ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ຮັບການຕ້ອນຮັບ ໃນ ຫວຽດນາມ ດ້ວຍການຍິງປືນ 21 ລູກ ໃນລະຫວ່າງພິທີການທາງທະຫານໃນ ວັນພະຫັດມື້ນີ້, ໃນຂະນະທີ່ນຶ່ງໃນບັນດາຜູ້ນຳສູງສຸດຂອງປະເທດທີ່ປົກຄອງ ໂດຍພັກຄອມມິວນິສແຫ່ງນີ້ ໄດ້ຍົກຍ້ອງການຮ່ວມມືແບບຍຸດທະສາດຮອບ ດ້ານກັບ ມົສກູ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສົ່ງເສີມການພົວພັນ, ອີງຕາມ ອົງການຂ່າວ Reuters.
ປະທານປະເທດຂອງຫວຽດນາມ ທ່ານ ໂຕ ລາມ (To Lam) ໄດ້ສະແດງ ຄວາມຍິນດີ ກັບທ່ານ ປູຕິນ ທີ່ໄດ້ຮັບເລືອກເປັນປະທານາທິບໍດີຄືນໃໝ່ ແລະ ຍ້ອງຍໍຄວາມສຳເລັດຂອງ ຣັດເຊຍ, ເຊິ່ງລວມເຖິງ “ສະຖຽນລະພາບທາງດ້ານການເມືອງພາຍໃນປະເທດ”, ຂະນະທີ່ທັງສອງທ່ານໄດ້ພົບປະກັນຢູ່ ຮ່າໂນຍ.
"ຂໍສະແດງຄວາມຍິນດີອີກເທື່ອນຶ່ງ ກັບສະຫາຍຂອງພວກເຮົາ ທີ່ໄດ້ຮັບການສະ ໜັບສະໜູນຢ່າງຫຼວງຫຼາຍໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ເມື່ອບໍ່ດົນ ມານີ້, ເຊິ່ງຊີ້ໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງປະຊາຊົນຊາວ ຣັດເຊຍ," ທ່ານ ລາມ (Lam) ກ່າວ, ໂດຍທ່ານ ປູຕິນ ໄດ້ຕອບຄືນດ້ວຍການກ່າວວ່າ ການເພີ່ມທະວີການຮ່ວມມືແບບຍຸດທະສາດຮອບດ້ານກັບ ຫວຽດນາມ ແມ່ນນຶ່ງໃນບັນດາບູລິມະສິດສູງສຸດຂອງ ຣັດເຊຍ.
ຜູ້ນຳຣັດເຊຍ ກ່າວວ່າ ທ່ານເຄົາລົບການເຈລະຈາກັບກຸ່ມປະເທດໃນພາກພື້ນນີ້ ກໍຄືສະມາຄົມບັນດາປະເທດເອເຊຍຕາເວັນອອກສ່ຽງໃຕ້, ເຊິ່ງທ່ານກ່າວວ່າ ຫວຽດນາມ ມີບົດບາດຢ່າງຫ້າວຫັນ.
ທ່ານປູຕິນ ເຊິ່ງມາຮອດໃນຕອນເຊົ້າວັນພະຫັດມື້ນີ້ ກຳລັງຢູ່ໃນຈຸດຢຸດແວ່ ຈຸດສຸດທ້າຍຂອງການຢ້ຽມຢາມສອງປະເທດຂອງທ່ານໃນເອເຊຍ ຫຼັງຈາກໄດ້ສິ້ນສຸດຂໍ້ຕົກລົງການປ້ອງກັນປະເທດກັບເກົາຫຼີເໜືອ.
ການເປັນເຈົ້າພາບຕ້ອນຮັບທ່ານ ປູຕິນ ຂອງຫວຽດນາມ ໄດ້ພາໃຫ້ເກີດສຽງວິພາກວິຈານຈາກຄູ່ຮ່ວມມືສຳຄັນ ກໍຄືສະຫະລັດ, ເຊິ່ງໄດ້ຍົກລະດັບການພົວພັນທາງການທູດກັບຮ່າໂນຍ ໃນປີກາຍນີ້ ແລະ ເປັນຕະຫຼາດສົ່ງອອກອັນດັບຕົ້ນໆຂອງຫວຽດນາມ.
ຖະແຫຼງການຂອງສະຖານທູດສະຫະລັດ ໃນຕົ້ນອາທິດນີ້ລະບຸວ່າ ບໍ່ມີປະເທດໃດຄວນເປີດໂອກາດໃຫ້ທ່ານ ປູຕິນ ມີພື້ນທີ່ໃນການຊຸກຍູ້ສົງຄາມຂອງຣັດເຊຍ ຢູ່ໃນຢູເຄຣນ.
ຣັດເຊຍໄດ້ຮັບຜົນກະທົບຈາກມາດຕະການລົງໂທດຈາກຝ່າຍຕາເວັນຕົກທີ່ນຳພາໂດຍສະຫະລັດ ຫຼັງຈາກທີ່ຣັດເຊຍໄດ້ບຸກໂຈມຕີຢູເຄຣນໃນເດືອນກຸມພາ 2022 ໃນອັນທີ່ມົສກູ ເອີ້ນວ່າ "ປະຕິບັດການພິເສດທາງການທະຫານ". ໃນ ເດືອນມີນາ ປີ 2023, ສານອາຍາສາກົນ ໃນນະຄອນ ເຮັກ (Hague) ໄດ້ ອອກໝາຍຈັບທ່ານ ປູຕິນ ໃນຂໍ້ຫາກໍ່ອາດຊະຍາກຳສົງຄາມໃນຢູເຄຣນ, ເຊິ່ງ ເປັນຂໍ້ກ່າວຫາທີ່ທ່ານປະຕິເສດ.
ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:
HANOI, June 20 (Reuters) - Russian President Vladimir Putin was welcomed in Vietnam with a 21-gun salute during a military ceremony on Thursday, as one of the Communist-run country's top leaders hailed a comprehensive strategic partnership with Moscow and vowed to boost ties.
Vietnamese President To Lam congratulated Putin on his re-election and praised Russia's achievements, including "domestic political stability", as the two met in Hanoi.
"Once again, congratulations to our comrade for receiving overwhelming support during the recent presidential election, underlining the confidence of the Russian people," Lam said
Putin responded by saying strengthening a comprehensive strategic partnership with Vietnam was one of Russia's priorities.
The Russian leader said he respected dialogue with the regional bloc, the Association of Southeast Asian Nations, in which he said Vietnam played an active role.
Putin, who arrived in the early hours on Thursday, is on the final stop of his two-nation tour of Asia after concluding a defense pact with North Korea.
Vietnam's hosting of Putin has drawn criticism from key partner the United States, which upgraded diplomatic relations with Hanoi last year and is Vietnam's top export market.
A U.S. embassy statement earlier in the week said no country should be giving Putin a platform to promote Russia's war in Ukraine.
Russia was hit with U.S.-led Western sanctions after it invaded Ukraine in February 2022 in what Moscow calls a "special military operation". In March 2023, the Hague-based International Criminal Court's issued an arrest warrant for Putin over alleged war crimes in Ukraine, charges he denies.
ຟໍຣັມສະແດງຄວາມຄິດເຫັນ