ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນໍາໂລກ ຕິຕຽນ ຫວຽດນາມ ທີ່ຕັດສິນໂທດຈໍາຄຸກ ພວກຂຽນຄວາມເຫັນ ລົງທາງອິນເຕີແນັທ


ຕໍາຫຼວດແລະພະນັກງານຮັກສາຄວາມປອດໄພ ຢືນຢູ່ຂ້າງນອກ ສານປະຊາຊົນ ໃນນະຄອນໂຮຈິມິນ ບ່ອນດໍາເນີນຄະດີພວກ bloggers ທັງ 3 ຄົນ ເມື່ອວັນຈັນທີ 24 ກັນຍາ 2012.
ຕໍາຫຼວດແລະພະນັກງານຮັກສາຄວາມປອດໄພ ຢືນຢູ່ຂ້າງນອກ ສານປະຊາຊົນ ໃນນະຄອນໂຮຈິມິນ ບ່ອນດໍາເນີນຄະດີພວກ bloggers ທັງ 3 ຄົນ ເມື່ອວັນຈັນທີ 24 ກັນຍາ 2012.
ຫຼາຍໆອົງການສິດທິມະນຸດແລະບັນດາຜູ້ນໍາໂລກ ໄດ້ກ່າວຕໍານິ
ຕິຕຽນຫວຽດນາມ ທີ່ໄດ້ຕັດສິນໂທດຈໍາຄຸກ ພວກຂຽນຂ່າວຫລື
ຄວາມເຫັນລົງທາງອິນເຕີແນັທ 3 ຄົນ ທີ່ໄດ້ຂຽນວິພາກວິຈານ
ກ່ຽວກັບການລະເມີດສິດທິມະນຸດ ແລະການສໍ້ລາດບັງຫຼວງ ໃນ
ປະເທດຂອງພວກເຂົາເຈົ້ານັ້ນ.

ຫຼັງຈາກການດໍາເນີນຄະດີເປັນເວລາສັ້ນໆ ຢູ່ນະຄອນ Ho Chi
Minh ໃນວັນຈັນວານນີ້ ພວກຈໍາເລີຍໄດ້ຖືກຕັດສິນໂທດຈໍາຄຸກ
ຕັ້ງແຕ່ 4 ປີ ຫາ 12 ປີ ໃນຖານ ເຜີຍແຜ່ “ຄໍາໂຄສະນາຊວນເຊື່ອ
ຕໍ່ຕ້ານລັດ.”

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria
Nuland ກ່າວວ່າ ວໍຊິງຕັນວ່າ ມີຄວາມເປັນຫ່ວງຢ່າງເລິກເຊິ່ງ
ກ່ຽວກັບການຕັດສິນໂທດພວກ bloggers ເຫລົ່ານັ້ນ ທີ່ທ່ານນາງກ່າວວ່າ ເບິ່ງຄືວ່າບໍ່ໄດ້
ເຮັດຫຍັງຫລາຍໄປກວ່າ ຊົມໃຊ້ສິດທິ ຂອງພວກເຂົາເຈົ້າ ໃນການສະແດງຄວາມຄິດ
ຄວາມເຫັນຢ່າງເສລີ.

ຫົວໜ້າຝ່າຍສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navi Pilay ກໍກ່າວ
ໃນວັນອັງຄານມື້ນີ້ວ່າ ການຕັດສິນຈໍາຄຸກພວກ bloggers ທີ່ມີຊາຍ 2 ຍິງນຶ່ງ ນັ້ນ ແມ່ນ
ເປັນໂຕຢ່າງຂອງການກໍາຈັດຮັດແຄບຢ່າງທີ່ສຸດຕໍ່ເສລີພາບໃນການສະແດງ ຄວາມຄິດ
ເຫັນ ຢູ່ໃນຫວຽດນາມ.
XS
SM
MD
LG