນ​ໂດຍ​ບັນດາ​ນາຍຄູດັ່ງກ່າວ​ນີ້ ​ໄດ້ຖືກ​ສົ່ງ​ໄປ​ຫາ
​ຜູ້​ນໍາຫວຽດນາມ ​ບັນດາອົງການຂ່າວ ​ແລະພິມ​ເຜີ​ຍແຜ່​ທາງຕາ
ໜ່າງສື່​ສັງຄົມ ​ເຊັ່ນວ່າ Facebook ​ເປັນຕົ້ນ.

ນັກ​ຂ່າວ ​ແລະ​ນັກຂຽນ​ບົດ​ຄວາມທາງ​ການ​ເມືອງ ທ່ານ Pham Chi Dung ​ທີ່ຢູ່ນະຄອນ
ໂຮ່​ຈີ​ມິນ ແລະ​ກໍ​ເປັນ​ຜູ້​ນຶ່ງ​ທີ່ລິ​ເລີ້ມ​ໃນ​ການ​ເຊັນໜັງ ສື​ຮ້ອງ​ຮຽນ​ສະບັບ​ນີ້ ກ່າວ​ຕໍ່ວີ​ໂອ​ເອ
ພະ​ແນ​ກພາສາ​ຫວຽດນາມວ່າ ​ກຸ່ມ ສັງຄົມພົນລະ​ເຮື​ອນ ​ເປັນ​ສິ່ງ​ສໍາຄັນ​ທີ່​ສຸດ​ຕໍ່​ອະນາ​ຄົດ​ຂອງຫວຽດນາມ.

ທ່ານ Dung ​ແລະບຸກຄົນ​ອື່ນໆ​ຢູ່​ໃນຫວຽດນາມ ອາດ​ສ່ຽງ​ຕໍ່​ການ​ຖືກ​ຈັບ​ໂດຍເຈົ້າ​ໜ້າ​ທີ່ ​
|ໃນ​ການ​ເຊັນ​ໜັງສື​ຮ້ອງ​ຮຽນ​ສະບັບ​ນີ້. ທ່ານ Dung ​ໄດ້​ຖືກ​ຈັບ​ຫວ່າງ​ມໍ່ໆ​ມາ​ນີ້ທີ່​ໄດ້​ຂຽ​ນ
ກ່ຽວ​ກັບ​ບັນຫາທີ່ແຕະ​ຕ້ອງທາງດ້ານ ​ການ​ເມືອງ​.

​ສ່ວນ​ໃຫຍ່ ຂອງ​ພວກ​ທີ່​ໄດ້ເຊັນ​ໜັງສື​ສະບັບ​ນີ້ ​ແມ່ນ​ພາກັນ​ຢູ່​ໃນຫວຽດ ນາມ. ​ຜ່ານ​ມາ
ການ​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບຢ່າງ​ໃຫຍ່​ ທາງ​ດ້ານ​ການເມືອງ​ຢູ່​ໃນ​ຫວຽດນາມແມ່ນ
ມາ​ຈາກ​ສ່ວນ​ບຸກຄົນ​ຢູ່ພາຍ​ໃນປະ​ເທດ ຫລື​ກຸ່ມທີ່ຢູ່ນອກ​ປະ​ເທດ ​ທີ່​ລັດຖະບານ​ຮາ​ໂນ່​ຍ
ບໍ່​ສາມາດ​ຈັບ​ກຸມ​ພວກ ​ເຂົາ​ເຈົ້າ​ໄດ້​ນັ້ນ.

ລັດຖະບານ​ຫວຽດນາມ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາມ​ເຫັນໃດໆ​ກ່ຽວກັບ​ການ​ໜັງສື​ຮ້ອງ​ຮຽນ
ສະບັບດັ່ງກ່າວ.
XS
SM
MD
LG