ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາຈະແຕ່ງຕັ້ງ ທູດພິເສດ ສໍາລັບຫວຽດນາມ


ໂບດຄາທໍລິກ ແລະຫວຽດນາມໄດ້ຕົກລົງເຫັນດີວ່າ ພະສັນຕະປາປາ Benedic ຈະແຕ່ງຕັ້ງທູດພິເສດ ຂອງສຳນັກວາຕິກັນຄົນທຳອິດສຳລັບຫວຽດນາມ ຊຶ່ງເປັນສັນຍານຂອງການດີ​ຂຶ້ນ​ໃນຄວາມເຄັ່ງຕຶງ ລະຫວ່າງ ​ໂບດຄາທໍລິກ ແລະຄອມມິວນີສຕ໌ຫວຽດນາມ.

ທູດພິເສດວາຕິກັນ ຈະບໍ່​ໄປຢູ່ປະຈຳໃນຫວຽດນາມ ແຕ່ພວກເຈົ້າໜ້າທີ່ ວັດຄາທໍລິກກ່າວເມື່ອວັນເສົາວານ ນີ້ວ່າການແຕ່ງຕັ້ງທູດພິເສດຄັ້ງນີ້ ເປັນບາດ ກ້າວອັນທຳອິດໄປສູ່ການ​ເສີມສ້າງຄວາມສຳພັນລະຫວ່າງ ວາຕິກັນກັບຮາໂນຍໃຫ້​ແຂງ​ແຮງ​ຂຶ້ນ.

ຫວຽດນາມ ມີ​ພົນລະ​ເມືອງ​ນັບຖື​ສາສະໜາ​ຄາ​ທໍ​ລິກ 6 ລ້ານ​ຄົນ ຊຶ່ງ​ແມ່ນ​ຫລາຍ​ອັນ​ດັບ​ສອງ​ໃນ​ເອ​ເຊຍ ຮອງ​ຈາກ​ຟີ​ລິບ​ປິນ ​ແຕ່​ບໍ່​ໄດ້​ມີ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ກັບ​ສຳນັກ​ວາ​ຕິ​ກັນ.

ລັດຖະບານຄອມມິວນີສຕ໌ຫວຽດນາມ ທຳການຄວບຄຸມຕິດຕາມ​ເບິ່ງ ກິດຈະກຳທາງສາສະໜາທຸກຢ່າງ ຢ່າງເຂັ້ມງວດ ແລະຊາວຄາທໍລິກກໍໄດ້ພາກັນ ຮ້ອງທຸກຊ້ຳແລ້ວຊ້ຳອີກ ວ່າພວກເຂົາເຈົ້າ​ໄດ້ຖືກປະຫັດ ປະຫານ.

XS
SM
MD
LG