ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຢາກໃຫ້ ສຫລ ມີບົດບາດ ເພີ້ມຂຶ້ນ ເພື່ອຊ່ອຍ ແກ້ໄຂ ການຂັດແຍ້ງ ກັບຈີນ (ວີດີໂອ)


Vietnam Wants Larger US Role in Dispute With China
please wait

No media source currently available

0:00 0:02:29 0:00
ຫວຽດນາມ ຢາກໃຫ້ສະຫະລັດມີບົດບາດເພີ້ມຂຶ້ນ​ໃນການແກ້ໄຂ
ບັນຫາຂັດແຍ້ງ ເລື່ອງເຂດນ້ຳແດນດິນກັບຈີນ ແຕ່ວໍຊິງຕັນໄດ້ປະ ຕິເສດບໍ່ຍອມເອົາທ່າທີໃດໆກ່ຽວກັບຖານເຈາະນ້ຳມັນຂອງຈີນທີ່
ຫວຽດນາມເວົ້າວ່າ ຕັ້ງຢູ່ໃນເຂດນ່ານນ້ຳຂອງຕົນນັ້ນ. ຜູ້ສື່ຂ່າວວີ
ໂອເອປະຈຳກະຊວງການຕ່າງປະເທດສະຫະລັດ Scott Stearns ມີລາຍງານເລື່ອງນີ້ ດັ່ງໄພສານ ຈະນຳມາສະເໜີທ່ານ.

ຫວຽດນາມເວົ້າວ່າ ວີດີໂອນີ້ ສະແດງໃຫ້ເຫັນວ່າ ກຳປັ່ນໜ່ວຍ
ຍາມຝັ່ງຂອງຈີນໄດ້ຕຳເຮືອຫາປາລຳນຶ່ງຂອງຫວຽດນາມຫລົ້ມ
ໃນເດືອນແລ້ວນີ້ໃກ້ໆກັບຖານເຈາະນ້ຳມັນຈີນທີ່ຕັ້ງຢູ່ໃນເຂດ ນ່ານນ້ຳທີ່ເປັນບັນຫາຂັດແຍ້ງໃນທະເລຈີນໃຕ້.

ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ນັ້ນບໍ່ແມ່ນສິ່ງທີ່ໄດ້ເກີດຂຶ້ນ.

ທ່ານ Hong Lei ເວົ້າວ່າ “ໃນທະເລທີ່ກ່ຽວຂ້ອງນີ້ ກຳປັ່ນຈີນແມ່ນເປັນຜູ້ຕັ້ງຮັບ ແລະ ກຳປັ່ນຫວຽດນາມ ແມ່ນເປັນຜູ້ບຸກ.”

ຫວຽດນາມກ່າວວ່າ ຕົນຕ້ອງການຢາກໃຫ້ລັດຖະບານທ່ານໂອບາມາດຳເນີນການເພີ້ມຕື່ມ ເພື່ອຊ່ອຍຍຸດຕິປັກກິ່ງ.

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານ Le Hai Binh ກ່າວວ່າ “ພວກເຮົາຢາກ ໃຫ້ສະຫະລັດສືບຕໍ່ເປັນປາກເປັນສຽງ ທີ່ແຮງຂຶ້ນກວ່າເກົ່າ ຕະຫລອດທັງເອົາບາດ ກ້າວໂຕຈິງ ແລະສ້າງສັນ ເພີ້ມຂຶ້ນ ເພື່ອຊ່ອຍສະໜັບສະໜຸນສັນຕິພາບ ສະຖຽນລະ ພາບ ຄວາມໝັ້ນຄົງ ແລະຄວາມປອດໄພທາງທະເລ ຢູ່ໃນພູມີພາກແລະຊ່ອຍແກ້ໄຂ ບັນຫາຂັດແຍ້ງຢູ່ໃນຂົງເຂດ ໂດຍກົດໝາຍນາໆຊາດ.”

ແຕ່ວໍຊິງຕັນກ່າວວ່າ ຕົນຈະບໍ່ເອົາທ່າທີໃດໆກ່ຽວກັບການກ່າວອ້າງຂອງຮາໂນ່ຍທີ່ວ່າ ຖານ ເຈາະນ້ຳມັນຂອງຈີນ ຢູ່ໃນເຂດນ່ານນ້ຳຂອງຫວຽດນາມ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ກ່າວກ່ຽວກັບເລື່ອງ ນີ້ວ່າ.

“ພວກເຮົາຂໍຊຸກຍູ້ໃຫ້ທັງສອງຝ່າຍຮັກສາ ໃຫ້ມີການໂອ້ລົມກັນຕໍ່ໄປ ແຕ່ພວກເຮົາ ຈະບໍ່ໃຫ້ຄວາມເຫັນ ໃນການຄາດຄະເນກ່ຽວກັບທີ່ຕັ້ງ ຂອງສະຖານທີ່ເຫຼົ່ານີ້ ແລະ ມັນໝາຍຄວາມວ່າຈັງໃດ.”

ທ່ານ Micheal Uslin ນັກວິເຄາະຂອງສະຖາບັນ American Enterprise ກ່າວວ່າ ນັ້ນເຮັດ ໃຫ້ລັດຖະບານທ່ານໂອບາມາ ຕົກຢູ່ໃນທ່າເສຍປຽບ.

ທ່ານ Uslin ເວົ້າວ່າ “ເມື່ອລັດຖະບານໄດ້ກ່າວວ່າ ຕົນຈະບໍ່ລົງຄວາມເຫັນກ່ຽວກັບວ່າ ນ່ານນ້ຳເຫຼົ່ານີ້ ແມ່ນຢູ່ໃນຄຳຈຳກັດຄວາມທົ່ວໄປຫລືບໍ່ ຂອງເຂດເສດຖະກິດພິເສດ ຫວຽດນາມ ທ່ານແມ່ນໄດ້ເອົາບາດກ້າວໄປໜ້າ ອັນໃຫຍ່ຫລວງ ຕໍ່ການບໍ່ຮັບຮູ້ຂໍ້ມູນ ໃດໆກໍຕາມ ທີ່ທ່ານສາມາດມີໄດ້ ໃນສະຖານະການທີ່ວ່ານີ້.”

ທ່ານ Uslin ກ່າວຕື່ມວ່າ ຊຶ່ງນັ້ນແມ່ນຈະເບິ່ງກັນໂດຍຈີນແລະພັນທະມິດຂອງສະຫະລັດວ່າ ເປັນຮ່ອງຮອຍອັນຈະແຈ້ງ ທີ່ວໍຊິງຕັນຈະໃຊ້ເປັນຂໍ້ອ້າງໃດໆກໍຕາມ ເພື່ອບໍ່ຢາກເຂົ້າໄປພົວ ພັນ.

ທ່ານ Uslin ເວົ້າວ່າ “ຢ່າງໜ້ອຍ ທ່ານກໍສາມາດວາງພື້ນຖານໄວ້ແລະກ່າວວ່າ ຖືກ ຕ້ອງແລ້ວ ນີ້ແມ່ນຈະແຈ້ງ ຢູ່ໃນເຂດນ່ານນ້ຳ ຂອງຫວຽດນາມ. ແຕ່ພວກເຮົາກໍ ຍັງເຊື່ອວ່າ ສຸດແລ້ວແຕ່ຫວຽດນາມ ແລະຈີນ ທີ່ຈະທຳການແກ້ໄຂ. ແຕ່ນັ້ນບໍ່ໄດ້ ໝາຍຄວາມວ່າ ພວກເຮົາບໍ່ຄວນຍອມຮັບເອົາສິ່ງທີ່ສ່ວນໃຫຍ່ແລ້ວຄືຄວາມເປັນ ຈິງແລະເປັນສິ່ງທີ່ພວກເຮົາ ສັງເກດເຫັນ ໃນເຂດນ່ານນ້ຳອື່ນໆທັງໝົດ ຢູ່ໃນທົ່ວ ໂລກ.”

ສ່ວນສາດສະດາຈານ Hillary Mann Leverett ຈາກມະຫາວິທະຍາໄລອາເມຣິກັນ ກ່າວ
ວ່າ ມັນເປັນການບ່ອນທຳລາຍຕໍ່ອັນທີ່ເອີ້ນວ່າ ການຫັນຊັບພະຍາກອນທາງທະຫານແລະ ການທູດຂອງສະຫະລັດ ໄປສູ່ເຂດເອເຊຍ.

ສາດສະດາຈານ Leverett ເວົ້າວ່າ “ນັ້ນຄື ສິ່ງທີ່ຈີນຕ້ອງການເພື່ອສະແດງ ຕໍ່ຫວຽດ ນາມ. ທ່ານແມ່ນໄດ້ຮັບຄວາມກົດດັນຢ່າງໃຫຍ່ທີ່ສຸດທີີ່ທ່ານຢູ່ພາຍໃຕ້ແລະແມ່ນ ປະເທດນຶ່ງ ທີ່ອາດຈະມາ ແລະຊ່ອຍທ່ານ ບໍ່ສາມາດມາຊ່ອຍທ່ານໄດ້. ທ່ານຈຳ ເປັນຕ້ອງໄດ້ແກ້ໄຂກັບຈີນ. ນັ້ນຄືສິ່ງທີ່ຂ້າພະເຈົ້າຄິດວ່າ ແມ່ນສ່ວນໃຫຍ່ຂອງຍຸດ ທະສາດ ແລະວ່າເປັນຫຍັງ ພວກເຮົາຈະສືບຕໍ່ ໄດ້ເຫັນກັນຫຼາຍຂຶ້ນ.”

ກະຊວງການຕ່າງປະເທດຈີນກ່າວວ່າ ຕົນຕ້ອງການມີຄວາມສຳພັນອັນດີງາມກັບຫວຽດນາມ ແຕ່ກໍເວົ້າວ່າ ມີຫລັກການທີ່ຈີນບໍ່ສາມາດປະຖິ້ມໄດ້ ໃນທ່າມກາງຂອງອັນທີ່ຈີນເອີ້ນວ່າ ການ ທ້າທາຍເກາະຜິດຕ່າງໆ ຂອງຫວຽດນາມນັ້ນ.
XS
SM
MD
LG