ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດທໍານາຍວ່າ ນາຍົກຫວຽດນາມ ຈະຖືກເລືອກ ໃຫ້ເຂົ້າຮັບຕໍາແໜ່ງອີກ


ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung ໄປ ຮ່ວມພິທີເປີດກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກຄອມມູນິສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ່ຍ (12 ມັງກອນ 2011)
ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung ໄປ ຮ່ວມພິທີເປີດກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກຄອມມູນິສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ່ຍ (12 ມັງກອນ 2011)

ໂທລະເລກທາງການທູດສະບັບນຶ່ງທີ່ມີການຮົ່ວໄຫຼຂອງສະຫະລັດທີ່ພິມເຜີຍແຜ່ໂດຍໜັງ
ສືພິມອັງກິດ ທຳນາຍວ່າ ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung
ຈະໄດ້ຖືກເລືອກ ໂດຍກອງປະຊຸມໃຫຍ່ຂອງພັກຄອມມູນິສ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ
ເປັນສະໄໝທີສອງ ທັງໆທີ່ໄດ້ມີການຕຳໜິຕິຕຽນຕໍ່ການປະຕິບັດງານຂອງລັດຖະບານ
ທ່ານ.

ໃນໂທລະເລກທີ່ Wikileaks ໄດ້ຮັບມາແລະພິມເຜີຍແຜ່ ໂດຍໜັງສືພິມ Guardian ນັ້ນ
ເຈົ້າໜ້າທີ່ສະຫະລັດ ທີ່ບໍ່ໄດ້ລະບຸຊື່ກ່າວວ່າ ມີການເບິ່ງກັນວ່າ ທ່ານ Dung ແມ່ນຢູ່ໃນທ່າ
ທີທີ່ໝັ້ນຄົງທີ່ຈະໄດ້ເປັນນາຍົກລັດຖະມົນຕີຕໍ່ໄປອີກ. ເປັນທີ່ປາກົດວ່າ ໂທລະເລກດັ່ງກ່າວ
ໄດ້ມີສົ່ງ ໃນປີ 2009 ດົນມາແລ້ວ ກ່ອນການເປີດກອງປະຊຸມໃຫຍ່ ຂອງພັກຄອມມູນິສ
ຫວຽດນາມ ໃນສັບປະດານີ້ ເພື່ອເລືອກຄະນະນຳພາຊຸດໃໝ່ຂອງປະເທດ ຮວມທັງຜູ້ນຳ
ຂອງລັດຖະບານນຳດ້ວຍ.

ໂທລະເລກເວົ້າຕື່ມວ່າທ່ານ Dung ແລະທ່ານ Truong Tan Sang ສະມາຊິກຖາວອນ
ປະຈຳກອງເລຂາທິການ ຄະນະກຳມະການກົມການເມືອງສູນກາງພັກເປັນຜູ້ມີອິດທິພົນບໍ່
ມີຜູ້ໃດທຽບທໍ່ຢູ່ໃນພັກຄອມມູນິສ ຊຶ່ງເຮັດໃຫ້ບຸກຄົນທັງສອງ ເປັນຜູ້ທີ່ມີອິດທິພົນຫຼາຍທີ່
ສຸດຢູ່ໃນຫວຽດນາມ ທີ່ມີພັກການເມືອງພຽງພັກດຽວ ໃນທຸກມື້ນີ້. ນອກນັ້ນໂທລະເລກ
ຍັງເວົ້າວ່າ ແຕ່ບຸກຄົນທັງສອງ ຕ່າງກໍບໍ່ມີຜູ້ໃດສາມາດພິສູດໄດ້ວ່າ ເປັນນັກປະຕິຮູບທາງ
ດ້ານການເມືອງ ຄືກັນກັບມື້ລາງນາຍົກລັດຖະມົນຕີຫວໍວັນກຽດ.

XS
SM
MD
LG