ໃນຂະນະທີ່ຢ້ຽມຍາມຫວຽດນາມນັ້ນ ນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ
Angela Merkel ໄດ້ກ່າວໃຫ້ການຄໍ້າປະກັນອີກຄັ້ງນຶ່ງວ່າ ທາງຢູໂຣບນັ້ນ ໄດ້ມີ
ຄວາມໝາຍໝັ້ນທາງດ້ານການເມືອງທີ່ຈະແກ້ໄຂວິກິດການ ໜີ້ສິນຂອງຕົນ.
ນາຍົກລັດຖະມົນຕີຫວຽດນາມ ທ່ານຫງຽວນ ຕັນ ຢຸງ ໄດ້ກ່າວວ່າ ຜູ້ນໍາ ເຢຍລະມັນ
ໄດ້ຍອມຮັບໃນລະຫວ່າງການສົນທະນາຫາລືກັນໃນວັນອັງຄານ ມື້ນີ້ທີ່ຮາໂນ່ຍວ່າ
ບັນຫາເສດຖະກິດຂອງຢູໂຣບນັ້ນແມ່ນຫຍຸ້ງຍາກຫຼາຍ.
ທ່ານຢຸງເວົ້າວ່າ ຂ້າພະເຈົ້າເອງແລະນາຍົກລັດຖະມົນຕີເຢຍລະມັນ ທ່ານນາງ
Merkel ໄດ້ສົນທະນາກັນກ່ຽວກັບເລື່ອງໜີ້ສິນຂອງຢູໂຣບແລະອານາຄົດຂອງ
ເງິນຢູໂຣນັ້ນ. ທ່ານນາງຍັງໄດ້ບອກກັບຂ້າພະເຈົ້າວ່າ "ນີ້ແມ່ນບັນຫາຫຍຸ້ງຍາກ
ຫຼາຍ ແລະທ່ານນາງຍັງເຊື່ອໝັ້ນວ່າເງິນຢູໂຣ ຍັງຈະເຂັ້ມແຂງແລະວ່າ ບັນດາປະເທດທີ່ໃຊ້ເງິນຢູໂຣຍັງຈະຈະເລີນຮຸ່ງເຮືອງ."
ແຕ່ທ່ານກ່າວວ່າ ທ່ານນາງ Markel ໄດ້ສະແດງອອກເຖິງຄວາມໝັ້ນໃຈວ່າ ເງິນຢູໂຣ
ຍັງຈະເຂັ້ມແຂງແລະບັນດາປະເທດທີ່ໃຊ້ເງິນຢູໂຣຈະຈະເລີນຮຸ່ງເຮືອງ.
ການຢ້ຽມຢາມໄດ້ມີຂຶ້ນ 1 ມື້ ຫຼັງຈາກທ່ານນາງ Merkel ແລະປະທານາທິບໍດີຝຣັ່ງ
ທ່ານ Nicolas Sarkozy ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະຕຽມພ້ອມໃນການແກ້ໄຂບັນ
ຫາເລື່ອງໜີ້ສິນຂອງຂົງເຂດຢູໂຣບໃນທ້າຍເດືອນນີ້.