ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະນາຍຄວາມເວົ້າວ່າ ຫວຽດນາມ ໃຊ້ຄຸກເພື່ອປິດປາກ ນັກຂ່າວສິດທິມະນຸດ


ນັກຂ່າວ ແລະ ນັກບລອກເກີ ຫວຽດນາມ ນາງ ຟາມ ດວນ ຈ່າງ, ສຳພາດກັບວີໂອເອໃນປີ 2015.
ນັກຂ່າວ ແລະ ນັກບລອກເກີ ຫວຽດນາມ ນາງ ຟາມ ດວນ ຈ່າງ, ສຳພາດກັບວີໂອເອໃນປີ 2015.

ເປັນເວລາດົນກວ່າສອງປີແລ້ວ, ນາງ ຟາມ ດວນ ຈ່າງ ໄດ້ຖືກຂັງຄຸກໃນການ ເຄື່ອນໄຫວ ທີ່ຜູ້ສະໜັບສະໜູນຂອງລາວເຊື່ອວ່າ ເຊື່ອມໂຍງກັບການລາຍງານ ກ່ຽວກັບ ສິດທິມະນຸດຂອງນັກຂຽນ​ຂ່າວ​ອິນ​ເຕີ​ແນັດ ຊາວຫວຽດນາມນັ້ນ.

ນາງ ຈ່າງ ໄດ້ຖືກກັກຂັງໃນເດືອນຕຸລາ 2020, ແລະ ສານແຫ່ງນຶ່ງໃນເດືອນ ທັນວາ 2021 ໄດ້ຕັດສິນໂທດລາວ ກ່ຽວກັບ ການເຜີຍແຜ່ “ການໂຄສະນາ ຊວນເຊື່ອ ຕໍ່ລ້ານລັດ” ໃນການດຳເນີນຄະດີດົນນຶ່ງວັນ.

ຕອນນີ້ລາວກໍລັງຮັບ​ໃຊ້ໂທດ 9 ປີໃນແຂວງ ບິນ ເຈື່ອງ ທາງພາກໃຕ້ຂອງ ປະເທດ, ຕັ້ງຢູ່ຫຼາຍກວ່າ 1,500 ກິໂລແມັດຫ່າງຈາກນະຄອນຫຼວງ ຮາໂນ່ຍ, ບ່ອນທີ່ນາງ ຈ່າງ ຖືກນຳພາຕົວໄປ ຫຼັງຈາກການຈັບກຸມ.

ທ່ານ ເຄີຕູລັສ ບາສຕີມາ (Kurtulus Bastimar), ທະນາຄວາມດ້ານສິດທິມະ ນຸດ ທີ່ເປັນຕົວແທນໃຫ້ນາງ ຈ່າງ, ເຊື່ອວ່າ ຄະດີທາງກົດໝາຍຕໍ່ຈຳເລີຍຂອງ ລາວແມ່ນການພະຍາຍາມທີ່ຈະປາບປາມນາງ.

ທ່ານ ບາສຕີມາ ໄດ້ກ່າວໃນການສຳພາດທາງໂທລະສັບກັບວີໂອເອວ່າ “ເພື່ອທີ່ ຈະເຮັດໃຫ້ນາງ ຟາມ ມິດງຽບນັ້ນ, ລັດຖະບານໄດ້ພະຍາຍາມທີ່ຈະສະເໜີວ່າ ການກັກຂັງລາວແມ່ນກ່ຽວຂ້ອງກັບບັນຫາດ້ານຄວາມປອດໄພລັດ ແລະ ທຳ “ການໂຄສະນາຊວນເຊື່ອຕໍ່ຕ້ານລັດ,” ໃນເມື່ອມັນບໍ່ແມ່ນຄວາມຈິງ.”

ທ່ານ ບາສຕີມາ ໄດ້ກ່າວວ່າ “ລາວຖືກລົງໂທດ ແລະ ຖືກຈັບສຳລັບການ ປະຕິບັດສິດຕໍ່ເສລີພາບໃນການສະແດງອອກຂອງລາວ, ເສລີພາບໃນການ ສະແດງຄວາມຄິດເຫັນ ແລະ ເສລີພາບໃນການຄົບຄ້າສະມາຄົມ.”

ນາງ ຈ່າງ, ເປັນຜູ້ກໍ່ຕັ້ງວາລະສານກົດໝາຍ ຊື່ວ່າ ລວດ ຄົວ (Luat Khoa), ທີ່ລົງເລິກສະເພາະໃນການລາຍງານ ກ່ຽວກັບ ສິດທິມະນຸດ. ລາວຍັງໄດ້ ທຳການປະກອບສ່ວນຕໍ່ເວັບໄຊ້ອິດສະຫຼະ ທີ່ເປັນພາສາອັງກິດ ຊື່ວ່າ The Vietnamese.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG