ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຫວຽດນາມປະເຊີນ ກັບບັນຫາ ຈາກການຂະຫຍາຍໂຕ ຂອງຫົວເມືອງໃຫຍ່ໆ


ກໍາມະກອນຄົນນຶ່ງກໍາລັງເຮັດວຽກ ຢູ່ບ່ອນກໍ່ສ້າງແຫ່ງນຶ່ງ ຢູ່ນະຄອນຫລວງຮາໂນ່ຍ. ການກໍ່ສ້າງບ້ານເຮືອນ ກໍາລັງຈະເລີນຂຶ້ນຢ່າງໄວ ໃນຫວຽດນາມ. REUTERS/Kham
ກໍາມະກອນຄົນນຶ່ງກໍາລັງເຮັດວຽກ ຢູ່ບ່ອນກໍ່ສ້າງແຫ່ງນຶ່ງ ຢູ່ນະຄອນຫລວງຮາໂນ່ຍ. ການກໍ່ສ້າງບ້ານເຮືອນ ກໍາລັງຈະເລີນຂຶ້ນຢ່າງໄວ ໃນຫວຽດນາມ. REUTERS/Kham

ລາຍ​ງານ​ສະບັບ​ໃໝ່​ຂອງ​ທະນາຄານ​ໂລກ​ກ່າວ​ວ່າ ການ​ຂະຫຍາຍ​ໂຕ​ອອກ​ຢ່າງ​ໄວ ຂອງ
ບັນດາ​ຫົວ​ເມືອງໃຫຍ່ໆຂອງ​ຫວຽດນາມ ​ກໍາລັງເຮັດ​ໃຫ້ເປັນການ​ຍາກ​ຫລາຍ​ຂຶ້ນສໍາລັບ
ຊາວ​ເມືອງ​ສ່ວນ​ຫຼາຍທີ່​ຈະ​ໄດ້​ເປັນເຈົ້າ​ຂອງ​ບ້ານ​ເຮືອນ​ຂອງເຂົາ​ເຈົ້າ ແລະເພີ່ມ​ທະວີໄພ
ຄຸກ​ຄາມ​ຂອງການຂົນ​ສົ່ງທີ່ຄັບ​ຄັ່ງ.

ລາຍ​ງານ​ທີ່​ມີ​ຊື່ວ່າ “ການ​ທົບ​ທວນ​ເບິ່ງການ​ຂະຫຍາຍ​ໂຕ​ຂອງ​ຫົ​ວເມືອງ​ໃນຫວຽດນາມ ຫຼື
Vietnam Urbanization Review ​ໃຫ້​ຂໍ້​ສັງ​ເກດວ່າ ບໍ່​ມີ​ປະ​ເທດ​ໃດ​ທີ່​ຈະບັນລຸ​ສະຖາ
ນະພາບທີ່​ມີ​ລາຍ​ໄດ້​ສູງ ​ໂດຍ​ປາດ​ສະ​ຈາກການ​ກາຍ​ເປັນ​ເມືອງ​ໃຫຍ່ໆ​ເສຍ​ກ່ອນ. ລາຍ
ງານ​ສະບັບ​ນີ້ກ່າວວ່າ ທີ່​ຫວຽດນາມນັ້ນ ການ​ເຕີບ​ໂຕ​ຂອງ​ຈໍານວນ​ປະຊາກອນ​ໃນ​ເຂດຕົວ
ເມືອງ​ແມ່ນ​ປະມານ 3.4 ​ເປີ​ເຊັນ ຊຶ່ງ​ເຕີບ​ໂຕ​ຂຶ້ນໄວ​ທີ່​ສຸດ​ແມ່ນ​ໃນ​ນະຄອນ​ຫລວງຮາ​ໂນ່ຍ
ແລະ​ນະຄອນ​ໂຫ້​ຈິ​ມິນ.

ແຕ່​ລາຍ​ງານກ່າວ​ວ່າ ມີ​ພຽງ​ປະມານ 5 ​ເປີ​ເຊັນ​ເທົ່າ​ນັ້ນຂອງພວກ​ຊາວ​ເມືອງ​ໃນ​ສອງ​ຫົວ​
ເມືອງ​ນີ້ ທີ່​ສາມາດ​ຊື້​ບ້ານ​ເຮືອນ ຊຶ່ງ​ເວລາ​ນີ້ ກໍາລັງ​ກໍ່ສ້າງ​ໂດຍ​ພວກ​ບໍລິສັດ​ກໍ່ສ້າງ​ບ້ານ​
ເຮືອນ​ໃຫຍໆ​ນັ້ນ.

ທະນາຄານ​ໂລກ​ກ່າວ​ວ່າ ພວກ​ລັດຖະບານ​ທ້ອງ​ຖິ່ນ​ຄວນ​ຈະ​ເພ່ງ​ເລັງ​ໃສ່​ການ​ກໍ່ສ້າງ​ບ້ານ
ເຮືອນທີ່​ພວກ​ຊາວ​ເມືອງ​ສາມາດ​ຊື້​ໄດ້.

ນອກ​ນັ້ນ ລາຍ​ງານຍັງ​ກ່າວ​ເຕືອນ​ເຊ່ນ​ກັນ​ວ່າ​ ລະ​ບົບຖະໜົນຫົນທາງ​ໃນ​ສອງ​ຫົວ​ເມືອງ​ນີ້
ຍັງບໍ່ພ້ອມ​ທີ່​ຈະ​ໃຫ້​ຄວາມ​ສະດວກແກ່​ຍວດ​ຍານ ພາຫະນະ​ທີ່​ກໍາລັງ​ເພີ່ມ​ຂຶ້ນ​ນັບ​ມື້ ຂະນະ
ທີ່​ຊາວຫວຽດນາມ​ຫຼາຍ​ຄົນ​ເລີ້ມ​ປ່ຽນຈາກ​ການ​ຂີ່​ລົດຈັກ​ ໄປ​ຂີ່​ລົດ​ໃຫຍ່ນັ້ນ. ທະນາຄານ
ໂລກ​ສະ​ເໜີ​ແນະ​ໃຫ້​ລັດຖະບານ​ທ້ອງ​ຖິ່ນເອົາ​ບາດກ້າວ​ໄປ​ກ່ອນ​ການ​ປ່ຽນ​ແປງຂອງ​ຫົວ
ເມືອງ​ໃຫຍ່ໆ​ນັ້ນ ​ໂດຍ​ການ​ກໍ່ສ້າງ​ລະບົບ​ຂົນ​ສົ່ງ​ມວນ​ຊົນ​ທີ່ດີ​ຂຶ້ນ ​ແລະຮວມ​ເອົາຄວາມ
ຕ້ອງການ​ໃນດ້ານ​ການ​ຂົນ​ສົ່ງ ເຂົ້າໃສ່​ກັບການວາງ​ແຜນເລື່ອງ​ການໃຊ້​ທີ່​ດິນ.

XS
SM
MD
LG