ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຈັບກຸມ ການລັກລອບຄ້າສັດປ່າເພີ້ມຂຶ້ນ ໃນຫວຽດນາມ ຫຼັງຈາກວ່າ ໂຄວິດ ຕິດຕໍ່ມາຈາກສັດ


ຖໜົນດິນແດງ ທີ່ແຜ່ນຜ່ານປ່າ ໃນຫວຽນາມ.
ຖໜົນດິນແດງ ທີ່ແຜ່ນຜ່ານປ່າ ໃນຫວຽນາມ.

ຫຼັງຈາກບັນດານັກວິທະຍາສາດໄດ້ພິຈາລະນາວ່າ ໄວຣັສໂຄໂຣນາທີ່ເປັນ ໂຕການແຜ່ຂະຫຍາຍມາຈາກສັດໄປຫາຄົນນັ້ນ ໄດ້ມີຄຳຖະແຫຼງທີ່ໂກດແຄ້ນ ຫລັ່ງໄຫຼຈາກບັນດາປະເທດຕ່າງໆອ້ອມແອ້ມເອເຊຍ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະ ຫ້າມການລັກລອບຄ້າສັດ. ບັດນີ້ມີຂໍ້ມູນທີ່ສະເໜີວ່າ ພວກເຈົ້າໜ້າທີ່ ຢ່າງໜ້ອຍ ຢູ່ໃນຫວຽດນາມ ກຳລັງຕິດຕາມບັງຄັບກັບການຫ້າມ.

ຮວມຢູ່ໃນບັນດາກໍລະນີຄ້າສັດປ່າທີ່ໄດ້ຍຶດຢູ່ໃນຫວຽດນາມ ເປີເຊັນທີ່ນຳໄປສູ່ ການຈັບກຸມຂື້ນເຖິງ 97 ເປີເຊັນ ໃນເຄິ່ງຂອງປີນີ້ ອີງຕາມການສຶກສາ ກ່ຽວກັບທຳມະຊາດໃນຫວຽດນາມ ທີ່ເປັນອົງການສິ່ງແວັດລ້ອມ. ຈາກປີ 2015 ຫາປີ 2019 ຈຳນວນຍັງຄົງເດີມຢູ່ປະມານ 87 ເປີເຊັນ.

ບັນດານັກວິທະຍາສາດກ່າວວ່າ ການແຜ່ລະບາດອາດໄດ້ເລີ້ມຫຼັງຈາກມະນຸດໄດ້ ຕິດຕໍ່ກັບເຈຍ ຫຼືໂຕຫລິ່ນ ຢູ່ໃນປະເທດຈີນ. ຫວຽດນາມ ແລະບັນດາປະເທດ ເອເຊຍໃຕ້ອື່ນໆພາກັນຂາຍຜະລິດຕະພັນສັດເຖື່ອນ ທີ່ໄປຈົບລົງຢູ່ໃນປະເທດ ຈີນ. ໃນຫວ່າງບໍ່ເທົ່າໃດປີທີ່ຜ່ານມານີ້ ຕຳຫຼວ
ໄດ້ຍຶດໂຕຫລິ່ນ ທີ່ເປັນໂຕສັດມີ ເກັດຄືກັບໂຕ armadillos ພ້ອມດ້ວຍບັນດາເຕົ່າທີ່ສູນພັນ ລີງ ແລະທະນີ ຢູ່ໃນຫວຽດນາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG