ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມທັບມ້າງ ການປະທ້ວງຕໍ່ຕ້ານຈີນ


ພວກຕໍາຫລວດຫວຽດນາມກໍາລັງຕ້ອນເອົາພວກປະທ້ວງຂຶ້ນລົດບັສ
ພວກຕໍາຫລວດຫວຽດນາມກໍາລັງຕ້ອນເອົາພວກປະທ້ວງຂຶ້ນລົດບັສ

ທີ່ຫວຽດນາມ ກໍາລັງຮັກສາຄວາມປອດໄພ​ໄດ້ໃຊ້ກໍາລັງທັບມ້າງການໂຮມຊຸມນຸມປະ​ທ້ວງຕໍ່ ຕ້ານຈີນບັ້ນນຶ່ງໃນນະຄອນຫລວງຮາໂນ່ຍ ​ໃນ​ວັນ​ອາທິດ​ມື້​ນີ້ ໂດຍໄດ້ກັກ​ໂຕພວກປະທ້ວງ
ແລະພວກນັກຂ່າວທີ່​ໄປເອົາຂ່າວກ່ຽວ​ກັບການໂຮມ​ຊຸມນຸມນັ້ນ.

ທັນທີທີ່ພວກປະທ້ວງໄປເຕົ້າໂຮມກັນຢູ່ພາຍໃນລັດ​ສະ​ມີ​ທີ່​ແລ​ເຫັນບໍລິເວນສະຖານທູດຈີນ​
ໄດ້ ໃນເມືອງຫລວງຫວຽດນາມນັ້ນ ພວກຕໍາຫລວດກໍໄດ້ຕ້ອນພວກເຂົາເຈົ້າຂຶ້ນລົດບັສ
ພ້ອມທັງພວກນັກຂ່າວແລະມືກ້ອງທີ່ຖ່າຍເອົາເຫດການຊຸມນຸມນັ້ນ.

ເຈົ້າໜ້າທີ່ຫວຽດນາມໄດ້ອະນຸຍາດໃຫ້ມີການໂຮມຊຸມນຸມກັນ ​ເປັນ​ເວລາຫ້າວັນອາທິດລຽນຕິດ ມາ​ແລ້ວ.

ການເຄຶ່ອນໄຫວເພື່ອກວາດລ້າງພວກປະທ້ວງ ແມ່ນມີຂຶ້ນສອງອາທິດຫລັງຈາກພວກເຈົ້າໜ້າ
ທີ່ຈາກຫວຽດນາມແລະຈີນ ໄດ້ພົບປະກັນທີ່ປັກກິ່ງ ແລະກ່າວວ່າພວກເຂົາເຈົ້າໄດ້ຕົກລົງກັນ
ທີ່ຈະແກ້ໄຂບັນຫາຂໍ້ຂັດແຍ້ງກັນກ່ຽວກັບເຂດທະເລຈີນໃຕ້ນັ້ນຢ່າງສັນຕິ.

ຫວຽດນາມກ່າວວ່າ ເຮືອຈີນໄດ້ກີດຂວາງການສໍາຫລວດຫານໍ້າມັນ ຢູ່ພາຍໃນເຂດເສດຖະ
ກິດຂອງຕົນ ທີ່ຢູ່ນອກຝັ່ງອອກໄປ 300 ກິໂລແມດນັ້ນ.

ຝ່າຍປັກກິ່ງກ່າວຫາຫວຽດນາມວ່າ ເປັນໄພອັນຕະລາຍແກ່ພວກຊາວປະມົງຈີນຢູ່ໃນຂົງເຂດ
ທີ່ມີການຖົກຖຽງກັນ​ໃກ້ໝູ່ເກາະ Spratly ນັ້ນ ທີ່ທັງສອງປະເທດອ້າງເອົາເປັນກໍາມະສິດທັງ
ໝົດຫລືບາງສ່ວນ ພ້ອມທັງຫລາຍປະເທດອື່ນໆໃນຂົງເຂດເອເຊຍນັ້ນນໍາ.

XS
SM
MD
LG